spot_img
Homeຂ່າວພາຍ​ໃນລາຍຊື່ຄະນະບໍລິຫານສູນກາງພັກ ຊຸດໃໝ່ !!

ລາຍຊື່ຄະນະບໍລິຫານສູນກາງພັກ ຊຸດໃໝ່ !!

Published on

ກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ເລືອກຕັ້ງເອົາຄະນະບໍລິຫານສູນກາງພັກ ຊຸດໃໝ່

ຂປລ.ໃນຕອນບ່າຍຂອງວັນທີ 21 ມັງກອນ 2016 ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ X ຂອງພັກ ໂດຍ ການເປັນປະທານຂອງ ສະຫາຍ ບຸນຍັງ ວໍລະຈິດ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິ ການສູນກາງພັກ ໄດ້ດຳເນີນການເລືອກຕັ້ງ ເອົາຄະນະບໍລິຫານງານສູນກາງພັກ ສະໄໝທີ X, ຈຳນວນ 77 ສະຫາຍ, ໃນນັ້ນມີກຳມະການສູນກາງພັກ ສົມບູນ 69 ສະຫາຍ ແລະ ກຳມະການສຳຮອງ 8 ສະຫາຍ.

ເລືອກຕັ້ງຄະນະບໍລິຫານພັກ

ກ່ອນເຂົ້າສູ່ວາລະການປ່ອນບັດເລືອກຕັ້ງ ສະຫາຍ ປະທານກອງປະຊຸມ ໄດ້ສະເໜີທີ່ປະຊຸມຮັບ ຮອງເອົາຄະນະຄວບຄຸມປ່ອນບັດເລືອກຕັ້ງ ຈຳນວນ 31 ສະຫາຍ, ໂດຍແມ່ນສະຫາຍ ພົນຈັດຕະວາ ສອນທອງ ພົມລາວົງ ກຳມະການຄະນະພັກກະຊວງ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ກະຊວງປ້ອງກັນປະເທດ ເປັນຫົວໜ້າ ແລະ ຈາກນັ້ນ ສະຫາຍຫົວໜ້າຄະນະຄວບຄຸມການປ່ອນບັດເລືອກຕັ້ງ ໄດ້ແນະນຳລະບຽບການປ່ອນບັດ ພ້ອມທັງຢາຍບັດລົງຄະ ແນນສຽງໃຫ້ຜູ້ແທນສົມບູນ ຈຳນວນ 685 ສະຫາຍ ແລ້ວດຳເນີນການປ່ອນບັດເລືອກເອົາ ຄະນະບໍລິຫານງານສູນກາງພັກ ສະໄໝທີ X ຢ່າງເປັນທາງການ, ຜົນຂອງການເລືອກຕັ້ງປະກອບມີ ບັນດາສະຫາຍກຳມະການສູນກາງພັກສົມບູນ ດັ່ງນີ້:

