spot_img
Homeຂ່າວເຫດການເພີ່ມທະວີວຽກງານແນວຄິດຂອງພັກ ໃນເງື່ອນໄຂໃໝ່

ເພີ່ມທະວີວຽກງານແນວຄິດຂອງພັກ ໃນເງື່ອນໄຂໃໝ່

Published on

ບາງຕອນສຳຄັນຂອງບົດປະກອບຄຳເຫັນຂອງສະຫາຍ ສີສຸກ ພິລາວົງ ຮອງເລຂາຄະນະພັກ  ຄະນະໂຄສະນາອົບຮົມສູນກາງພັກ ຕໍ່ກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ, 18/1/2016
ດັ່ງທີ່ຮູ້ນຳກັນແລ້ວວ່າ: ວຽກ ງານການເມືອງ-ແນວຄິດ ແມ່ນຂະແໜງ ວິທະຍາສາດສັງຄົມໜຶ່ງ ທີ່ກະທົບເຂົ້າໃສ່ ພາກສ່ວນບັນຊາ​ (ມັນສະໝອງ) ຂອງ ພວກເຮົາ, ແມ່ນການເຄື່ອນໄຫວ ທີ່ມີຈຸດ ປະສົງຂອງຊົນຊັ້ນ, ຂອງພັກການເມືອງ ໃດໜຶ່ງ ເພື່ອປະຕິບັດເຈດຈຳນົງຂອງຊົນ ຊັ້ນ, ສະນັ້ນໂດຍຮັບຮູ້ ແລະ ເຂົ້າໃຈ ແຈ້ງກ່ຽວກັບຄວາມໝາຍ ແລະ ບົດບາດສຳຄັນຂອງແນວຄິດ ແລະ ວຽກ ງານການເມືອງ-ແນວຄິດ  ຕໍ່ພາລະກິດປະຕິວັດຂອງພັກເຮົາ, ນັບແຕ່ ມື້ກຳເນີດຂຶ້ນພັກເຮົາ ໄດ້ກຳນົດທັດສະນະ ແລະ ຖືເອົາວຽກງານການ ເມືອງ-ແນວຄິດເປັນພາຫະນະອັນແຫຼມຄົມ, ເປັນສ່ວນປະກອບໜຶ່ງທີ່ສຳ ຄັນຂອງວຽກງານສ້າງພັກ, ສ້າງພະນັກງານ, ຖືວຽກງານການເມືອງ- ແນວຄິດ ເປັນໜ້າທີ່ສຳຄັນພື້ນຖານ, ເປັນວຽກງານກົກ, ເປັນວຽກງານທີ່ ຕ້ອງເຮັດເປັນປະຈຳ ແລະ ສອດຫ້ອຍ
ໄປທຸກຂົງເຂດວຽກງານ. ບໍ່ວ່າ ຈະເປັນວຽກງານໃດກໍຕ້ອງມີ ການນຳພາການເມືອງ-ແນວ ຄິດ, ມີການຊີ້ແຈງອະທິບາຍ ໃຫ້ຮັບຮູ້ເຂົ້າໃຈແຈ້ງ ເພື່ອນຳ ໄປຈັດຕັ້ງປະຕິບັດ. ສະນັ້ນ ພັກເຮົາຈິ່ງໄດ້ມີມະຕິກ່ຽວກັບ ວຽກງານການເມືອງ-ແນວຄິດ ໃນແຕ່ລະໄລຍະຂອງການປະ ຕິວັດ ເພື່ອສຶກສາອົບຮົມນຳພາ ແນວຄິດໃນທົ່ວພັກ ທົ່ວກອງ ທັບ ແລະ ທົ່ວປວງຊົນ ແນໃສ່ ເຮັດໃຫ້ສະມາຊິກພັກ, ພະນັກ ງານ ແລະ ມະຫາຊົນຊັ້ນຄົນ ຕ່າງໆໄດ້ເຂົ້າໃຈ ແລະ ກຳ ແໜ້ນລະບົບແນວຄິດຂອງພັກ  ປຸກລະດົມຊວນເຊື່ອມະຫາຊົນ ເຄື່ອນໄຫວຢ່າງຕັ້ງໜ້າ ແລະ ປະດິດສ້າງ ເພື່ອປະຕິບັດອຸດົມ ການ ແລະ ຈຸດປະສົງຂອງພັກ ໃຫ້ປະກົດເປັນຈິງ.
