spot_img
Homeຂ່າວຕ່າງປະເທດອິຕາ​ລີ​ຈະ​ສ້າງ ​ໂຮງໝໍ 5 ​ແຫ່ງ​ໃນ​ອີຣານ

ອິຕາ​ລີ​ຈະ​ສ້າງ ​ໂຮງໝໍ 5 ​ແຫ່ງ​ໃນ​ອີຣານ

Published on

    ບໍລິສັດ​ບີ​ທີ​ພີ​ຂອງ​ອິຕາ​ລີລາ​ຍງານ​ວ່າ ​ໄດ້​ເຮັດ​ສັນຍາ​ໃນ​ເບື້ອງ​ຕົ້ນ​ກັບ​ອີຣານ​ເພື່ອ​ກໍ່ສ້າງ​ໂຮງໝໍ 5 ​ແຫ່ງ ຫຼັງ​ຈາກ​ນານາ​ຊາດ​ຍົກ​​ເລີກ​ມາດ​ຕະການ​ລົງ​ໂທດ​ທີ່​ມີ​ຕໍ່​ອີ​ຮານ​ຕາມ​ຂໍ້​ຕົກລົງ​ໂຄງການ​ນິວ​ເຄລຍ​ໃນ​ປີ​ທີ່​ຜ່ານ​ມາ.

    ບໍລິສັດ​ເປສຊິ​ນາ ຄອສຕຣູຊິ​ໂອ​ນີ (ບີ​ທີ​ພີ) ຈະ​ກໍ່ສ້າງ​ໂຮງໝໍ 3 ​ແຫ່ງ​ທຳ​ອິດ​ຊຶ່ງ​ມີ​ຕຽງ​ຈຳນວນ 1 ພັນ​ຕຽງ​ໃນ​ນະຄອນຫຼວງ​ເຕຫະຣານ ສ່ວນ​ໂຮງໝໍ​ອີກ 2 ​ແຫ່ງ​ທີ່​ມີ 500 ຕຽງ​ຈະ​ກໍ່ສ້າງ​ໃນ​ເມືອງຣັຊ ​ແລະ ​ເມືອງ​ນິຊາ​ປູ ພາ​ກ ທຸລະ​ກິດ​ອິຕາ​ລີ​ມີ​ຄວາມ​ຫວັງ​ກັນ​ຫຼາຍ​ຂຶ້ນ​ຫຼັງ​ຈາກ​ຍົກ​ເລີກ​ມາດ​ຕະການ​ລົງ​ໂທດ​ຕໍ່​ອີຣານ​ໃນ​ທ້າຍ​ອາທິດ​ທີ່​ຜ່ານ​ມາ ຫຼັງ​ຈາກ​ຂໍ້​ຕົກລົງ​ນິວ​ເຄລຍມີ​ຜົນ​ບັງຄັບ​ໃຊ້, ກ່ອນ​ໜ້າ​ນີ້ ທ່ານ ຄາ​ໂລກາ​ເລນ​ດາ ລັດຖະມົນຕີ​ຊ່ວຍວ່າການ​ກະຊວງ​ພັດທະນາ​ເສດຖະກິດ​ເປັນ​ຜູ້ນຳ​ຕົວ​ແທນ​ພາກ​ທຸລະ​ກິດ​ລາຍ​ໃຫຍ່​ຂອງ​ອິຕາ​ລີ​ປະກອບ​ດ້ວຍ​ບໍລິສັດ 178 ຄົນ ສະມາຄົມ​ທຸລະ​ກິດ 20 ຄົນ ​ແລະ ກຸ່ມ​ສະ​ຖາ​ບັນ​ການ​ເງິນ 12 ຄົນ ​ເດີນທາງ​ຢ້ຽມຢາມ​ອີຣານ​ໃນ​ເດືອນ​ພະຈິກ​ປີ​ທີ່​ຜ່ານ​ມາ.

ທ່ານ ນາງ​ເຟ​ເດຣິກາ ກຸຍ​ດີ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ພັດທະນາ​ເສດຖະກິດ​ອິຕາ​ລີ​ກ່າວ​ວ່າ ອິຕາ​ລີ​ເປັນ​ປະ​ເທດ​ຮຸ້ນ​ສ່ວນ​ທາງ​ເສດຖະກິດ ​ແລະ ການ​ຄ້າ​ລາຍ​ໃຫຍ່​ຂອງ​ອີຣານມາ​ຕັ້ງ​ແຕ່​ກ່ອນ​ມີ​ການ​ລົງ​ໂທດ ​ໂດຍ​ມູນ​ຄ່າ​ການ​ຄ້າ​ທະວີ​ພາຄີ​​ໃນ​​ເວລາ​ນັ້ນ​ປະມານ 7,7 ຕື້​ໂດ​ລາ (ຕາມ​ຂ່າວ​ຕ່າງປະ​ເທດ).

ທີ່ມາ:logo

ບົດຄວາມຫຼ້າສຸດ

ລາວ-ສ.ເກົາຫຼີ ລົງນາມຮ່ວມມື ເພື່ອດໍາເນີນໂຄງການສ້າງສູນພັດທະນາບຸກຄະລາກອນທາງດ້ານດິຈິຕອນ ມູນຄ່າ 9.9 ລ້ານໂດລາ

ລາວ-ສ.ເກົາຫຼີ ລົງນາມບົດບັນທຶກການຮ່ວມມື (Record of Discussion-ROD) ເພື່ອດໍາເນີນໂຄງການສ້າງສູນພັດທະນາບຸກຄະລາກອນທາງດ້ານດິຈິຕອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ອົງການຮ່ວມມືສາກົນ ສ.ເກົາຫຼີ (KOICA) ໄດ້ຈັດພິທີລົງນາມບົດບັນທຶກການຮ່ວມມື...

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...