1. ສະຫາຍ ບຸນຍັງ ວໍລະຈິດ

2. ສະຫາຍ ນາງ ປານີ ຢາທໍ່ຕູ້

3. ສະຫາຍ ທອງລຸນ ສີສຸລິດ

4. ສະຫາຍ ດຣ. ບຸນທອງ ຈິດມະນີ

5. ສະຫາຍ ດຣ. ບຸນປອນ ບຸດຕະນະວົງ

6. ສະຫາຍ ດຣ. ພັນຄຳ ວິພາວັນ

7. ສະຫາຍ ຈັນສີ ໂພສີຄຳ

8. ສະຫາຍ ພົນໂທ ແສງນວນ ໄຊຍະລາດ

9. ສະຫາຍ ດຣ. ໄຊສົມພອນ ພົມວິຫານ

10. ສະຫາຍ ສົມພັນ ແພງຄຳມີ

11. ສະຫາຍ ຄຳໝັ້ນ ສູນວິເລີດ

12. ສະຫາຍ ສຈ.ດຣ. ຈະເລີນ ເຢຍປາວເຮີ

13. ສະຫາຍ ພົນໂທ ຈັນສະໝອນ ຈັນຍາລາດ

14. ສະຫາຍ ຄຳສານ ສຸວົງ

15. ສະຫາຍ ດຣ. ສິນລະວົງ ຄຸດໄພທູນ

16. ສະຫາຍ ດຣ. ຄໍາພັນ ພົມມະທັດ

17. ສະຫາຍ ສຈ.ດຣ. ສົມກົດ ມັງໜໍ່ເມກ

18. ສະຫາຍ ດຣ. ສອນໄຊ ສີພັນດອນ

19. ສະຫາຍ ດຣ. ນາມ ວິຍະເກດ

20. ສະຫາຍ ນາງ ສີໃສ ລືເດດມູນສອນ

21. ສະຫາຍ ສຈ.ດຣ. ກິແກ້ວ ໄຂຄໍາພິທູນ

22. ສະຫາຍ ຄຳໃບ ດຳລັດ

23. ສະຫາຍ ສົມມາດ ພົນເສນາ

24. ສະຫາຍ ສົມດີ ດວງດີ

25. ສະຫາຍ ສຈ.ດຣ. ບໍ່ແສງຄໍາ ວົງດາລາ

26. ສະຫາຍ ດຣ. ລຽນ ທິແກ້ວ

27. ສະຫາຍ ສຈ.ດຣ. ເອກສະຫວ່າງ ວົງວິຈິດ

28. ສະຫາຍ ໄຊສີ ສັນຕິວົງ

29. ສະຫາຍ ດຣ. ຄຳແພງ ໄຊສົມແພງ

30. ສະຫາຍ ພົນຕີ ສຸວອນ ເລືອງບຸນມີ

31. ສະຫາຍ ຄຳເມິງ ພົງທະດີ

32. ສະຫາຍ ພົນຕີ ສົມແກ້ວ ສີລາວົງ

33. ສະຫາຍ ຄຳເຈນ ວົງໂພສີ

34. ສະຫາຍ ປ້ານ ນ້ອຍມະນີ

35. ສະຫາຍ ສຈ.ດຣ. ສຸກກົງແສງ ໄຊຍະເລີດ

36. ສະຫາຍ ຄຳພັນ ສິດທິດຳພາ

37. ສະຫາຍ ຄຳເຜີຍ ບຸດດາວຽງ

38. ສະຫາຍ ດຣ. ນາງ ສູນທອນ ໄຊຍະຈັກ

39. ສະຫາຍ ພົນຕີ ດຣ. ທອງລອຍ ສິລິວົງ

40. ສະຫາຍ ພົນຕີ ວິໄລ ຫລ້າຄໍາຟອງ

41. ສະຫາຍ ດຣ. ຄຳມະນີ ອິນທິລາດ

42. ສະຫາຍ ໂອໄດ ສຸດາພອນ

43. ສະຫາຍ ດຣ. ກອງແກ້ວ ໄຊສົງຄາມ

44. ສະຫາຍ ດຣ. ນາງ ອິນລາວັນ ແກ້ວບຸນພັນ

45. ສະຫາຍ ຄຳຂັນ ຈັນທະວີສຸກ

46. ສະຫາຍ ນາງ ເຂັມມະນີ ພົນເສນາ

47. ສະຫາຍ ສຈ. ດຣ. ບໍ່ວຽງຄໍາ ວົງດາລາ

48. ສະຫາຍ ດຣ. ນາງ ວຽງທອງ ສີພັນດອນ

49. ສະຫາຍ ດຣ. ສອນທະນູ ທຳມະວົງ

50. ສະຫາຍ ສະເຫລີມໄຊ ກົມມະສິດ

51. ສະຫາຍ ນາງ ແສງເດືອນ ຫລ້າຈັນທະບູນ

52. ສະຫາຍ ດຣ. ວິໄລວົງ ບຸດດາຄຳ

53. ສະຫາຍ ດຣ. ສົມພາວ ໄຟສິດ

54. ສະຫາຍ ດຣ. ທັນສະໄໝ ກົມມະສິດ

55. ສະຫາຍ ຮສຈ.ດຣ. ທອງສະຫລິດ ມັງໜໍ່ເມກ

56. ສະຫາຍ ດຣ. ບຸນຈັນ ສິນທະວົງ

57. ສະຫາຍ ສີສຸວັນ ວົງຈອມສີ

58. ສະຫາຍ ດຣ. ເພັດ ພົມພິພັກ

59. ສະຫາຍ ພົງສະຫວັນ ສິດທະວົງ

60. ສະຫາຍ ດຣ. ຄຳພັນ ເຜີຍຍະວົງ

61. ສະຫາຍ ເພັດສາຄອນ ຫລວງອາໄພ

62. ສະຫາຍ ວິດົງ ໄຊຍະສອນ

63. ສະຫາຍ ອະນຸພາບ ຕຸນາລົມ

64. ສະຫາຍ ດຣ. ພົນຕີ ສິນທະວົງ ໄຊຍະກອນ

65. ສະຫາຍ ດຣ. ບຸນຖອງ ດີວິໄຊ

66. ສະຫາຍ ດຣ. ສຸພັນ ແກ້ວມີໄຊ

67. ສະຫາຍ ວັນໄຊ ແພງຊຸມມາ

68. ສະຫາຍ ເພັດຖາວອນ ພິລາວັນ

69. ສະຫາຍ ສັນຕິພາບ ພົມວິຫານ

ບັນດາສະຫາຍກຳມະການສຳຮອງມີຄື:

1. ສະຫາຍ ນາງ ບຸນຄໍາ ວໍລະຈິດ

2. ສະຫາຍ ດຣ. ບົວຄົງ ນາມມະວົງ

3. ສະຫາຍ ສອນໄຊ ສິດພະໄຊ

4. ສະຫາຍ ນາງ ໃບຄໍາ ຂັດຕິຍະ

5. ສະຫາຍ ອາລຸນໄຊ ສູນນະລາດ

6. ສະຫາຍ ນາງ ສວນສະຫວັນ ວິຍະເກດ

7. ສະຫາຍ ໂພໄຊ ໄຊຍະສອນ

8. ສະຫາຍ ລາວປາວຊົງ ນະວົງໄຊ

ໃນຕອນບ່າຍຂອງວັນດຽວກັນ ກອງປະຊຸມຍັງໄດ້ຮັບຮອງເອົາກົດລະບຽບຂອງພັກ ສະໄໝທີ X ເຊິ່ງ ແມ່ນທຳມະນູນ ແລະ ແນວທາງການຈັດຕັ້ງພື້ນຖານຂອງພັກ ເພື່ອຊີ້ນຳວຽກງານກໍ່ສ້າງພັກ ໃນທົ່ວພັກໃຫ້ມີຄວາມເປັນເອກະພາບ ທັງສອດຄ່ອງກັບຈຸດພິເສດ ແລະ ລັກສະນະຂອງການປະຕິວັດ ຢູ່ປະເທດເຮົາໃນແຕ່ລະໄລຍະ.

ໂຄງປະກອບກົດລະບຽບພັກສະໄໝທີ X ປະກອບມີ 14 ໝວດ, 58 ມາດຕາ ທຽບໃສ່ສະໄໝ ທີ IX ເພີ່ມຂຶ້ນ 2 ໝວດ, 7 ມາດຕາ ຄື: ໄດ້ແຍກມາດຕາ 28 ຢູ່ໝວດທີ VI ຂອງກົດລະບຽບສະໄມທີ IX ມາສ້າງເປັນໝວດທີ V ໃໝ່ ວ່າດ້ວຍການຈັດຕັ້ງພັກ ຂອງກະຊວງ-ອົງການ ແລະ ໝວດທີ XIII ວ່າດ້ວຍກາໝາຍພັກ ແລະ ທຸງພັກ. ມາດຕາເພີ່ມ ໃໝ່ມີມາດຕາ 8, 19, 24, 34, 50, 51, 52; ໄດ້ຈັດວາງທີ່ຕັ້ງຂອງໝວດຄືນໃໝ່ໃຫ້ເປັນລະບົບ ຄື: ຍ້າຍໝວດທີ V ວ່າດ້ວຍການຈັດຕັ້ງຮາກຖານພັກ ເປັນໝວດທີ VI ໃໝ່. ໝາຍວ່າຈັດໝວດ ແລະ ມາດຕາຄືນໃໝ່ຕາມການຈັດຕັ້ງ ນຳພາຂອງພັກ ແຕ່ຂັ້ນສູນກາງຮອດຮາກຖານ./.

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...