Homeຂ່າວການພັດທະນາບໍ່ມີຍຸກໃດສະ​ໄໝໃດທີ່ປະເທດຊາດໄດ້ຮັບການພັດທະນາຄືຍຸກນີ້

ບໍ່ມີຍຸກໃດສະ​ໄໝໃດທີ່ປະເທດຊາດໄດ້ຮັບການພັດທະນາຄືຍຸກນີ້

Published on

ໃນໂອກາດດໍາເນີນກອງປະຊຸມໃຫຍ່ຄັ້ງທີ 10 ຂອງພັກປະຊາຊົນປະຕິວັດລາວ, ບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມຕ່າງກໍໄດ້ມີຄວາມຄິດເຫັນທີ່ເປັນເອກະພາບວ່າ: ບໍ່ມີຍຸກໃດສະໃໝໃດທີ່ປະເທດພວກເຮົາໄດ້ຮັບການພັດທະນາຄືຍຸກສະໃໝນີ້.

ສະຫາຍພົນໂທ ຈັນສະໝອນ ຈັນຍາລາດ ກໍາມະການສູນກາງພັກ,ລັດຖະມົນຕີຊ່ວຍວ່າການກະ ຊວງປ້ອງກັນປະເທດ ໃຫ້ສໍາພາດວ່າ: ກອງປະຊຸມຄັ້ງນີ້ສຸດທີ່ມີຄວາມໝາຍສໍາຄັນທາງດ້ານປະຫວັດ ສາດຂອງຊາດຢ່າງຍິ່ງ, ເຊິ່ງແມ່ນໄລຍະທີ່ພັກຈະໄດ້ສືບຕໍ່ນໍາພາປະເທດຊາດກ້າວສູ່ໄລຍະໃໝ່ແຫ່ງການພັດທະນາໄປຕາມທິດຍືນຍົງ ແລະ ກ້າວຂຶ້ນບົນເສັ້ນທາງສັງຄົມນິຍົມ. ສໍາລັບການຈັດຕັ້ງປະຕິ ບັດມະຕິ 9 ຂອງພັກໃນໄລຍະຜ່ານມາແມ່ນ

ພວກເຮົາໄດ້ພ້ອມກັນຜັນຂະຫຍາຍເນື້ອໃນ 4 ບຸກທະລຸຂອງພັກຢ່າງໜັກແໜ້ນ ແລະ ມີຜົນສໍາເລັດອັນຍິ່ງໃຫຍ່ທີ່ບໍ່ເຄີຍມີມາກ່ອນໃນປະຫວັດສາດຂອງຊາດເຮົາ, ປະຊາຊົນລາວບັນດາເຜົ່າມີຄວາມສາມັກຄີປອງດອງ, ມີຄວາມຢູ່ດີກິນດີ ແລະ ຍູທ່າງທໍາມະຫາກິນພາຍໃຕ້ລະບອບໃໝ່ປະຊາທິປະໄຕ.

ສະຫາຍ ຮອງເລຂາຄະນະພັກກະຊວງສຶກສາທິການ ແລະ ກິລາ ດຣ ກອງສີ ແສງມະນີ ກ່າວວ່າ: ກອງປະຊຸມຄັ້ງນີ້ແມ່ນຂີດໝາຍຂອງການພັດທະນາປະເທດ ແລະ ຊີ້ໃຫ້ເຫັນຄວາມໜັກແໜ້ນເຂັ້ມແຂງ ແລະ ມີຫລັກການຂອງພັກ,ເຫັນໄດ້ຄວາມສາມັກຄີຮັກແພງພາຍໃຕ້ການນໍາພາຂອງພັກ, ຄືຄັນທຸງທີ່ນໍາພາປະເທດຊາດກ້າວໄປສູ່ຄວາມຈະເລີນວັດທະນາ. ໃນນາມສະມາຊິກພັກຜູ້ໜຶ່ງ, ຂ້າ ພະເຈົ້າສຸດທີ່ມີຄວາມພູມໃຈເປັນຢ່າງຍິ່ງທີ່ເຫັນປະເທດຊາດໄດ້ຮັບການພັດທະນາເຕີບໃຫຍ່ເຂັ້ມແຂງ, ພັກໄດ້ນໍາພາປະເທດຊາດມາຮອດປັດຈຸບັນແມ່ນມີຜົນສໍາເລັດຫລາຍດ້ານ, ເວົ້າສະເພາະຂະແໜງສຶກສາທິການ ແລະ ກິລາ ແມ່ນມີການຫັນປ່ຽນຢ່າງຕັ້ງໜ້ານັບທັງດ້ານປະລິມານ ແລະ ຄຸນນະພາບ ແລະ ເຊື່ອໝັ້ນວ່າພາຍຫລັງໄດ້ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງນີ້ຍິ່ງຈະເຮັດໃຫ້ການພັດທະນາໃນຂົງເຂດວຽກງານອື່ນໆມີບາດກ້າວພົ້ນເດັ່ນຂຶ້ນຫລາຍກວ່າເກົ່າ.