ໃນການປະຕິບັດມະຕິ ກອງປະຊຸມໃຫຍ່ຄັ້ງທີ IX ຂອງ ພັກ, ສູນກາງພັກໄດ້ສຸມໃສ່ຊີ້ ນຳໆພາວຽກງານການເມືອງ-ແນວຄິດຢ່າງໃກ້ຊິດ, ຄະນະ ພັກ ແລະ ຄະນະໂຄສະນາອົບ ຮົມຂັ້ນຕ່າງໆໃນທົ່ວປະເທດ ໄດ້ເປັນເຈົ້າການໃນການຈັດ ຕັ້ງການສຶກສາອົບຮົມການ ເມືອງ ແລະ ນຳພາແນວຄິດ, ເຮັດໃຫ້ວຽກງານການເມືອງ-ແນວຄິດ ໄດ້ຮັບການປະຕິບັດ ສອດຫ້ອຍ ແລະ ຕິດພັນໄປ ກັບວຽກງານສ້າງພັກ, ສ້າງພະ ນັກງານ ແລະ ຂະບວນການ ປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດ. ເນື້ອ ໃນ ແລະ ວິທີດຳເນີນວຽກງານ ການເມືອງ-ນຳພາແນວຄິດ ຂອງພັກເຮົາໄດ້ຮັບການປັບປຸງ ໃຫ້ຕິດແທດກັບໜ້າທີ່ການ ເມືອງ ແລະ ສະພາບການທີ່ພົ້ນ ເດັ່ນ, ເປັນຕົ້ນແມ່ນໄດ້ເນັ້ນ ໜັກກ່ຽວກັບການໂຄສະນາອະ ທິບາຍຊີ້ແຈງ ແລະ ປຸກລະດົມ ມະຫາຊົນເຂົ້າສູ່ການຈັດຕັ້ງ ປະຕິບັດແນວທາງຂອງພັກໃຫ້ ເກີດຜົນຕົວຈິງ, ເຊີດຊູຄວາມ ເປັນແບບຢ່າງນຳໜ້າຂອງສະ ມາຊິກພັກ-ພະນັກງານ, ຕ້ານ ບັນດາປະກົດການຫຍໍ້ທໍ້ກໍ່ຄື ການເສື່ອມຖອຍທາງດ້ານຄຸນ ທາດການເມືອງ ແລະ ຄຸນສົມ ບັດສິນທຳປະຕິວັດທີ່ເກີດໃນ ຖັນແຖວສະມາຊິກພັກ-ພະນັກ ງານ, ຕີຖອຍກົນອຸບາຍຂອງ ອິດທິກຳລັງປໍລະປັກທີ່ຫວັງທຳ ລາຍມ້າງເພທຳລາຍພັກ ແລະ ລະບອບໃໝ່ຂອງພວກເຮົາ, ຫຼັກສູດການຮຽນ-ການສອນ ທິດສະດີການເມືອງ-ການປົກ ຄອງ ແລະ ວິທີການສິດສອນ ການເມືອງ-ສັງຄົມສຳລັບພະ ນັກງານສະມາຊິກພັກຢູ່ໃນລະ ບົບໂຮງຮຽນພັກ ແລະ ສະຖາ ບັນການສຶກສາຊັ້ນຕ່າງໆ ທັງ ພາກລັດ ແລະ ເອກະຊົນກໍໍ່ໄດ້ ຮັບການປັບປຸງ, ຖັນແຖວພະ ນັກງານທີ່ເຮັດວຽກງານການ ເມືອງ-ແນວຄິດ ໄດ້ຮັບການ ບຳລຸງຍົກລະດັບທາງດ້ານທິດ ສະດີ-ແນວທາງ ແລະ ວິຊາສະ ເພາະທັງຢູ່ພາຍໃນ ແລະ ຢູ່ ຕ່າງປະເທດ, ເຄື່ອງມື ແລະ ອຸ ປະກອນຮັບໃຊ້ການເຮັດວຽກ ງານການເມືອງ-ແນວຄິດ ໄດ້ ຮັບການຍົກລະດັບໃຫ້ທັນສະ ພາບຂຶ້ນໃນບາງດ້ານ, ກົນໄກ, ການປະສານງານເພື່ອຕິດຕາມ ກຳແໜ້ນສະພາບແນວຄິດ- ຫາງສຽງສັງຄົມ ໄດ້ດຳເນີນ ເປັນປົກກະຕິ ແລະ ໄດ້ຮັບຜົນ ດີ, ການຕອບແກ້ຫາງສຽງ ແລະ ຖ້ອຍທຳນອງທີ່ດີກໍເຮັດໄດ້ ວ່ອງໄວທັນການ ແລະ ຖືກກັບ ເປົ້າໝາຍກວ່າເກົ່າ, ວຽກງານ ຄົ້ນຄວ້າທິດສະດີ ແລະ ສັງ ລວມພຶດຕິກຳ. ​ເຖິງວ່າເງື່ອນ ໄຂ ແລະ ລະດັບຄວາມສາມາດ ຍັງຈຳກັດຫຼາຍດ້ານ,  ແຕ່ດ້ວຍ ຄວາມບາກບັ່ນພະຍາຍາມ ຢ່າງສຸດຂີດ ກໍສາມາດຍາດໄດ້ ຜົນງານທີ່ສຳຄັນຫຼາຍປະການ, ສະໜອງພື້ນຖານທິດສະດີວິ ທະຍາສາດໃຫ້ແກ່ການວາງ ແນວທາງນະໂຍບາຍຂອງພັກ.
