spot_img
Homeຂ່າວພາຍ​ໃນສະຫວັນ​ນ​ະ​ເຂດ ສູ້​ຊົນ​ຈັດ​ຕັ້ງປະຕິບັດ​ນະ​ໂຍບາຍ​ເຊື່ອມ​​ໂຍງ​​ແລວ​ທາງ​ເສດຖະກິດ​ຕາ​ເວັນ​ອອກ-ຕາເວັນ​ຕົກ

ສະຫວັນ​ນ​ະ​ເຂດ ສູ້​ຊົນ​ຈັດ​ຕັ້ງປະຕິບັດ​ນະ​ໂຍບາຍ​ເຊື່ອມ​​ໂຍງ​​ແລວ​ທາງ​ເສດຖະກິດ​ຕາ​ເວັນ​ອອກ-ຕາເວັນ​ຕົກ

Published on

ສະຫາຍ ດຣ. ສຸພັນ ​ແກ້ວ​ມີ​ໄຊ ​ເລຂາ​ພັກ​ແຂວງ, ​ເຈົ້າ​ແຂວງ​ສະຫວັນ​ນະ​ເຂດ ​ໄດ້​ລາຍ​ງານ​ການຈັດ​ຕັ້ງ​ປະຕິບັດ​ນະ​ໂຍບາຍ​ເຊື່ອມ​​ໂຍງ​ແລ​ວທາງ​ເສດຖະກິດ​ຕາ​ເວັນ​ອອກ-ຕາ​ເວັນ​ຕົກ ຕໍ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ X ຂອງ​ພັກ ​ໃນ​ວັນ​ທີ 18 ມັງກອນ​ຜ່ານ​ມາ, ​​ໂດຍ​​ໄດ້​ຊີ້​ໃຫ້​ເຫັນ​ເຖິງ​ວຽກ​ງານ​ແຕ່ລະ​ຈຸດ​ສຸມ​ຂອງ​ແຂວງ​ສະ​ຫວັນນະ​ເຂດ ​ເປັນ​ຕົ້ນ​ການ​ນຳ​ໃຊ້​ຂົວ​ມິດຕະພາບ 2 ສະຫວັນ​ນະ​ເຂດ​-ມຸກດາ​ຫານ ​ແລະ ​ເສັ້ນທາງ​ເລກ 9 ທີ່​ເປັນ​ເສັ້ນທາງ​ຜ່ານ ​ໃຫ້​​ເກີດ​ປະ​ໂຫຍ​ດສູງ​ສຸດ​ແກ່​ການ​ພັດທະນາ​ປະ​ເທດ​ຊາດ, ພ້ອມ​ທັງ​ໄດ້​ຖອດ​ຖອນ​ບົດຮຽນ​ດີ-ອ່ອນ ​ເພື່ອ​ນຳ​ໄປ​ປະຕິບັດ​ຢູ່​ຈຸ​ດອື່ນໆ​ຂອງ​ປະ​ເທດ, ​ໂດຍ​ສະ​ເພາະ​ການ​ປະຕິບັດ​ບັນດາ​ທິດ​ທາງ​ໜ້າ​ທີ່ ​ແລະ ວຽກ​ງານ​ຈຸດ​ສຸ​ມດັ່ງກ່າວ ​ໃນ​ແຜນການ​ປະຈຳ​ປີ​ຢ່າງ​ຕໍ່​ເນື່ອງ, ຈຶ່ງ​ເຮັດ​ໃຫ້ການ​ຈັດ​ຕັ້ງ​

