Homeຂ່າວເຫດການຫລາຍພາກສ່ວນມອບເງິນອຸປະຖໍາກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ

ຫລາຍພາກສ່ວນມອບເງິນອຸປະຖໍາກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ

Published on

ໃນຕອນເຊົ້າວັນທີ 19 ມັງກອນນີ້ທີ່ສູນປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ ທ່ານລັດຖະ ມົນຕີວ່າການກະຊວງການເງິນ ດຣ ລຽນ ທິແກ້ວ ໄດ້ຕາງໜ້າພັກ ແລະ ລັດຖະບານຮັບເງິນອຸປະຖໍາກອງປະຊຸມໃຫຍ່ຄັ້ງທີ X ຂອງພັກຈາກພາກສ່ວນຕ່າງໆຄື: ແຂວງສະຫວັນນະເຂດຈໍານວນ 100 ລ້ານກີບ, ໄຊຍະບູລີ 50 ລ້ານກີບ, ກະຊວງສຶກສາທິການ ແລະ ກິລາ 30 ລ້ານກີບ, ກະຊວງປ້ອງກັນປະເທດ 30 ລ້ານກີບ, ແຂວງອັດຕະປື 25 ລ້ານກີບ, ກະຊວງປ້ອງກັນຄວາມສະຫງົບ 20 ລ້ານກີບ, ກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກຈໍານວນ 10 ລ້ານກີບ ແລະ ໃນວັນທີ 18 ມັງກອນຜ່ານມາ, ທ່ານລັດຖະມົນຕີວ່າການກະຊວງການເງິນກໍໄດ້ຮັບເງິນອຸປະຖໍາກອງປະຊຸມດັ່ງກ່າວຈາກແຂວງບໍລິຄໍາໄຊ 80 ລ້ານກີບ, ຜົ້ງສາລີ 10 ລ້ານກີບ, ຫລວງນໍ້າທາ 20 ລ້ານກີບ, ສະຖາບັນວິທະຍາສາດ-ສັງຄົມແຫ່ງຊາດ

10 ລ້ານກີບ, ແຂວງຫລວງພະບາງ 50 ລ້ານກີບ, ໄຊສົມບູນ 30 ລ້ານກີບ, ກະຊວງແຮງງານສະຫວັດດີການ-ສັງຄົມ 20 ລ້ານກີບ, ແຂວງສາລະວັນ ແລະ ຄໍາມ່ວນພາກສ່ວນລະ 50 ລ້ານກີບ.

ໃນໂອກາດນີ້, ທ່ານລັດຖະມົນຕີວ່າການກະຊວງການເງິນໄດ້ກ່າວສະແດງຄວາມຂອບໃຈຕໍ່ບັນດາຂະແໜງການ ແລະ ທ້ອງຖິ່ນຕ່າງໆທີ່ໄດ້ໃຫ້ການອຸປະຖໍາໃນຄັ້ງນີ້, ພ້ອມທັງຢືນຢັນວ່າຈະນໍາໃຊ້ເງິນທີ່ໄດ້ຈາກການສະໜັບສະໜູນຄັ້ງນີ້ເຂົ້າຮັບໃຊ້ກອງປະຊຸມ​ໃຫຍ່​ສໍາຄັນ​ນີ້ໃຫ້ມີຜົນປະ​ໂຫຍ​ດສູງ​ສຸດ.

ແຫ່ລງຂ່າວ

ລພນ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...