HomeມູມໄອທີລາວTelegram ກຳລັງວາງແຜນຈະເຮັດ Universal Windows App

Telegram ກຳລັງວາງແຜນຈະເຮັດ Universal Windows App

Published on

ຫຼ້າສຸດນີ້ CEO ຂອງ Telegram ໄດ້ຢືນຢັນກັບຜູ້ໃຊ້ຜ່ານທາງ Twitter ວ່າພວກເຂົາກຳລັງວາງແຜນທີ່ຈະເຮັດ Universal Windows App ແລ້ວ. ເຊິ່ງເປັນຂ່າວດີຫຼາຍສຳລັບແຟນໆ Windows ເພາະຕອນນີ້ແອັບ Telegram ມີສະເພາະເທິງ Windows Mobile ເທົ່ານັ້ນ ຖ້າຫາກວ່າໄວໆນີ້ຈະສາມາດໃຊ້ງານເທິງ Windows 10 PC ກໍຄົງເປັນສິ່ງທີ່ດີຫຼາຍ.
image

ສຳລັບໃຜທີ່ບໍ່ຮູ້ວ່າແອັບພິເຄຊັ່ນ Telegram ນັ້ນມີໄວ້ເຮັດຫຍັງເຮົາມາຖືໂອກາດນີ້ທຳຄວາມຮູ້ຈັກນຳກັນເລີຍຄື: ເປັນແອັບພິເຄຊັ່ນທີ່ໄວ້ສຳລັບແຊັດທົ່ວໄປແຕ່ສາມາດສ້າງກຸ່ມແຊັດດ້ວຍສະມາຊິກໄດ້ຫຼາຍເຖິງ 200 ຄົນ (ສາມາດສ້າງໄດ້ສູງສຸດເຖິງ 1000 ຄົນ) ເພື່ອທີ່ຈະໄດ້ຕິດຕໍ່ສື່ສານກັບໝູ່ຄູ່ໃນຮອບດຽວຫຼາຍໆຄົນ, ສາມາດແບ່ງປັນວີດີໂອໄດ້ຫຼາຍເຖິງ 1GB, ສາມາດສົ່ງຮູບຫຼາຍໆຮູບຈາກເວັບ ແລະສົ່ງຕໍ່ໄຟລສື່ທີີ່ໄດ້ຮັບໄດ້ໃນທັນທີ. ສຳລັບຂໍ້ຄວາມທັງໝົດນັັ້ນຈະຖືກບັນທຶກໄວ້ເທິງບໍລິການອອນໄລ ເຊິ່ງສາມາດກູ້ຄືນຂໍ້ຄວາມໄດ້ງ່າຍບໍ່ວ່າຈະໃຊ້ຢູ່ເຄື່ອງໃດກໍຕາມ. ແອັບພິເຄຊັ່ນດັ່ງກ່າວນີ້ສາມາດຕອບໂຈດໃຫ້ກັບຜູູ້ທີ່ມັກສ້າງກຸ່ມສົ່ງຮູບສົ່ງຄຣິບໃຫ້ກັນໄດ້ເປັນຢ່າງດີເລີຍ (ເຖິງວ່າຕອນນີ້ຈະບໍ່ເປັນທີ່ນິຍົມກັນຫຼາຍໃນກຸ່ມຄົນລາວກໍຕາມ)

ໃຜທີ່ສົນໃຈຢາກລອງໃຊ້ກໍສາມາດດາວໂຫຼດໄດ້ຕາມລິ້ງດ້ານລຸ່ມນີ້ເລີຍ

– Telegram Messenger

ທີ່ມາ:winnation

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...