spot_img
Homeຂ່າວພາຍ​ໃນການເຊື່ອມໂຍງເສດຖະກິດຕາເວັນອອກ-ຕົກ ຊ່ວຍຊາວສະຫວັນນະເຂດມີລາຍຮັບເພີ່ມຂຶ້ນເທົ່າຕົວ

ການເຊື່ອມໂຍງເສດຖະກິດຕາເວັນອອກ-ຕົກ ຊ່ວຍຊາວສະຫວັນນະເຂດມີລາຍຮັບເພີ່ມຂຶ້ນເທົ່າຕົວ

Published on

 

ເນື່ອງ​ຈາກ​ສະ­ຫວັນ​ນະ​ເຂດ ​ເປັນແຂວງ​ໜຶ່ງ​ທີ່ມີຈຸດ​ພິເສດ​ດ້ານ​ທີ່ຕັ້ງ​ບໍລິການ​ທາງ​ຜ່ານບວກ​ກັບ​ຄວາມ​ສາ­ມາດບົ່ມ​ຊ້ອນ​ດ້ານ​ຊັບ­ພະ­ຍາ­ກອນ​ທຳ​ມະຊາດ, ມີ​ເນື້ອ­ທີ່​ປູກ­ຝັງ​ລ້ຽງ­ສັດ​ທີ່​ກວ້າງຂວາງ​ກາຍ­ເປັນ​ເງື່ອນ­ໄຂ​ອຳ­ນວຍຄວາມ​ສະ­ດວກ​ແກ່​ການ​ສົ່ງ­ເສີມ​ປະ­ຊາຊົນ​ຜະ­ລິດ​ສະ­ບຽງ​ອາ­ຫານ ແລະ​ພືດ​ອຸດສາ​ຫະ​ກຳ​ເປັນ​ສິນ­ຄ້າ​ຕາມ​ແລວ​ທາງເສດ­ຖະ­ກິດ​ຕາ­ເວັນ​ອອກ-ຕາ­ເວັນ­ຕົກ, ດັ່ງ­ນັ້ນ ຈິ່ງ​ເປັນ​ທ່າ­ແຮງ​ໜຶ່ງ​ທີ່​ພາ­ໃຫ້​ເສດຖະ​ກິດ​ຂອງ​ແຂວງ​ໃນ​ໄລ­ຍະ 5 ປີ ຂະຫຍາຍ​ຕົວ​ໃນ​ລະ­ດັບ​ສະ­ເລ່ຍ 12,5% ຕໍ່ປີ ສະ­ເລ່ຍ​ລາຍ​ຮັບ​ປະ­ຊາ­ຊົນ​ເພີ່ມ​ຂຶ້ນ​ເທົ່າຕົວ​ທຽບ­ໃສ່ 5 ປີ​ກ່ອນ.