ເຖິງຢ່າງໃດກໍຕາມ ອີງໃສ່ ຄວາມຮຽກຮ້ອງຕ້ອງການຂອງ ໜ້າທີ່ການເມືອງໃນໄລຍະໃໝ່ ພວກເຮົາຍັງສັງເກດເຫັນວ່າ ຄວາມເອົາໃຈໃສ່ຕົວຈິງຕໍ່ຂົງ ເຂດວຽກງານການເມືອງ-ແນວຄິດບໍ່ທັນສົມຄູ່ກັບການ ໃຫ້ຄວາມສຳຄັນ, ຄະນະພັກ, ພະນັກງານການນຳຢູ່ຫຼາຍ ບ່ອນຍັງຖືເບົາວຽກງານໂຄສະ ນາເຜີຍແຜ່ແນວທາງ ແລະ ມະຕິຕ່າງໆຂອງພັກ, ການ ເຜີຍແຜ່ແນວທາງຢູ່ຫຼາຍບ່ອນ ເຮັດແບບຜິວເຜີນບໍ່ເລິກເຊິ່ງ, ເນື້ອໃນ, ວິທີການ ແລະ ຮູບ ການດຳເນີນວຽກງານການ ເມືອງ-ແນວຄິດຍັງບໍ່ທັນແທດ ກັບເງື່ອນໄຂສະພາບການໃໝ່ ແລະ ແຕ່ລະເປົ້າໝາຍ, ການ ສຶກສາອົບຮົມການເມືອງ-ນຳ ພາແນວຄິດຍັງຂາດລັກສະນະ ຕໍ່ສູ້-ຕຳນິວິຈານ, ພະນັກງານ ສະມາຊິກພັກຈຳນວນໜຶ່ງບໍ່ ທັນຕັ້ງໜ້າຝຶກຝົນຫຼໍ່ຫຼອມຄຸນ ທາດການເມືອງ ແລະ ຄຸນສົມ ບັດສິນທຳປະຕິວັດ, ຂາດຄວາມ ເປັນແບບຢ່າງ, ເກີດມີການ ເສື່ອມຖອຍທາງດ້ານແນວຄິດ ແລະ ອຸດົມການປະຕິວັດ, ເກີດມີແນວຄິດອາດຍາສິດ, ສວຍໂອກາດ, ສໍ້ລາດບັງຫຼວງ, ສວຍໃຊ້ຖານະຕຳແໜ່ງ, ຖືຜົນ ປະໂຫຍດສ່ວນຕົວເໜືອກວ່າ ຜົນປະໂຫຍດຂອງຊາດຂອງປະ ຊາຊົນ, ມີແນວຄິດຈຸ້ມເຈື້ອເຊື້ອ ສາຍ, ກຸ່ມກ້ອນພັກພວກ, ລ່ວງ ລະເມີດລະບຽບກົດໝາຍ ແລະ ສິດເປັນເຈົ້າຂອງປະຊາຊົນ, ມີການຫຼິ້ນກິນຟູມເຟືອຍ, ເສລີ ຊະຊາຍ, ບໍ່ປະຢັດມັດທະຍັດ ເຊິ່ງເປັນຜົນສະທ້ອນທາງລົບ ຕໍ່ພາບພົດບົດບາດອິດທິພົນ ຂອງພັກ ແລະ ລັດເຮົາການ ປັບປຸງກົງຈັກການຈັດຕັ້ງ, ການສັບຊ້ອນບຸກຄະລາກອນ ເຂົ້າໃນຂົງເຂດວຽກງານການ ເມືອງ-ແນວຄິດຍັງບໍ່ທັນສົມຄູ່ ກັບການໃຫ້ຄວາມສຳຄັນ, ການສະໜອງງົບປະມານ, ພາຫະນະ ແລະ ເຄື່ອງມືອຸປະ ກອນ ເພື່ອເຮັດວຽກງານການ ເມືອງ-ແນວຄິດ ຍັງບໍ່ທັນສົມ ຄູ່ ແລະ ຕັ້ງໜ້າເທົ່າທີ່ຄວນ ອັນເຮັດໃຫ້ຄຸນນະພາບ ແລະ ປະສິດທະຜົນບໍ່ທັນສູງ. ການ ປະສານງານເພື່ອເຮັດວຽກ ງານໂຄສະນາຕໍ່ຕ່າງປະເທດ ນັບທັງການຕອບໂຕ້ການໂຄ ສະນາບິດເບືອນຂອງຕ່າງປະ ເທດຍັງບໍ່ທັນວ່ອງໄວ ແລະ ເລິກເຊິ່ງດີ, ການຄົ້ນຄວ້າທິດ ສະດີ ແລະ ສັງລວມພຶດຕິກຳ ຍັງເຮັດໄດ້ຈຳກັດ, ບັນຫາໃໝ່ ທີ່ສັງຄົມສົນໃຈຕັ້ງຂຶ້ນຍັງບໍ່ທັນ ໄດ້ຮັບການຄົ້ນຄວ້າຊີ້ແຈ້ງທັນ ສະພາບການ.
ເພື່ອປັບປຸງ ແລະ ຍົກສູງ ຄຸນນະພາບຂອງວຽກງານການ ເມືອງ-ແນວຄິດ ແລະ ທິດສະ ດີຂອງພັກໃນເງື່ອນໄຂໃໝ່-ເງື່ອນໄຂທີ່ສະພາບການສາ ກົນ ແລະ ພາກພື້ນ ຍັງສືບຕໍ່ ຜັນແປໄປຢ່າງສັບສົນ ແລະ ຄາດຄະເນໄດ້ຍາກ, ປະເທດ ຊາດຂອງພວກເຮົາ ພວມສູ້ຊົນ ຈັດຕັ້ງປະຕິບັດແນວທາງ-ນະໂຍບາຍຂອງພັກ ໃນການ ແກ້ໄຂຄວາມທຸກຍາກ ເພື່ອ ຫຼຸຸດພົ້ນອອກຈາກສະຖານະ ພາບປະເທດດ້ອຍພັດທະນາ, ເປີດກວ້າງການພົວພັນຮ່ວມມື ເຊື່ອມໂຍງກັບພາກພື້ນ ແລະ ສາກົນ ດ້ວຍຫຼາຍຮູບ, ຫຼາຍ ແບບ, ຫຼາຍລະດັບ ແລະ ຫຼາຍ ທິດຫຼາຍຝ່າຍ, ຈະຕ້ອງເອົາໃຈ ໃສ່ບາງບັນຫາດັ່ງນີ້:
1. ຕ້ອງເພີ່ມຄວາມເອົາ ໃຈໃສ່ຕໍ່ການຍົກລະດັບຄຸນນະ ພາບຂອງບັນດາອົງການທີ່ ເຮັດວຽກງານການເມືອງ-ແນວ ຄິດ, ປັບປຸງກົງຈັກການຈັດຕັ້ງ ໃຫ້ແທດເໝາະກັບຄວາມຮຽກ ຮ້ອງຕ້ອງການໃນແຕ່ລະໄລ ຍະ, ສ້າງ ແລະ ສັບຊ້ອນພະນັກ ງານ, ນຳໃຊ້ ແລະ ຄັດເລືອກ ເອົາບຸກຄະລາກອນຜູ້ທີ່ມີຄວາມ ຮູ້ຄວາມສາມາດ, ມີພອນສະ ຫວັນ, ມີຄຸນສົມບັດທັດສະນະ ທີ່ຖືກຕ້ອງເຂົ້າເຮັດວຽກງານ ການເມືອງ-ແນວຄິດ, ເອົາໃຈ ໃສ່ກໍ່ສ້າງ ແລະ ປຸກລະດົມຂົນ ຂວາຍເອົາຖັນແຖວພະນັກງານ, ນັກຊ່ຽວຊານດ້ານວິທະຍາສາດ ທີ່ມີລະດັບທິດສະດີສູງ, ມີພຶດ ຕິກຳອັນອຸດົມສົມບູນ ແລະ ມີ ຄຸນທາດການເມືອງອັນໜັກ ແໜ້ນປະກອບສ່ວນເຂົ້າໃນວຽກ ງານຄົ້ນຄວ້າທິດສະດີ-ພຶດຕິກຳ.
2. ປັບປຸງເນື້ອໃນ ແລະ ຮູບການເຄື່ອນໄຫວຽກງານ ການເມືອງ-ແນວຄິດ, ທິດສະ ດີໃຫ້ຕອບສະໜອງໄດ້ຄວາມ ຮຽກຮ້ອງຕ້ອງການຂອງສະ ພາບການຕົວຈິງ ແລະ ເປົ້າ ໝາຍຕ່າງໆໃນສັງຄົມ. ວຽກ ງານການເມືອງ-ແນວຄິດ ຕ້ອງ ໄດ້ເຮັດຢ່າງເນື່ອງນິດລຽນຕິດ ເປັນປະຈຳ, ເຮັດຢ່າງຮອບ ດ້ານທັງທາງກວ້າງ ແລະ ທາງ ເລິກ, ເຮັດຫຼາຍຫຼົບຫຼາຍຕ່າວ, ສົມທົບຫຼາຍຮູບການ ແລະ ວິທີການທີ່ສອດຄ່ອງກັບແຕ່ ລະເປົ້າໝາຍເພດໄວ, ສົມທົບ ຢ່າງກົມກຽວລະຫວ່າງເນື້ອໃນ ກັບຮູບການ, ນຳໃຊ້ທັງພາຫະ ນະທັນສະໄໝ ແລະ ອັນທີ່ ເປັນມູນເຊື້ອ, ຮັບປະກັນຄວາມ ກະທັດລັດ ຈະແຈ້ງ, ເຂົ້າໃຈ ງ່າຍ, ສຳລັບຖັນແຖວພະນັກ ງານ, ສະມາຊິກພັກທີ່ເປັນຫຼັກ ແຫຼ່ງຢູ່ແຕ່ລະບ່ອນຕ້ອງສຸມໃສ່ ການສຶກສາອົບຮົມກ່ຽວກັບ ແນວທາງນະໂຍບບາຍຂອງ ພັກ, ຂໍ້ກຳນົດກົດໝາຍຕ່າງໆ ຂອງລັດ,ຫຼັກການນຳພາຂອງ ພັກ ແລະ ການຄຸ້ມຄອງຂອງ ລັດ, ພ້ອມກັນນັ້ນ ກໍ່ສຶກສາອົບ ຮົມຄຸນທາດການເມືອງ-ຄຸນ ສົມບັດສິນທຳປະຕິວັດ,  ຄວາມ ເປັນແບບຢ່າງນຳໜ້າ, ແບບ ແຜນວິທີເຮັດວຽກ ແລະ ແບບ ແຜນດຳລົງຊີວິດທີ່ດີ ຂອງສະ ມາຊິກພັກ-ພະນັກງານ(ຄວາມ ເປັນແບບຢ່າງທີ່ດີ ແມ່ນການ ນຳພາທີ່ດີ)  ສຶກສາອົບຮົມສະ ຕິຕໍ່ການຈັດຕັ້ງລະບຽບວິໄນ ແລະ ຄວາມຮັບຜິດຊອບ, ຄວາມສາມັກຄີເປັນເອກະ ພາບ, ການຕຳນິຕິຊົມກັນ,ສ້າງ ພູມຕ້ານທານຕອບຕ້ານກົນ ອຸບາຍຫັນປ່ຽນ ໂດຍສັນຕິຂອງ ອິດທິກຳລັງປໍລະປັກ ແລະພວກ ຄົນບໍ່ດີ, ຕໍ່ສູ້ຕ້ານປະກົດການ ຫຍໍ້ທໍ້ຕ່າງໆກ່ອນອື່ນໝົດແມ່ນ ປະກົດການພະຍາດອາດຍາ ສິດ, ເອກະຊົນເຫັນແກ່ຕົວ, ການສໍ້ລາດບັງຫຼວງ, ຈຸ້ມເຈື້ອ ເຊື້ອສາຍ ແລະ ອື່ນໆ.