ສະຫາຍເລຂາຄະນະພັກ, ລັດຖະມົນຕີວ່າການກະຊວງພະລັງງານ ແລະ ບໍ່ແຮ່ ດຣ ຄໍາມະນີ ອິນທິລາດ ກ່າວວ່າ: ກອງປະຊຸມຄັ້ງນີແມ່ນມີຄວາມສໍາຄັນຢ່າງຍິ່ງ, ເຊິ່ງເປັນການຮັບຮອງເອົາແຜນພັດທະນາເສດຖະກິດ-ສັງຄົມ, ຍຸດທະສາດການພັດທະນາປະເທດ ແລະ ເປັນບາດລ້ຽວໃໝ່ເພື່ອນໍາເອົາປະເທດຊາດພວກເຮົາຫລຸດພົ້ນອອກຈາກຄວາມທຸກຍາກໃນຕໍ່ໜ້າ, ຂ້າພະເຈົ້າມີຄວາມພາກພູມໃຈຫລາຍທີ່ໄດ້ເຫັນປະເທດຊາດພວກເຮົາມີການພັດທະນາຢ່າງກ້າວກະໂດດຫລາຍດ້ານ, ເວົ້າສະເພາະຂະແໜງພະລັງງານ ແລະ ບໍ່ແຮ່ ມາຮອດໄລຍະນີ້ຖືວ່າມີການເຕີບໃຫຍ່ຂະຫຍາຍຕົວໄວ

ແບບບໍ່ເຄີຍມີມາກ່ອນໃນປະຫວັດສາດຂອງຊາດ, ປັດຈຸບັນພວກເຮົາມີເຂື່ອນໄຟຟ້າທີ່ສໍາເລັດການກໍ່ສ້າງແລ້ວທັງໝົດ 38 ແຫ່ງ, ມີກໍາລັງຕິດຕັ້ງ 6.265 ເມກາວັດ, ເພີ່ມຂຶ້ນ 3 ເທົ່າເມື່ອທຽບໃສ່ໄລຍະປີ 2010 ແລະ ສໍາລັບແຜນພັດທະນາໃນຂະແໜງພະລັງງານ ແລະ ບໍ່ແຮ່ ໃນ 5 ປີຂ້າງໜ້ານີ້ແມ່ນຕ້ອງຮັບປະກັນການພັດທະນາທີ່ຍືນຍົງ, ມີໄຟຟ້າຊົມໃຊ້ພຽງພໍໃນທົ່ວປະເທດ ແລະ ສົ່ງອອກ ເພື່ອນໍາເງິນຕາຕ່າງປະເທດເຂົ້າມາພັດທະນາປະເທດ, ເຊິ່ງຄາດວ່າຮອດປີ 2020 ຈະມີເຂື່ອນໄຟຟ້າສໍາເລັດການກໍ່ສ້າງຫລາຍກວ່າ 60 ແຫ່ງ, ມີກໍາລັງຕິດຕັ້ງຫລາຍກວ່າ 10 ພັນເມກາວັດ ແລະ ສາ ມາດຜະລິດກະແສໄຟຟ້າໄດ້ຫລາຍກວ່າ 60 ພັນລ້ານກິໂລວັດໂມງຕໍ່ປີ.

ສະຫາຍ ຄໍາຜາຍ ສີລາຊາ ນັກທຸລະກິດທີ່ໄດ້ເຂົ້າຮ່ວມກອງປະຊຸມມີຄໍາເຫັນວ່າ: ກອງ

ປະຊຸມໃຫຍ່ຂອງພັກຄັ້ງນີ້ແມ່ນປະຫວັດສາດຂອງພັກທີ່ມີລັກສະນະໜັກແໜ້ນເຂັ້ມແຂງ, ເຮັດໃຫ້ປະຊາຊົນລາວບັນດາເຜົ່າ, ເວົ້າສະເພາະຂົງເຂດທຸລະກິດມີຄວາມເຊື່ອໝັ້ນຕໍ່ການນໍາພາອັນສະຫລາດສ່ອງໃສຂອງພັກຢ່າງໜັກແໜ້ນ, ເຊິ່ງມັນໄດ້ສະແດງອອກໃນແນວທາງນະໂຍບາຍຂອງພັກທີ່ມີຕໍ່ຫົວໜ່ວຍທຸລະກິດລ້ວນແຕ່ສອດຄ່ອງກັບສະພາບເງື່ອນໄຂຕົວຈິງຂອງປະເທດເຮົາ ແລະ ສາກົນໃນແຕ່ລະໄລຍະ, ຂ້າພະເຈົ້າມີຄວາມພາກພູມໃຈທີ່ສຸດທີ່ເຫັນພັກຂອງພວກເຮົານໍາພາປະເທດຊາດຈົນມີຄວາມຈະເລີນຮຸ່ງເຮືອງ, ໂດຍສະເພາະໃນບົດລາຍງານການເມືອງຂອງສະຫາຍເລຂາທິການໃຫຍ່ ຈູມມາລີ ໄຊຍະສອນ ໄດ້ຢັ້ງຢືນວ່າ: ປະເທດພວກເຮົາໄດ້ຮັບການພັດທະນາຫລາຍກວ່າຍຸກໃດສະໃໝໃດ.

ແຫ່ລງຂ່າວ

ລພນ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...