spot_img
Homeຂ່າວພາຍ​ໃນສສກ ເລັ່ງສືບຕໍ່ປະຕິຮູບ ລະບົບການສຶກສາ

ສສກ ເລັ່ງສືບຕໍ່ປະຕິຮູບ ລະບົບການສຶກສາ

Published on

   ເພື່ອ​ສຸມ​ໃສ່​ການ​ພັດ­ທະ­ນາ​ຊັບ​ພະ ຍາ​ກອນ​ມະ­ນຸດ​ໃຫ້​ໄດ້​ທັງ​ປະ­ລິ­ມານ ແລະ ຄຸນ​ນະ​ພາບກະ­ຊວງ​ສຶກ​ສາ​ທິ​ການ ແລະ ກີ­ລາ (ສສກ)ຈິ່ງ​ໄດ້​ເລັ່ງ​ໃສ່​ສືບ­ຕໍ່​ປະ­ຕິ ຮູບ​ລະ­ບົບ​ການ​ສຶກ​ສາ​ແຫ່ງ​ຊາດ​ໃນ​ແຕ່ ລະ​ໄລ­ຍະ​ໂດຍ​ຈະ​ເລັ່ງ​ໃສ່​ການ​ຍົກ​ສູງ​ຄຸນ ນະ​ພາບ​ເປັນ­ຕົ້ນ​ຕໍ ເພື່ອ​ແນ­ໃສ່​ບັນ­ລຸ​ເປົ້າ ໝາຍ​ສະ­ຫັດ​ສະ​ວັດ​ດ້ານ​ການ​ພັດ­ທະ­ນາ ກ່ຽວ​ກັບ​ອັດ­ຕາ​ເຂົ້າ​ຮຽນ​ຂອງ​ນັກ­ຮຽນ ໃນ​ສາຍ​ສາ­ມັນ​ສຶກ​ສາ.

8888

    ສະ­ຫາຍ ນາງ ແສງ​ເດືອນ ຫຼ້າ​ຈັນທະ​ບູນ ຮອງ​ເລ­ຂາຄະ­ນະ​ບໍ­ລິ­ຫານ​ພັກ​ກະ­ຊວງ​ສຶກ​ສາ​ທິການ ແລະ​ກີ­ລາ ໄດ້​ລາຍ​ງານ​ຕໍ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ X ຂອງ​ພັກ​ກ່ຽວ​ກັບ​ເສີມຂະ­ຫຍາຍ​ຜົນ­ສຳ­ເລັດ​ການ​ປະ­ຕິ​ຮູບ​ລະບົບ​ການ​ສຶກ​ສາ​ແຫ່ງ​ຊາດ​ໃນ​ວັນ​ທີ 19 ມັງ­ກອນ​ນີ້​ວ່າ: ໃນ 5 ປີ­ຜ່ານ­ມາ​ການປະ­ຕິ​ຮູບ​ລະ­ບົບ​ການ​ສຶກ​ສາ​ແຫ່ງ​ຊາດ ກໍ​ຄື​ການ​ພັດ­ທະ­ນາ​ຊັບ­ພະ­ຍາ­ກອນ​ມະນຸດ ໂດຍ​ສະ­ເພາະ​ດ້ານ​ປະ­ລິ­ມານ ແລະ ຄຸນ​ນະ​ພາບ​ເຫັນ​ວ່າ​ມີ​ຄວາມ​ສອດ­ຄ່ອງ, ກົມ­ກຽວ​ກັນ​ດີ​ຂຶ້ນ​ເປັນ­ຕົ້ນ​ແມ່ນ​ການ ກໍ່­ສ້າງ​ກຳ­ລັງ​ແຮງ​ງານ, ນັກ­ວິ­ຊາ­ການລະ­ດັບ​ສູງ ແລະ​ນາຍ​ຊ່າງ​ກຳ­ມະ­ກອນ ໄດ້​ມີ​ການ​ຫັນ­ປ່ຽນ​ຈາກ​ແບບ​ຮູບ​ຂັນກ້າວ​ໄປ​ສູ່​ແບບ​ຮູບ​ທາດ​ເທື່ອ​ລະ​ກ້າວ.