ສຳລັບວຽກງານຄົ້ນຄວ້າ ທິດສະດີ-ພຶດຕິກຳ ຕ້ອງຊອກ ໃຫ້ເຫັນບັນຫາທີ່ພຶດຕິກຳຕັ້ງ ຂຶ້ນ, ຈາກນັ້ນຈຶ່ງວາງຈຸດໝາຍ, ທິດທາງໜ້າທີ່ໃຫ້ແກ່ການຄົ້ນ ຄວ້າທິດສະດີ-ພຶດຕິກຳ, ວຽກ ງານຄົ້ນຄວ້າທິດສະດີ-ພຶດຕິ ກຳ ຕ້ອງອີງໃສ່ວິທະຍາສາດ, ບັນດາຫຼັກມູນ ແລະ ຫຼັກຖານ ຕົວຈິງ ເພື່ອເປັນທິດໃນການຊີ້ ນຳວຽກງານການເມືອງ-ແນວ ຄິດ ທັງເປັນທິດໃຫ້ແກ່ການກຳ ນົດແນວທາງ, ແຜນນະໂຍ ບາຍຂອງພັກໃຫ້ຖືກຕ້ອງ.
3. ປັບປຸງກົນໄກການປະ ສານງານລະຫວ່າງ ອົງການທີ່ ເຮັດວຽກງານການເມືອງ-ແນວຄິດ, ທິດສະດີ,ຕ້ອງຕັ້ງ ໜ້າຄົ້ນຄວ້າ ແລະ ວາງລະ ບົບນິຕິກຳອັນຈຳເປັນໃນການ ກຳນົດຫຼັກການ, ເນື້ອໃນ,ກົນ ໄກລະອຽດກ່ຽວກັບການຊີ້ນຳ ແລະ ຄຸ້ມຄອງການເຮັດວຽກ ງານການເມືອງ-ແນວຄິດທິດ ສະດີ, ນຳໃຊ້ກຳລັງແຮງສັງ ລວມຂອງທຸກພາກສ່ວນເພື່ອ ເຮັດວຽກງານການເມືອງ-ແນວຄິດ-ທິດສະດີຂອງພັກ ໃຫ້ກວ້າງຂວາງ ແລະ ເລິກເຊິ່ງ ເປັນຕົ້ນແມ່ນອົງການຈັດຕັ້ງ ພັກ, ລັດແນວໂຮມ ແລະອົງ ການຈັດຕັ້ງມະຫາຊົນສະຖາ ບັນສຶກສາຂັ້ນຕ່າງໆ ຕ້ອງໄດ້ ເສີມຂະຫຍາຍບົດບາດອັນ ຕັ້ງໜ້າຂອງຕົນເຂົ້າໃນການ ສຶກສາອົບຮົມການເມືອງແນວ ຄິດໃຫ້ມະຫາຊົນ ແລະ ຕ້ອງ ປະຕິບັດຕາມທິດນຳທີ່ວ່າສະ ມາຊິກພັກ ແລະ ພະນັກງານ ຫຼັກແຫຼ່ງແຕ່ລະຄົນຕ້ອງເຮັດ ວຽກງານການເມືອງ-ແນວຄິດ ນຳໃຊ້ເຈົ້າກົກເຈົ້າເຫຼົ່າ, ຜູ້ຊົງ ຄຸນວຸດທິ ແລະ ຜູ້ມີອິດທິພົນ ຢູ່ຮາກຖານສຶກສາອົບຮົມ ປະຊາຊົນ, ຈັດຕັ້ງກິດຈະກຳ ແລະ ສ້າງຂະບວນການແຂ່ງ ຂັນຮັກຊາດ ແລະ ພັດທະນາ ດ້ວຍຫຼາຍຮູບການ ແລະ ຫຼາຍ ລະດັບທີ່ເໝາະສົມ.
