Homeຂ່າວເຫດການຜູ້ແທນກອງປະຊຸມໃຫຍ່ຄັ້ງທີ X ຂອງພັກຢ້ຽມຊົມເຂດເສດຖະກິດສະເພາະບຶງທາດຫລວງ

ຜູ້ແທນກອງປະຊຸມໃຫຍ່ຄັ້ງທີ X ຂອງພັກຢ້ຽມຊົມເຂດເສດຖະກິດສະເພາະບຶງທາດຫລວງ

Published on

ໃນວັນທີ 21 ມັງກອນນີ້, ຄະນະຜູ້ແທນຈາກທ້ອງຖິ່ນຕ່າງໆໃນທົ່ວປະເທດທີ່ມາຮ່ວມກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ, ໄດ້ເຄື່ອນ ໄຫວຢ້ຽມຊົມເຂດພັດທະນາແລະໂຄງການທີ່ພົ້ນເດັ່ນຢູ່ນະຄອນຫລວງວຽງຈັນຄື: ໂຄງການພັດທະນາເຂດເສດຖະກິດສະເພາະບຶງທາດຫລວງຢູ່ເມືອງໄຊເສດຖາ ແລະສະຖານີຄວບຄຸມດາວທຽມພາກພື້ນດິນຢູ່ເມືອງຫາດຊາຍຟອງ.

ໃນໂອກາດນີ້, ຄະນະຜູ້ແທນໄດ້ຮັບຟັງການລາຍງານຫຍໍ້ກ່ຽວກັບສະພາບການພັດທະນາຈາກຄະນະຮັບຜິດຊອບຂອງແຕ່ລະໂຄງການເຊັ່ນ: ເຂດເສດຖະກິດສະເພາະບຶງທາດຫລວງແມ່ນໜຶ່ງໃນ 8 ເຂດ

ເສດຖະກິດສະເພາະທົ່ວປະເທດທີ່ໄດ້ເລີ່ມລົງພັດທະນາມາແຕ່ປີ 2011 ໃນເນື້ອທີ່ 365 ເຮັກຕາ, ເພື່ອສ້າງເປັນເຂດອຸດສະຫະກໍາ,ການຄ້າ ແລະ ການບໍລິການຕ່າງໆ, ມາຮອດປັດຈຸບັນການ​ກໍ່ສ້າງມີຄວາມຄືບໜ້າປະມານ 40% ແລະ ໄດ້ລົງທຶນພັດທະນາໄປແລ້ວຫລາຍກວ່າ 134 ລ້ານໂດລາສະຫະລັດ, ມີ 11 ບໍລິສັດໄດ້ເຂົ້າໄປລົງທຶນ, ໂດຍໄດ້ສໍາເລັດການກໍ່ສ້າງເສັ້ນທາງເຊື່ອມຕໍ່ຈາກທາງ T4 ແຕ່ສາມແຍກໄຟແດງໂພນທັນເຂົ້າຫາເຂດ, ສໍາເລັດການຂຸດໜອງນໍ້າໃຫຍ່,ກໍ່ສ້າງຫ້ອງການສໍານັກງານ, ຫໍພັກພະນັກງານແລະພວມເລັ່ງດໍາເນີນການສ້າງຕຶກອາຄານສູງ 18 ຊັ້ນຈໍານວນ 12ຫລັງທີ່ມີມູນຄ່າຫລາຍກວ່າ 174 ລ້ານໂດລາສະຫະລັດ, ສ້າງວຽກເຮັດງານທໍາໃຫ້ປະຊາຊົນໄດ້ຫລາຍຮ້ອຍຄົນ, ໄດ້ມອບອາກອນ ແລະ ຄ່າທໍານຽມຕ່າງໆໃຫ້ລັດຖະບານແລ້ວຫລາຍກວ່າ 60 ລ້ານໂດລາສະຫະລັດ.

ສ່ວນໂຄງການດາວທຽມລາວ, ແມ່ນໄດ້ສົ່ງຂຶ້ນສູ່ວົງໂຄຈອນໂລກໃນວັນທີ 21 ພະຈິກ 2015 ດ້ວຍຜົນສໍາເລັດຈົບງາມທີ່ສະຖານີສົ່ງດາວທຽມເມືອງຊີຊາງ, ແຂວງຊີສວນ ສປ ຈີນ ເພື່ອຕ້ອນຮັບການສະເຫລີມສະຫລອງວັນສະຖາປານາສາທາລະນະລັດປະຊາທິປະໄຕປະຊາຊົນລາວຄົບຮອບ 40 ປີ, ນອກຈາກນີ້ຍັງແມ່ນໝາກຜົນຂອງການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະ ຊາຊົນສອງຊາດລາວ-ຈີນ. ດາວທຽມດັ່ງກ່າວມີສະຖານີຄວບຄຸມບັນຊາພາກພື້ນດິນຢູ່ຫລັກ 14 ເມືອງຫາດຊາຍຟອງ, ມີ 22 ຊ່ອງສັນຍານ ແລະກວມເອົາ 15 ປະເທດອ້ອມຂ້າງ, ຊຶ່ງຸຈະຖືກນໍາໃຊ້ເຂົ້າໃນວຽກງານສື່ສານຂອງພາກລັດ ແລະບໍລິການສັງຄົມກໍຄືການໃຫ້ບໍລິການເຊົ່າຊ່ອງສັນຍານແກ່ຕ່າງປະເທດເຊັ່ນ: ການບໍລິການຜ່ານດາວທຽມວຽກງານສື່ສານໃນເຂດຊົນນະບົດ, ໂທລະພາບຜ່ານດາວທຽມ, ການສຶກສາ, ການແພດທາງໄກແລະວຽກງານຟື້ນຟູໄພພິບັດຕ່າງໆ, ໂດຍມີໄລຍະການນໍາໃຊ້ງານ​ເປັນ​ເວລາ15 ປີ.

ແຫ່ລງຂ່າວ

ລພນ

ບົດຄວາມຫຼ້າສຸດ

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...

ທ່ານ ນາຍົກລັດຖະມົນຕີ ຊີ້ນຳໃຫ້ ຍທຂ ພັດທະນາກໍ່ສ້າງ ແລະ ປັບປຸງເສັ້ນທາງໃຫ້ມີຄຸນນະພາບ ໄດ້ມາດຕະຖານສາກົນ.

ໃນວັນທີ 13 ຕຸລາ 2026 ນີ້, ທີ່ຫ້ອງປະຊຸມໃຫຍ່ກະຊວງໂຍທາທິການ ແລະ ຂົນສົ່ງ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ...