Homeຂ່າວຕ່າງປະເທດກຸ່ມພັນທະມິດຊາດຕາເວັນຕົກອ້າງ ສາມາດສັງຫານນັກຮົບໄອເອັສ ໄດ້ 22 ພັນຄົນແລ້ວ!

ກຸ່ມພັນທະມິດຊາດຕາເວັນຕົກອ້າງ ສາມາດສັງຫານນັກຮົບໄອເອັສ ໄດ້ 22 ພັນຄົນແລ້ວ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 22 ມັງກອນນີ້ວ່າ ກອງກຳລັງພັນທະມິດ ຊຶ່ງນຳໂດຍສະຫະລັດອາເມຣິກາ ໄດ້ທຳການສັງຫານ ນັກຮົບກຸ່ມລັດອິດສະລາມ ຫລື ໄອເອັສ ປະມານ 22,000 ຄົນ ນັບຕັ້ງແຕ່ເລີ່ມປະຕິບັດການໂຈມຕີ ແຕ່ກາງປີ 2014 ເປັນຕົ້ນມາ ຢູ່ດິນແດນຂອງປະເທດອີຣັກ ແລະ ຊີຣີ ຊຶ່ງໂຕເລກດັ່ງກ່າວນີ້ ແມ່ນເປັນພຽງຕົວເລກຄາດປະມານເທົ່ານັ້ນ.

ທັງນີ້ ປະຕິບັດການໂຈມຕີກຸ່ມລັດອິດສະລາມ ຫລື ໄອເອັສ ຂອງກຸ່ມພັນທະມິດຊາດຕາວັນຕົກດັ່ງກ່າວ ແມ່ນໄດ້ເລີ່ມມາ ຕັ້ງແຕ່ກາງປີ 2014 ແລະ ໄດ້ມີການຍົກລະດັບໂຈມຕີ ຂຶ້ນສູ່ລະດັບຮຸນແຮງຫລາຍຂຶ້ນ ຫລັງຈາກທີ່ເກີດເຫດການ ໂຈມຕີນະຄອນຫລວງປາຣີ ປະເທດຝຣັ່ງ ເມື່ອເດືອນພະຈິກ 2015 ຜ່ານມາ ຊຶ່ງເປົ້າໝາຍຫລັກຂອງການໂຈມຕີ ແມ່ນແນໃສ່ແຫລ່ງຜະລິດນ້ຳມັນຂອງກຸ່ມໄອເອສ ຊຶ່ງເປັນແຫລ່ງລາຍຮັບຕົ້ນຕໍ ຂອງກຸ່ມດັ່ງກ່າວນີ້.

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...