4. ເພີ່ມທະວີການນຳພາ ຂອງຄະນະພັກ ແລະ ການຄຸ້ມ ຄອງຂອງລັດທຸກຂັ້ນ ຕໍ່ວຽກ ງານການເມືອງ-ແນວຄິດ ແລະ ທິດສະດີ. ຄະນະພັກທຸກຂັ້ນ ໂດຍສະເພາະແມ່ນເລຂາຄະ ນະພັກ, ຫົວໜ້າອຳນາດການປົກ ຄອງທຸກຂັ້ນ ຕ້ອງເພີ່ມທະວີ ຄວາມຮັບຜິດຊອບໃນການນຳ ພາ-ຊີ້ນຳ ວຽກງານການເມືອງ- ແນວຄິດ-ທິດສະດີ, ຫັນເອົາ ວຽກເປັນແຜນການ, ໂຄງການ ທີ່ສອດຫ້ອຍໄປທຸກຂົງເຂດ ວຽກງານ ເພື່ອແນ່ໃສ່ສ້າງ ບາດກ້າວຫັນປ່ຽນທີ່ຕັ້ງໜ້າໃນ ທຸກດ້ານ, ແກ້ໄຂສະພາບການ ເສື່ອມຄຸນປ່ຽນທາດດ້ານແນວ ຄິດ, ຄຸນສົມບັດ, ແບບແຜນ ດຳລົງຊີວິດຂອງບາງພາກ ສ່ວນສະມາຊິກພັກຍົກສູງຄຸນ ທາດການເມືອງ ຄຸນສົມບັດ ສິນທຳ ແລະ ຄວາມສາມາດ ຂອງຖັນແຖວພະນັກງານ, ສະ ມາຊິກພັກ, ຕ້ານບັນດາແນວ ຄິດສວຍໂອກາດ, ແນວຄິດ ເອກະຊົນ, ອາດຍາສິດ ແລະ ປະກົດການຫຍໍ້ທໍ້, ປະກອບ ສ່ວນຢ່າງຕັ້ງໜ້າເຂົ້າໃນວຽກ ງານກໍ່ສ້າງ ແລະ ປັບປຸງພັກໃຫ້ ມີຄວາມປອດໃສໜັກແໜ້ນ ແລະ ເຂັ້ມແຂງ, ສຶກສາອົບຮົມ ປະຊາຊົນບັນດາເຜົ່າໃຫ້ມີ ຄວາມເຊື່ອໝັ້ນຕໍ່ການນຳພາ ຂອງພັກ. ພຶດຕິກຳແຫ່ງການ ນຳພາຂອງພັກເຮົາໃນອະດີດ, ກໍ່ຄືປະຈຸບັນລ້ວນແຕ່ໄດ້ພິສູດ  ແລະ ຢັ້ງຢືນໃຫ້ເຫັນວ່າ: ຢູ່ ບ່ອນໃດ ທີ່ຄະນະພັກ ແລະ ອຳນາດການປົກຄອງເອົາໃຈ ໃສ່ວຽກງານການເມືອງ-ແນວ ຄິດດີ, ຢູ່ບ່ອນນັ້ນລ້ວນແຕ່ສາ ມາດຜ່ານຜ່າຄວາມຫຍຸ້ງຍາກ ແລະ ເຮັດສຳເລັດໜ້າທີ່ການ ເມືອງຂອງຕົນໄດ້ດີ, ພ້ອມນີ້ກໍ່ ຕ້ອງຄົ້ນຄວ້າກຳນົດມາດຖານ ຄວາມຮູ້ດ້ານທິດສະດີ-ການ ເມືອງສຳລັບພະນັກງານ, ສະ ມາຊິກພັກຜູ້ທີ່ຈະສັບຊ້ອນດຳ ລົງຕຳແໜ່ງສຳຄັນ ໃນກົງຈັກ ຂອງພັກ-ລັດຂັ້ນຕ່າງໆ.