ໄປ​ຄຽງ​ຄູ່​ກັບ​ຜົນ­ສຳ­ເລັດ​ທີ່​ເປັນພື້ນ­ຖານ​ດັ່ງ​ທີ່​ກ່າວ​ມາ​ນັ້ນ ກໍ​ຍັງ​ມີ​ຂໍ້​ຄົງຄ້າງ​ຈຳ­ນວນ​ໜຶ່ງ ຊຶ່ງ​ຈະ​ຕ້ອງ​ໄດ້​ສືບ­ຕໍ່ແກ້​ໄຂ​ໃຫ້​ສຳ­ເລັດ ເປັນ­ຕົ້ນ​ແມ່ນ​ອັດ­ຕາການ​ລອດ​ເຫຼືອ​ຂອງ​ນັກ­ຮຽນ​ຊັ້ນ​ປະ­ຖົມ ປ.1 ຮອດ ປ.5 ບັນ­ລຸ​ພຽງ​ແຕ່ 78,3%, ຄຸນ​ນະ​ພາບ​ຂອງ​ການ​ສຶກ​ສາ​ທີ​ທ່າ​ອ່ຽງ ດີ​ຂຶ້ນ ແຕ່​ຖ້າ​ທຽບ­ໃສ່​ພາກ​ພື້ນ ແລະ​ສາ ກົນ ຖື​ວ່າ​ຍັງ​ຕ່ຳ, ສະ­ພາບ​ການ​ກໍ່­ສ້າງ​ພະ ຍາ​ກອນ​ມະ­ນຸດ​ເຫຼືອ​ບໍ່​ພໍ​ຍັງ​ເປັນ​ບັນ­ຫາຕ້ອງ​ໄດ້​ສືບ­ຕໍ່​ແກ້​ໄຂ​ຢ່າງ​ຕັ້ງ­ໜ້າ ເພື່ອ ຕອບ​ສະ­ໜອງ​ກັບ​ຄວາມ​ຕ້ອງ­ການ​ຂອງ​ຕະ­ຫຼາດ​ແຮງ​ງານ ແລະ​ແກ້​ໄຂ​ສະ­ພາບ ການ​ຫວ່າງ​ງານ​ທີ່​ຈະ​ເກີດ​ຂຶ້ນ.

ເພື່ອ​ຜັນ​ຂະ­ຫຍາຍ​ກອງ​ປະ­ຊຸມ​ໃຫຍ່ຄັ້ງ​ທີ IX ເປັນ​ຈິງ ແລະ​ເພື່ອ​ໃຫ້​ສອດຄ່ອງ​ກັບ​ວິ­ໄສ​ທັດ​ຂອງ​ແຜນ​ພັດ­ທະ­ນາເສດ­ຖະ­ກິດ-ສັງ­ຄົມ​ຂອງ​ລັດ​ຮອດ​ປີ 2030 ແລະ​ແຜນ 5 ປີ​ຄັ້ງ​ທີ VIII ກະຊວງ​ສຶກ​ສາ​ທິ​ການ ແລະ​ກີ­ລາ ຈິ່ງ​ໄດ້​ວາງວິ­ໄສ​ທັດ, ຍຸດ​ທະ​ສາດ, ຜົນ​ໄດ້​ຮັບ ແລະ ວຽກ​ຈຸດ​ສຸມ​ຂອງ​ຕົນ​ອອກ ຊຶ່ງ​ຜົນ​ໄດ້​ຮັບລວມ​ໃນ​ແຜນ​ພັດ­ທະ­ນາ​ການ​ສຶກ​ສາ 5 ປີ​ຕໍ່­ໜ້າ 2016-2020 ແມ່ນ​ໃຫ້​ນັກ ຮຽນ-ນັກ​ສຶກ​ສາ​ທຸກ​ຄົນ​ມີ​ຄວາມ​ຮູ້ ຄວາມ​ສາ­ມາດ, ມີ​ທັກ​ສະ​ໃນ​ການ​ເຮັດ ວຽກ, ມີ​ສຸ­ຂະ­ພາບ​ແຂງ­ແຮງ ແລະ​ມີ​ວິ ຖີ​ການ​ດຳ­ລົງ​ຊີ­ວິດ​ຖືກ​ຕາມ​ຮີດ­ຄອງ​ປະ ເພ­ນີ ແລະ​ວັດ­ທະ­ນະ­ທຳ​ອັນ​ດີ­ງາມ​ຂອງ ຊາດ.