ປະຕິບັດ​ນະ​ໂຍບາຍ​ເຊື່ອມ​ໂຍງ​ແລວ​​ເສ​ດຖະກິ​ດຕາ​ເວັນ​ອອກ-ຕາ​ເວັນ​ຕົກ ​​ມີ​ຜົນສຳ​ເລັດ​ເປັນ​ກ້າວໆ​ມາ​ແລ້ວ​ໄດ້​ຮັບຄວາມ​ເຊື່ອ​ຖື​ຕໍ່​ນັກ​ລົງທຶນ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ໄດ້​ດີ​ພໍ​ສົມຄວນ, ປະກອບສ່ວນ​ຢ່າງ​ແຂງ​ແຮງ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ-ສັງຄົມ​ຂອງ​ປະ​ເທດ ກໍ​ຄື​ແຂວງ​ສະຫວັນ​ນະ​ເຂດ​ເພີ້ມຂຶ້ນ​ຢ່າງ​ຕໍ່​ເນື່ອງ ​ແລະ ໝັ້ນ​ທ່ຽງຄື: ທົ່ວ​ແຂວງ​ສືບ​ຕໍ່​ມີ​ສະຖຽນ​ລະ​ພາບ​ທາງ​ດ້ານ​ການ​ເມືອງ, ສັງຄົມ​ມີ​ຄວາມ​ສະຫງົບ​-ປອດ​ໄພ​ໂດຍ​ພື້ນຖານ, ​ເສດຖະກິດ ຂະ​ຫຍາ​ຍຕົວ​ໄວ​ຂຶ້ນ GDP ​ເພີ່ມ​ຂຶ້ນ​ຈາກ 10% ​ໃນ​ປີ 2010 ມາ​ເປັນ 12,5% ​ໃນ​ປີ 2015, ສະ​ເລ່ຍ GDP ຕໍ່​ຫົວ​ຄົນ​ເພີ່ມ​ຂຶ້ນຈາກຄົນ​ລະ 897 ​ໂດ​ລາ​ສະຫະລັດ ​ໃນ​ປີ 2010, ມາ​ເປັນຄົນ​ລະ 1.785 ​ໂດ​ລາ​ສະຫະລັດ​ ​ໃນ​ປີ 2015, ການ​ລົງທຶນ​ຕ່າງປະ​ເທດ​ມີ​ມູນ​ຄ່າ​ຫລາຍ​ກວ່າ 5,2 ຕື້​ໂດ​ລາ​ສະຫະລັດ ທຽບ​ໃສ່ 5 ປີຜ່ານມາ​ເພີ່ມ​ຂຶ້ນ 82%, ມີ 160 ​ໂຄງການ​, ຊຶ່ງ​ມາ​ຈາກ 20 ກວ່າ​ປະ​ເທດ, ບັນດາ​ໂຮງ​ງານ​ອຸດສາຫະກຳ​ທີ່​ທັນ​ສະ​ໄໝ​ຈຳນວນ​ໜຶ່ງ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ໃນ​ເຂດ​​ເສດຖະກິດ​ພິ​ເສດ​ສະຫວັນ​-​ເຊ​​ໂນ, ​ເຂດ​ການ​ຄ້າ​ຊາຍ​ແດນ​-​ແດນ​ສະຫວັນ ​ແລະ ​ນອກ​ເຂດ​ເຊັ່ນ: ​ໂຮງງານ​ປະກອບ​ກ້ອງຖ່າຍຮູບ​ນິກອນ (​ຍີ່ປຸ່ນ), ​ໂຮງງານ​ຜະລິດ​ແກ້ວ​ແວ່ນຕາ​ເອຊີ​ລໍ ​(ຝຣັ່ງ), ​ໂຮງງານ​ປະ​ອບລົດ​ກະບະ​ແດ​ຮັນ​​ (ສ.​ເກົາຫລີ), ​ໂຮງງານ​ຜະລິດ​ອາ​ໄຫລ່​ລົດ​ໂຕ​​ໂຍຕາ (ຍີ່ປຸ່ນ), ​ໂຮງງານ​ຜະລິດ​ຊິ້ນສ່ວນອາ​ໄຫລ່ລົດຍົນ, ​ໂຮງງານ​ຜະລິດ​ອຸປະກອນ​ໂທລະ​ຄົມ, ​ໂຮງງານ​ຜະລິດ​ນ້ຳຕານ​ສຳ​ເລັດ​ຮູບ, ​ໂຮງງານ​ຜະລິດ​​ແປ້​ງມັນ​ຕົ້ນ, ​ໂຮງງານ​ຜະລິດ​ເຫລັກ​​ເສັ້ນ, ​ໂຮງງາ​ນຜະລິດ​ຊີມັງ ​ແລະ ​ໂຮງງານ​ອື່ນ​ໆ, ຈຳນວນ​ພາຫະ​ນະ​ຂົນ​ສົ່ງ​ສິນຄ້າ ​ແລະ ​​ໂດຍ​ສານ​ເຂົ້າ​-ອອກ​ຜ່ານ​ດ່ານ​ສາກົນ​ຂົວ​ມິດຕະພາບ II ​ແລະ ດ່ານ​ສາກົນ​ຊາຍ​ແດນ-​ແດນ​ສະຫວັນ ມີ​ລັກສະນະ​ເພີ່ມ​ຂຶ້ນ​ຈາກ77.800 ຄັນ ​ໃນ​ປີ 2006 ມາ​ເປັນ 216.700 ຄັນ ​ໃນ​ປີ 2015 ສ​ະ​ເລ່ຍຈາກ 264 ຄັນ​ຕໍ່​ວັນ ມາ​ເປັນ 537 ຄັນ​ຕໍ່​ວັນ, ມູນ​ຄ່າ​ສິນຄ້າ​ຂາ​ອອກ-ຂາ​ເຂົ້າ ຜ່ານ​ດ່ານ​ສາກົນ​ຂົວ​ມິດຕະພາບ II ບັນລຸ​ໄດ້ 1.341 ຕື້​ໂດ​ລາ​ສະຫະລັດ, ຈຳນວນ​ນັກ​ທ່ອງ​ທ່ຽວ ​ເພີ່ມ​ຂຶ້ນ​ຈາກ 435.900 ຄົນ​ໃນ​ປີ 2006 ມາ​ເປັນ 1.100.000 ກວ່າ​ຄົນ​ໃນ​ປີ 2015 ສຳລັບ​ການ​ສົ່ງ​ອອກ​ສິນຄ້າ 5 ປີ ສາມາດ​ບັນລຸ​ໄດ້​ 3,6 ຕື້​ໂດ​ລາ​ສະຫະລັດ, ມູນ​ຄ່າ​ການ​ນຳ​ເຂົ້າ​ສິນຄ້າ 1,2 ຕື້​ໂດ​ລາ​ສະຫະລັດ ​ເກີນ​ດຸນ​ການ​ຄ້າ 2,3 ຕື້​ໂດ​ລາ​ສະຫະລັດ, ການ​ເກັບ​ລາຍ​ຮັບ​ເຂົ້າ​ງົບປະມານ​ສາມາດ​ປະຕິບັດ​ໄດ້​ລື່ນ​ແຜນ​ທຸກ​ປີ ​ເພີ່ມ​ຂຶ້ນ​ໃນ​ລະດັບ 18-19%, ດ້ານ​ໂຄງ​ລ່າງ​ໄຟຟ້າ​ໄດ້​ຮັບ​ການ​ກໍ່ສ້າງ​ສະໜອງ​ໃຫ້​ແກ່​ໂຮງງານ​ອຸດສາຫະກຳ​ໄດ້​ຢ່າງ​ພຽງພໍ ​ແລະຂະຫຍາຍ​ຕາ​ຂ່າຍ​ລົງ​ສູ່​ຈຸດ​ສຸມ​ກຸ່ມ​ບ້ານ​ເຂດ​ຊົນນະບົດ​ຫ່າງ​ໄກ​ສອກຫລີກ. ມາ​ຮອດ​ປັດຈຸບັນ ບ້ານ​ທີ່​ໄດ້​ຊົມ​ໃຊ້​ກະ​ແສ​ໄຟຟ້າ​​​ກວມ​ເອົາ 87,8% ຂອງຄອບຄົວທັງ​ໝົດ.