5. ສ້າງສິ່ງອຳນວຍທີ່ຈຳ ເປັນໃຫ້ແກ່ວຽກງານການເມືອງ -ແນວຄິດ ແລະ ທິດສະດີໃຫ້ ສາມາດດຳເນີນໄປຢ່າງຄ່ອງ ຕົວເຊັ່ນ: ງົບປະມານ, ພາຫະ ນະ ແລະ ວັດຖຸອຸປະກອນເຕັກ ນິກທີ່ທັນສະໄໝເທື່ອລະກ້າວ ໃຫ້ແກ່ຂົງເຂດວຽກງານການ ເມືອງ-ແນວຄິດ ແລະ ທິດສະ ດີ, ໄປພ້ອມກັບການເພີ່ມການ ລົງທຶນຢ່າງເໝາະສົມ ເຂົ້າໃສ່ ການປັບປຸງພື້ນຖານໂຄງລ່າງ, ວັດຖຸເຕັກນິກຂອງບັນດາອົງ ການເສນາທິການດ້ານການ ເມືອງ-ແນວຄິດທິດສະດີຂອງ ພັກ ທັງຢູ່ສູນກາງ ແລະ ທ້ອງ ຖິ່ນ. ເພື່ອໃຫ້ອົງການເຫຼົ່ານັ້ນ ມີຄວາມສາມາດເພີ່ມຂຶ້ນໃນ ການຄົ້ນຄວ້າບັນດາບັນຫາທິດ ສະດີ-ພຶດຕິກຳ ພ້ອມທັງເປັນ ໃຈກາງບຳລຸງສ້າງຖັນແຖວພະ ນັກງານການເມືອງ, ການປົກ ຄອງ, ພະນັກງານຄຸ້ມຄອງກໍ່ຄື ພະນັກງານວິທະຍາສາດເຕັກ ນິກ ເພື່ອຕອບສະໜອງກັບ ຄວາມຮຽກຮ້ອງຕ້ອງການຂອງ ໜ້າທີ່ການເມືອງໃນໄລຍະໃໝ່.

ແຫ່ລງຂ່າວ

ປຊຊ

ບົດຄວາມຫຼ້າສຸດ

ແຈ້ງການເປີດການສັນຈອນ ເສັ້ນທາງ ເລກທີ 11 ເຫນືອ, ເລກທີ 13 ໃຕ້ ແລະ ເລກທີ 11 ໃຕ້ ຂອງລົດບັນທຸກຫນັກ

ພະແນກ ໂຍທາທິການ ແລະ ຂົນສົ່ງອອກແຈ້ງການເລື່ອງ: ເປີດການສັນຈອນ ເສັ້ນທາງ ເລກທີ 11 ເຫນືອ, ເລກທີ 13 ໃຕ້ ແລະ ເລກທີ...

ກັກຕົວແກ້ງມົ້ວສຸມນໍ້າກະທ້ອມ ເຂດບ້ານໂພນພິມ ເມືອງທ່າແຂກ ແຂວງຄຳມ່ວນ

ເຈົ້າໜ້າທີ່ ປກສ ແຂວງຄຳມ່ວນໃຫ້ຮູ້ວ່າ: ເວລາປະມານ 22:00 ໂມງ ຂອງວັນທີ 16 ກັນຍາທີ່ຜ່ານມາ, ໄດ້ພົບເຫັນເປົ້າໝາຍ ຈຳນວນ 7 ຄົນ ກຳລັງຄ້າ-ຂາຍ...

ນໍ້າປະປາ ນວ ແຈ້ງ ໄລຍະນີ້ການຜະລິດນຳ້ປະປາບໍ່ສະດວກ ສົ່ງຜົນນໍ້າໄຫຼຄ່ອຍ-ບໍ່ມີນໍ້າ

ອີງຕາມແຈ້ງການຂອງລັດວິສະຫະກິດນໍ້າປະປານະຄອນຫຼວງ ລົງເມື່ອວັນທີ 18 ກັນຍາ 2024 ກ່ຽວກັບການຜະລິດນໍ້າປະປາບໍ່ສະດວກ ແລະ ຈະສົ່ງຜົນກະທົບຕໍ່ປະຊາຊົນຜູ້ຊົມໃຊ້ນໍ້າປະປາ (ລາຍລະອຽດແຈ້ງການລຸ່ມນີ້)  

ແຈ້ງເຕືອນພາຍຸໜຸນເຂດຮ້ອນ ຊູລີກ ຈະຜ່ານສະຫວັນນະເຂດ ຄຳມ່ວນ ບໍລິຄຳໄຊ ວັນທີ 21 ກັນຍາ 2024

ອີງຕາມແຈ້ງການຂອງກົມອຸຕຸນິຍົມ ແລະ ອຸທົກກະສາດລົງເມື່ອວັນທີ 19 ກັນຍາ 2024 ກ່ຽວກັບແຈ້ງເຕືອນໄພ ພາຍຸໜຸນເຂດຮ້ອນ ຊູລີກ (Soulik) ໃນລະຫວ່າງ ວັນທີ 19 –...