ທັງ​ໝົດ​ນັ້ນ ສະ­ຫາຍ ນາງ ແສງ​ເດືອນ ຫຼ້າ​ຈັນ­ທະ​ບູນ ລະ­ບຸ​ວ່າ: ກໍ​ເພື່ອ​ພັດ​ທະນາ​ຕົນ​ເອງ ແລະ​ປະ­ເທດ​ຊາດ​ໃຫ້​ຫຼຸດ​ພົ້ນ ອອກ​ຈາກ​ປະ­ເທດ​ດ້ອຍ​ພັດ­ທະ­ນາ​ໃນ​ປີ 2020 ແລະ​ສາ­ມາດ​ເຊື່ອມ​ໂຍງ​ກັບ​ພາກພື້ນ ແລະ​ສາ­ກົນ​ໄດ້ ໂດຍ​ສະ­ເພາະ​ແມ່ນສືບ­ຕໍ່​ປະ­ຕິ​ຮູບ​ລະ­ບົບ​ການ​ສຶກ​ສາ​ໃຫ້ກວ້າງ­ຂວາງ, ເລິກ­ເຊິ່ງ​ເຖິງ​ຖອງ, ສືບ­ຕໍ່ຈັດ​ຕັ້ງ​ປະ­ຕິ­ບັດ​ເປົ້າ​ໝາຍ​ສະ­ຫັດ​ສະ​ວັດ ດ້ານ​ການ​ພັດ­ທະ­ນາ​ທີ່​ບໍ່​ທັນ​ສຳ­ເລັດ​ໃນ​ປີ 2015 ໃຫ້​ສຳ­ເລັດ ແລະ​ກ້າວ​ເຂົ້າ​ສູ່​ການຈັດ​ຕັ້ງ​ປະ­ຕິ­ບັດ​ເປົ້າ​ໝາຍ​ດ້ານ​ການ​ພັດ ທະ​ນາ​ທີ່​ຍືນ​ຍົງ ເປັນ­ຕົ້ນ​ແມ່ນ​ເປົ້າ​ໝາຍ​ທີ 4 ທີ່​ກ່ຽວ­ຂ້ອງ​ໂດຍ​ກົງ​ກັບ​ການ​ສຶກ​ສາ ເຊັ່ນ: ຮັບ­ປະ­ກັນ​ໃຫ້​ພົນ­ລະ­ເມືອງ​ລາວ ທຸກ​ຄົນ​ໄດ້​ຮັບ​ການ​ສຶກ​ສາ​ທີ່​ມີ​ຄຸນ​ນະ ພາບ​ຢ່າງ​ທົ່ວ​ເຖິງ, ເທົ່າ​ທຽມ​ກັນ ແລະ ສົ່ງ­ເສີມ​ກາ­ລະ​ໂອ­ກາດ​ໃນ​ການ​ຮຽນ​ຮູ້ຕະ­ຫຼອດ​ຊີ­ວິດ ເພື່ອ​ໃຫ້​ໝົດ​ທຸກ​ຄົນ​ໃນທົ່ວ​ສັງ­ຄົມ​ໄດ້​ຮັບ​ການ​ຮຽນ​ຮູ້ ແລະ​ເຂົ້າເຖິງ​ການ​ສຶກ​ສາ​ຫຼາຍ​ຂຶ້ນ, ມີ​ອາ­ຊີບ​ທີ່ເໝາະ​ສົມ​ໝັ້ນ­ຄົງ ແລະ​ມີ​ຄວາມ​ຊຳ­ນານງານ.

ທີ່ມາ: logo

ບົດຄວາມຫຼ້າສຸດ

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...