4444

   ສະ­ຫາຍ ດຣ. ສຸ­ພັນ ແກ້ວ​ມີ​ໄຊ ເລ­ຂາພັກ​ແຂວງ​ເຈົ້າ­ແຂວງໆ​ສະ­ຫວັນ​ນະ​ເຂດໄດ້​ລາຍ​ງານ​ກ່ຽວ​ກັບ​ການ­ຈັດ­ຕັ້ງ​ປະ­ຕິບັດ​ນະ­ໂຍ­ບາຍ​ເຊື່ອມ​ໂຍງ​ແລວ​ທາງເສດ­ຖະ­ກິດ​ຕາ­ເວັນ​ອອກ-ຕາ­ເວັນ­ຕົກ​ຕໍ່ກອງ​ປະ­ຊຸມ​ໃຫຍ່​ຄັ້ງ​ທີ X ຂອງ​ພັກ​ໃນວັນ​ທີ 19 ມັງ­ກອນ​ວ່າ: ຜ່ານ​ການ​ປະຕິ​ບັດ​ບັນ­ດາ​ທິດ​ທາງ​ໜ້າ­ທີ່ ແລະ​ວຽກງານ ຈຸດ​ສຸມ​ດັ່ງ­ກ່າວ​ໃນ​ແຜນ­ການ​ປະຈຳ­ປີ​ຢ່າງ​ຕໍ່​ເນື່ອງ, ເຮັດ​ໃຫ້​ການ­ຈັດ­ຕັ້ງປະ­ຕິ­ບັດ​ນະ­ໂຍ­ບາຍ​ເຊື່ອມ​ໂຍງ​ແລວ​ເສດຖະ​ກິດ​ຕາ­ເວັນ​ອອກ-ຕາ­ເວັນ­ຕົກ​ໄດ້​ມີຜົນ­ສຳ­ເລັດ​ເປັນ​ກ້າວໆ, ສ້າງ​ຄວາມ​ເຊື່ອຖື​ຕໍ່​ນັກ​ລົງ­ທຶນ​ພາຍ​ໃນ ແລະ​ຕ່າງ­ປະ­ເທດໄດ້​ເປັນ​ຢ່າງ​ດີ, ທັງ​ປະ­ກອບ­ສ່ວນ​ຢ່າງແຂງ­ແຮງ​ເຂົ້າ​ໃນ​ການ​ພັດ­ທະ­ນາ​ເສດ​ຖະກິດ-ສັງ­ຄົມ​ຂອງ​ປະ­ເທດ​ກໍ​ຄືແຂວງ​ສະຫວັນ​ນະ​ເຂດ​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ ແລະ ໝັ້ນ​ທ່ຽງ ຊຶ່ງ​ສະ­ແດງ​ອອກ​ຢູ່​ບ່ອນ​ວ່າເສດ­ຖະ­ກິດ​ມີ​ການ​ຂະ­ຫຍາຍ­ຕົວ​ໄວ​ຂຶ້ນ GDP ເພີ່ມ​ຈາກ 10% ໃນ​ປີ 2010 ມາເປັນ 12,5% ໃນ​ປີ 2015, ສະ­ເລ່ຍ​ໃສ່ຫົວ​ຄົນ​ເພີ່ມ​ຈາກ 897 ໂດ​ລາ ໃນ​ປີ 2010 ມາ​ເປັນ 1.785 ໂດ​ລາ​ຕໍ່​ຄົນ​ຕໍ່​ປີໃນ​ປີ 2015, ສ່ວນ​ການ​ລົງ­ທຶນ​ຕ່າງ​ປະເທດ​ມີ​ທັງ​ໝົດ 160 ໂຄງ­ການ​ມາ​ຈາກ 20 ກວ່າ​ປະ­ເທດ ລວມ​ມູນ​ຄ່າ​ຫຼາຍ​ກວ່າ 5,2 ຕື້​ໂດ​ລາ ທຽບ­ໃສ່ 5 ປີ​ກ່ອນ ເພີ່ມ​ຂຶ້ນ 82%.

ສຳ­ລັບ​ການ​ສົ່ງ​ອອກ​ສິນ­ຄ້າ 5 ປີສາ­ມາດ​ບັນ­ລຸ​ໄດ້ 3,6 ຕື້​ໂດ​ລາ ແລະ​ມູນຄ່າ​ການ​ນຳ​ເຂົ້າ​ສິນ­ຄ້າ 1,2 ຕື້​ໂດ​ລາ​ສະຫະ​ລັດ ເກີນ​ດຸນ​ການ​ຄ້າ 2,3 ຕື້​ໂດ​ລາ, ພ້ອມ​ນັ້ນ ຍັງ​ສາ­ມາດ​ເກັບ​ລາຍ​ຮັບ​ເຂົ້າງົບ­ປະ­ມານ​ໄດ້​ເກີນ​ແຜນ​ທຸກ​ປີ​ເພີ່ມ​ຂຶ້ນໃນ​ລະ­ດັບ 18%-20%.

ດ້ານ​ໂຄງ​ລ່າງ​ໄຟ­ຟ້າ​ໄດ້​ຮັບ​ການ​ກໍ່ສ້າງ​ສະ­ໜອງ​ໃຫ້​ແກ່​ໂຮງ­ງານ​ອຸດ​ສາຫະ​ກຳ​ໄດ້​ຢ່າງ​ພຽງ­ພໍ ແລະ​ຂະ­ຫຍາຍ​ຕາຂ່າຍ​ລົງ​ສູ່​ຈຸດ​ສຸມ​ກຸ່ມ​ບ້ານ​ເຂດ​ຊົນ­ນະ­ບົດຫ່າງ​ໄກ​ສອກ­ຫຼີກ, ຮອດ​ປະ­ຈຸ​ບັນ ບ້ານທີ່​ໄດ້​ຊົມ­ໃຊ້​ກະ­ແສ​ໄຟ­ຟ້າ​ແລ້ວ​ກວມ 80,8%, ຄອບ­ຄົວ​ຊົມ­ໃຊ້​ໄຟ­ຟ້າ​ກວມ 87,8% ຂອງ​ຄອບ­ຄົວ​ທັງ​ໝົດ, ສ່ວນບ້ານ​ທຸກ​ຍາກ​ຍັງ​ເຫຼືອ​ພຽງ 149 ບ້ານເທົ່າ​ກັບ 14,6% ຂອງ​ຈຳ­ນວນ​ບ້ານທັງ​ໝົດ ແລະ​ຄອບ­ຄົວ​ທຸກ​ຍາກ​ຫຼຸດ​ລົງເຫຼືອ 8.633 ຄອບ­ຄົວ, ເມືອງ​ທຸກ​ຍາກເຫຼືອ​ພຽງ 2 ເມືອງ​ຄື: ເມືອງ​ເຊ​ໂປນ ແລະ​ເມືອງ​ນອງ.

