spot_img
HomeມູມໄອທີລາວLeEco ເປີດໂຕສະມາດໂຟນ Le Max ແລະ Le 1s ຢູ່ທີ່ອິນເດຍ

LeEco ເປີດໂຕສະມາດໂຟນ Le Max ແລະ Le 1s ຢູ່ທີ່ອິນເດຍ

Published on

ອີງຕາມຂ່າວກ່ອນໜ້້ານີ້ ສະເປັກແລະລາຄາ Letv Le Max Pro ສະມາດໂຟນລຸ້ນທຳອິດຂອງໂລກທີ່ໃຊ້ງານຊິບປະມວນຜົນ Snapdragon 820  Le Max Pro ສະມາດໂຟນລຸ້ນທຳອິດຂອງໂລກທີ່ໃຊ້ຊິບປະມວນຜົນ Snapdragon 820 ທີ່ຫາກ່ອນເປີດໂຕໄປແລ້ວກ່ອນໜ້ານີ້ໃນງານ CES 2016  ເຊິ່ງມາຕອນນີ້ເອງກໍໄດ້ປະກາດເປີດໂຕສະມາດໂຟນລຸ້ນໃໝ່ເພື່ອທີ່ຈະລຸຍໃນຕະຫຼາດໃນປະເທດອິນເດຍໄດ້ແກ່ Le Max ແລະ Le 1s

image

ສຳລັບສະເປັກຂອງ Le Max ມີດັ່ງນີ້:
– ໜ້າຈໍຂະໜາດ 6.33 ນິ້ວ ຄວາມລະອຽດ Quad HD
– ໃຊ້ງານຊິບປະມວນຜົນ Snapdragon 810
– RAM 4GB RAM
– ROM 64/128GB
– ກ້ອງຫຼັງໃຊ້ງານເຊັນເຊີ້ກ້ອງຂອງ Sony IMX230 ຄວາມລະອຽດ 21 ລ້ານພິກເຊວ
– ກ້ອງໜ້າຄວາມລະອຽດ 4 ລ້ານພິກເຊວ
– ລະບົບສະແກນລາຍນິ້ວມື
– ພອຣດ USB Type-C
– ແບັດເຕີຣີ 3400mAh
– ລະບົບປະຕິບັດການ Android 5.1 Lollipop.

ສຳລັບລາຄາຂອງ Le Max ແມ່ນຢູ່ທີ່ 32,999 ຣູປີ (4.010.000 ກີບ) ສະເພາະລຸ້ນ 64GB ແລະຈະວາງຂາຍໃນໄວໆນີ້

image

ສຳລັບສະເປັກຂອງ Le 1s ມີດັ່ງນີ້:
– ໜ້າຈໍຂະໜາດ 5.5 ນິ້ວ ຄວາມລະອຽດ 1080p (Full HD),
– ໃຊ້ງານຊິບປະມວນຜົນ MediaTek Helio X10
– RAM 3GB
– ROM 32GB
– ກ້ອງຫຼັງຄວາມລະອຽດ 13 ລ້ານພິກເຊວ
– ກ້ອງໜ້າຄວາມລະອຽດ 5 ລ້ານພິກເຊວ
– ລະບົົບສະແກນລາຍນິ້ວມື
– ຮອງຮັບ LTE
– ພອຣດ USB Type-C
– ແບັດເຕີຣີ 3000mAh ຮອງຮັບຄວາມສາມາດສາກໄວ

ສຳລັບລາຄາຂອງ Le 1s ແມ່ນພຽງແຕ່ 10,999 ຣູປີ (1.340.000 ກີບ) ແລະຈະຂາຍຜ່ານ Flipkart.

ທີ່ມາ: gsmarena

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...