ສະຫາຍ ​ເລຂາ​ພັກ ​ເຈົ້າ​​ແຂວງ​ສະຫວັນ​ນະ​ເຂດ ກ່າວ​ວ່າ: ຍ້ອນການ​ຊີ້​ນຳ-ນຳພາ​ຂອງ​ພັກ ກໍ​ຄື​ການຈັດ​ຕັ້ງ​ປະຕິບັດ​ມະ 9 ຂອງ​ພັກ ​ໃນ​ໄລຍະ​ຜ່ານ​ມາ​ຈຶ່ງ​ເຮັດ​ໃຫ້​ເສດຖະກິດ​ຂອງ​ແຂວງ​ສະຫວັນນະ​ເຂດ ມີ​ການ​ຂະ​ຫຍາ​ຍຕົວສູງ, ການ​ພັດທະນາ​ຊົນນະບົດ ​ແລະ ​ແກ້​ໄຂ​ຄວາມທຸກ​ຍາກ​ຂອງ​ປະຊາຊົນ​ບັນ​ດາ​ເຜົ່າ​​ຫລຸດ​ລົງ​ເທື່ອ​ລະ​ກ້າວ, ປັດຈຸບັນ​ທົ່ວ​ແຂວງ​ມີ​ບ້ານ​ທຸກ​ຍາກ​ເຫລືອ​ພຽງ 149 ບ້ານ​ຫລື ​ເທົ່າ​ກັບ 14,6% ຂອງ​ຈຳນວນ​ບ້ານ​ທັງ​ໝົດ, ຄອບຄົວ​ທຸກ​ຍາກ​ຫລຸດ​ລົງ​ເຫລືອ 8.633 ຄອບຄົວ ​ເທົ່າກັບ 5,3% ຂອງ​ຄອບຄົວ​ທັງ​ໝົດ​ໃນ​ທົ່ວ​ແຂວງ ​ແລະ ​ເມືອງ​ທຸກ​ຍາກ​ຍັງ​​ເຫລືອ 2 ​ເມືອງຄື: ​ເມືອງ​ເຊ​ໂປ​ນ ​ແລະ ​ເມືອງ​ນອງ​ເທົ່າ​ນັ້ນ.

ແຫ່ລງຂ່າວ

ລພນ

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...