Homeຂ່າວເຫດການກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ກອມມູນິດຫວຽດນາມໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ກອມມູນິດຫວຽດນາມໄຂຂຶ້ນຢ່າງເປັນທາງການ

Published on

ວັນທີ 21 ມັງກອນນີ້ ທີ່ຫໍປະຊຸມແຫ່ງຊາດ ນະຄອນ ຫຼວງຮ່າໂນ້ຍ ແຫ່ງ ສສ ຫວຽດນາມ, ສະຫາຍ ເຈືອງເຕິນຊາງ ປະທານປະເທດຫວຽດນາມ ໄດ້ເປັນປະທານກ່າວເປີດກອງ ປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກກອມມູນິດ ຫວຽດນາມ ຂຶ້ນຢ່າງເປັນທາງ ການ, ໂດຍການເປັນກຽດເຂົ້າ ຮ່ວມຂອງ ສະຫາຍ ຫງວຽນ ຝູຈ້ອງ ເລຂາທິການໃຫຍ່ພັກ ກອມມູນິດ ຫວຽດນາມ, ສະ ຫາຍ ເຈືອງເຕິນຊາງ ປະທານ ປະເທດ, ສະຫາຍ ຫງວຽນ ເຕິນຢຸງ ນາຍົກລັດຖະມົນຕີ, ສະຫາຍ ຫງວຽນຊິງຮຸ່ງ ປະ ທານສະພາແຫ່ງຊາດຫວຽດ ນາມ ພ້ອມດ້ວຍອະດີດການ ນຳພັກ-ລັດຂັ້ນສູງ, ກຳລັງປະ ກອບອາວຸດ,  ຕາງໜ້າອົງການ ຈັດຕັ້ງມະຫາຊົນ ພ້ອມດ້ວຍ ອຳນາດການປົກຄອງນະຄອນ ຫຼວງຮ່າໂນ້ຍ. ນອກນັ້ນຍັງມີ ບັນດາທູຕານຸທູດ ປະຈຳ ຮ່າ ໂນ້ຍ ແລະ ອົງການຈັດຕັ້ງສາ ກົນເຂົ້າຮ່ວມຢ່າງຫຼວງຫຼາຍ.
ກອງປະຊຸມຄັ້ງນີ້ ມີຄະ ນະຜູ້ແທນສົມບູນເຂົ້າຮ່ວມຈຳ ນວນ 1.510 ສະຫາຍທີ່ຕາງ ໜ້າໃຫ້ສະມາຊິກພັກໃນທົ່ວ ປະເທດທັງໝົດ 4,5 ລ້ານຄົນ. ໃນກອງປະຊຸມ, ທ່ານ ຫງວຽນ ຝູຈ້ອງ ເລຂາທິການໃຫຍ່ພັກ ກອມມູນິດຫວຽດນາມ ໄດ້ຜ່ານບົດລາຍງານການເມືອງ ແລະ ຕີລາຄາຄືນການຈັດຕັ້ງປະຕິ ບັດ ມະຕິກອງປະຊຸມໃຫຍ່ ຄັ້ງ ທີ XI ຂອງພັກ, ການປ່ຽນແປງ ໃໝ່ໄລຍະ 30 ປີ ແລະ ມາດຕະ ການໃນການພັດທະນາປະເທດ ຊາດ, ການສ້າງສາ ແລະ ປົກ ປັກຮັກສາປະເທດຊາດໃນ 5 ປີຂ້າງໜ້າ.
ຫົວຂໍ້ຂອງກອງປະຊຸມ ແມ່ນ “ເພີ່ມທະວີວຽກງານກໍ່ ສ້າງພັກໃຫ້ເຂັ້ມແຂງ, ໂປ່ງໃສ, ເສີມຂະຫຍາຍກຳລັງແຮງທົ່ວ ປວງຊົນ ແລະ ປະຊາທິປະໄຕ ສັງຄົມນິຍົມ, ຊຸກຍູ້ຄວາມເຂັ້ມ ແຂງຮອບດ້ານ, ເປັນເອກະ ພາບວຽກງານປ່ຽນແປງໃໝ່; ປົກປັກຮັກສາປະເທດຊາດໃຫ້ ໝັ້ນຄົງ, ປົກປັກຮັກສາສະພາບ ແວດລ້ອມແຫ່ງສັນຕິພາບ, ຍືນຍົງ, ສູ້ຊົນນຳພາປະເທດ ຊາດກາຍເປັນປະເທດອຸດສາ ຫະກຳ ແລະ ທັນສະໄໝໂດຍ ພື້ນຖານ”.
ນອກຈາກນີ້ ກອງປະຊຸມ ຈະມີການປຶກສາຫາລື ແລະ ຜ່ານຖະແຫຼງການຕ່າງໆທີ່ສຳ ຄັນເຊັ່ນ: ລາຍງານການເມືອງ ຂອງຄະນະບໍລິຫານງານສູນ ກາງພັກ ສະໄໝທີ XI; ສະຫຼຸຸບ ຄືນຜົນງານການປະຕິບັດໜ້າທີ່ ໃນການພັດທະນາເສດຖະກິດ- ສັງຄົມ 5 ປີ (2011-2015) ທີ່ ສາມາດບັນລຸໄດ້ ໂດຍສະ ເພາະພື້ນຖານເສດຖະກິດມີ ການພັດທະນາຢ່າງຕໍ່ເນື່ອງ, ການເມືອງມີຄວາມໝັ້ນຄົງ, ສັງຄົມມີຄວາມສະຫງົບປອດ ໄພ. ຂະນະດຽວກັນ ກໍໄດ້ວາງ ທິດທາງໜ້າທີ່ແຜນການພັດ ທະນາເສດຖະກິດ-ສັງຄົມ 5 ປີ (2016-2020), ຮອດປີ 2020 ເຮັດໃຫ້ຫວຽດນາມ ກາຍເປັນ ປະເທດອຸດສາຫະກຳ ແລະ ທັນສະໄໝ, ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາ ທິປະໄຕ, ຍຸຕິທຳ ແລະ ສີວິໄລ.

ແຫ່ລງຂ່າວ

ປຊຊ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...