ຢ່າງ­ໃດ​ກໍ​ຕາມ ຄຽງ​ຄູ່​ກັນ​ກັບ​ຜົນສຳ­ເລັດ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ນະ­ໂຍ­ບາຍເຊື່ອມ​ໂຍງ​ແລວ​ເສດ­ຖະ­ກິດ​ຕາ­ເວັນອອກ-ຕາ­ເວັນ­ຕົກ ກໍ​ຍັງ​ມີ​ຂໍ້​ຈຳ­ກັດ ແລະສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ​ທີ່​ຈະ​ໄດ້​ສືບ­ຕໍ່​ປັບປຸງ ແລະ​ແກ້​ໄຂ, ສະ­ນັ້ນ ເພື່ອ​ເປັນ​ການຈັດ​ຕັ້ງ​ປະ­ຕິ­ບັດ​ແຜນ​ພັດ­ທະ­ນາ​ເສດ​ຖະກິດ-ສັງ­ຄົມ​ແຫ່ງ​ຊາດ ຄັ້ງ​ທີ VIII ຂອງລັດ​ໃຫ້​ປາ­ກົດ​ຜົນ​ເປັນ​ຈິງ, ໃນ​ນີ້ ປະ­ຕິ­ບັດນະ­ໂຍ­ບາຍ​ເຊື່ອມ​ໂຍງ​ແລວ​ເສດ­ຖະ­ກິດຕາ­ເວັນ​ອອກ-ຕາ­ເວັນ­ຕົກ​ໃຫ້​ມີ​ປະ­ສິດທິ​ຜົນ, ຄະ­ນະ​ພັກ​ກໍ​ຄື​ອົງ­ການ​ປົກ­ຄອງ ແຂວງ​ສະ­ຫວັນ​ນະ​ເຂດ​ຈະ​ສຸມ​ໃສ່​ປະ­ຕິບັດ​ໜ້າ​ວຽກ​ງານ​ຈຸດ​ສຸມ​ເປັນ­ຕົ້ນ​ແມ່ນສືບ​ຕໍ່​ປັບ­ປຸງ​ກໍ່­ສ້າງ ລະ­ບົບ​ປ້ອງ​ກັນຊາດ-ປ້ອງ​ກັນ​ຄວາມ​ສະ­ຫງົບ​ໃຫ້​ເຂັ້ມ­ແຂງ, ຮັບ­ປະ­ກັນ​ສະ­ຖຽນ​ລະ​ພາບ​ທາງ​ດ້ານການ­ເມືອງ ແລະ​ຄວາມ​ປອດ​ໄພ​ໃນ​ສັງຄົມ​ເປັນ​ເງື່ອນ­ໄຂ​ແກ່​ການ​ພັດ­ທະ­ນາ, ສືບຕໍ່​ຫັນ​ລົງ​ກໍ່­ສ້າງ​ຮາກ​ຖານ​ການ­ເມືອງ, ພັດ­ທະ­ນາ​ຊົນ­ນະ­ບົດ ແລະ​ແກ້​ໄຂ​ຄວາມທຸກ​ຍາກ​ຂອງ​ປະ­ຊາ­ຊົນ, ຊຸກ­ຍູ້ ແລະ​ສົ່ງເສີມ​ການ​ຜະ­ລິດ​ເປັນ​ສິນ­ຄ້າ​ຂອງ​ປະ­ຊາຊົນ​ຢ່າງ​ແຂງ­ແຮງ​ກວ່າ​ເກົ່າ,ພ້ອມ​ກັບ​ເອົາ­ໃຈ­ໃສ່​ສົ່ງ­ເສີມ​ອຸດ​ສາຫະ​ກຳ​ຂະ­ໜາດ​ນ້ອຍ-ກາງ ທີ່​ນຳ​ໃຊ້​ເຕັກນິກ​ທັນ​ສະ­ໄໝ​ຕາມ​ຈຸດ​ພິ­ເສດ​ຂອງ​ທ້ອງຖິ່ນ ແລະ​ຮາກ​ຖານ, ພັດ­ທະ­ນາ​ພື້ນ­ຖານໂຄງ​ລ່າງ​ຂອງ​ແຂວງ ເພື່ອ​ເຊື່ອມ​ໂຍງກັບ​ເສັ້ນ­ທາງ​ເລກ 9 ກັບ​ບັນ­ດາ​ເມືອງຕ່າງໆ ແລະ​ຊາຍ​ແດນ​ໃກ້​ຄຽງ, ເພີ່ມ​ທະວິໄນ​ການ​ສ້າງ​ຄວາມ​ສາ­ມາດ​ຄຸ້ມ​ຄອງບໍ­ລິ­ຫານ​ລັດ​ໃຫ້​ເຂັ້ມ­ແຂງ ໂດຍ​ສະ­ເພາະລະ­ບົບ​ນິ­ຕິ​ກຳ ແລະ​ກົນ​ໄກ​ຮັບ​ໃຊ້​ການ​ບໍລິ​ການ​ທາງ​ຜ່ານ​ໃຫ້​ສະ­ດວກ ແລະ​ມີ​ປະສິດ​ທີ​ພາບ ລວມ​ທັງ​ການ​ພັດ­ທະ­ນາ​ຊັບພະ­ຍາ­ກອນ​ມະ­ນຸດ ແລະ​ຍົກ​ລະ­ດັບ​ສີ­ມືແຮງ​ງານ​ໃຫ້​ສູງ​ຂື້ນ ເພື່ອ​ຕອບ​ສະ­ໜອງແກ່​ການ​ພັດ­ທະ­ນາ, ສ້າງ​ຄວາມ​ສາ­ມາດແຂ່ງ­ຂັນ​ແກ່​ທຸ­ລະ​ກິດ​ໃຫ້​ດີ​ກວ່າ​ເກົ່າ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...