Homeຂ່າວເຫດການຮູບພາບເຄື່ອນໄຫວການນຳພັກ-ລັດໄດ້ຮັບຄວາມສົນໃຈຈາກຜູ້ແທນກອງປະຊຸມໃຫຍ່ຄັ້ງທີX ຂອງ ພັກ

ຮູບພາບເຄື່ອນໄຫວການນຳພັກ-ລັດໄດ້ຮັບຄວາມສົນໃຈຈາກຜູ້ແທນກອງປະຊຸມໃຫຍ່ຄັ້ງທີX ຂອງ ພັກ

Published on

ຮູບພາບການເຄື່ອນໄຫວຂອງບັນດາການນຳພັກແລະລັດຖະ ບານຕະຫລອດໄລຍະ 5 ປີຜ່ານ ມາ, ທີ່ໄດ້ນຳມາວາງສະແດງໃນກອງປະຊຸມໃຫຍ່ຄັ້ງທີ X ຂອງພັກມີຈຳນວນຫລາຍສິບແຜ່ນໄດ້ຮັບຄວາມສົນໃຈຈາກຜູ້ແທນກອງປະຊຸມ, ໂດຍສະເພາະຮູບພາບຂອງຕົວເມືອງວຽງໄຊແຂວງຫົວພັນພາຍຫລັງປົດປ່ອຍປີ 1975 ທີ່ມີຂະໜາດໃຫຍ່ເຖິງ 6×17 ແມັດແມ່ນໄດ້ຮັບຄວາມສົນໃຈຫລາຍ. ຜູ້ຮັບຜິດຊອບງານວາງສະແດງດັ່ງກ່າວໃຫ້ຮູ້ວ່າ: ຮູບພາບນຳຈັດໃນນັ້ນມີສອງແຜ່ນໄດ້ຈັດພີມຂະໜາດ 6×17 ແມັດຄື: ຮູບພາບຂອງຕົວເມືອງວຽງໄຊແຂວງຫົວພັນຫລັງປີ 1975, ຮູບພາບພະທາດຫລວງວຽງຈັນທີ່ມີແສງ

ຂອງບັ້ງໄຟດອກໂອບອ້ອມຢ່າງສວຍສົດງົດງາມໃນໂອກາດສະເຫລີມສະ ຫລອງວັນສະຖາປະນາສາ ທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 40ປີ, ສ່ວນຮູບອື່ນໆແມ່ນສ່ອງແສງໃຫ້ເຫັນເຖິງບັນຍາກາດຂອງກອງປະຊຸມພັກໃນແຕ່ລະສະໄໝຄື: ສະໄໝທີ I-IX,ການເຄື່ອນໄຫວຂອງບັນດາຜູ້ນຳພັກ-ລັດລົງຊຸກຍູ້ການພັດທະນາ, ໃນຂົງເຂດຕ່າງໆ, ລວມເຖິງພາບການເຕີບໃຫຍ່ຂະຫຍາຍຕົວຂອງການພັດທະນາເສດຖະກິດ-ສັງຄົມຂອງຊາດໃນໄລຍະຜ່ານມາ, ອັນໄດ້ສ້າງຄວາມສົນໃຈເຂົ້າຢ້ຽມຊົມຢ່າງຫລວງຫລາຍ ແລະ ສ້າງຄວາມພາກພູມໃຈໃຫ້ກັບໜ່ວຍງານທີ່ໄດ້ໃຊ້ເວລາຫລາຍສົມຄວນໃນການກະກຽມຮັບໃຊ້ກອງປະຊຸມຄັ້ງສຳຄັນຂອງພັກເທື່ອນີ້ໄດ້ມີຜົນສຳເລັດ.

ແຫ່ລງຂ່າວ

ລພນ

ບົດຄວາມຫຼ້າສຸດ

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...

ທ່ານ ນາຍົກລັດຖະມົນຕີ ຊີ້ນຳໃຫ້ ຍທຂ ພັດທະນາກໍ່ສ້າງ ແລະ ປັບປຸງເສັ້ນທາງໃຫ້ມີຄຸນນະພາບ ໄດ້ມາດຕະຖານສາກົນ.

ໃນວັນທີ 13 ຕຸລາ 2026 ນີ້, ທີ່ຫ້ອງປະຊຸມໃຫຍ່ກະຊວງໂຍທາທິການ ແລະ ຂົນສົ່ງ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ...