Homeຂ່າວການພັດທະນາເສີມຂະຫຍາຍລັກສະນະນຳໜ້າຂອງພັກເປັນປັດໄຈຕັດສິນຕໍ່ພາລະກິດລວມຂອງຊາດ

ເສີມຂະຫຍາຍລັກສະນະນຳໜ້າຂອງພັກເປັນປັດໄຈຕັດສິນຕໍ່ພາລະກິດລວມຂອງຊາດ

Published on

ຂປລ. ການຍົກສູງຄວາມສາມາດນຳພາ, ກຳລັງແຮງສູ້ຮົບໃໝ່ຂອງພັກ, ການເສີມຂະຫຍາຍລັກ ສະນະນຳໜ້າ ແລະ ຄວາມເປັນແບບຢ່າງຂອງສະມາຊິກພັກ ມີຄວາມໝາຍສຳຄັນ ແລະ ເປັນປັດໄຈຕັດ ສິນຕໍ່ພາລະກິດລວມຂອງຊາດ ໂດຍສະເພາະ ການນຳພາປະເທດຊາດຫລຸດພົ້ນອອກຈາກສະຖານະພາບຂອງປະເທດດ້ອຍພັດທະນາ ໃນປີ 2020 ແລະ ກ້າວສູ່ບາດລ້ຽວໃໝ່ ຂອງການພັດທະນາຕາມຈຸດໝາຍສັງຄົມນິຍົມຢ່າງໜັກແໜ້ນ.

ສະຫາຍ ຈູມມາລີ ໄຊຍະສອນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ໄດ້ສະເໜີບົດລາຍງານການເມືອງຕໍ່ກອງປະຊຸມໃຫຍ່ ຄັ້ງ​ທີ X ຂອງ​ພັກ​ປະຊາຊົນປະຕິ​ວັດ​ລາວ ວັນ​ທີ 18 ມັງກອນ 2016 ນີ້ວ່າ: ເພື່ອບັນລຸເປົ້າໝາຍດັ່ງກ່າວນັ້ນ, ໃນຊຸມປີຕໍ່ໜ້ານີ້ ພວກເຮົາຕ້ອງເພີ່ມທະວີການປັບປຸງ, ປົວແປງຕົນເອງໃຫ້ມີຄວາມປອດໃສ, ໜັກແໜ້ນ ແລະ ເຂັ້ມແຂງ, ຮັບປະກັນທາດແທ້ ທີ່ເປັນກອງນຳໜ້າຂອງຊົນຊັ້ນກຳມະກອນ, ເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງຊາວຜູ້ອອກແຮງງານ ແລະ ປວງຊົນລາວທັງຊາດ ເຊິ່ງກ່ອນອື່ນໝົດ ພັກເຮົາຕ້ອງເປັນພັກທີ່ມີສະຕິປັນຍາຄວາມຮູ້ທີ່ທັນກັບຍຸກສະໄໝ, ມີຄວາມສາມາດໃນການຄົ້ນຄວ້າ, ສ້າງບັນດາໂຄງການການເມືອງ, ແນວທາງນະ ໂຍບາຍ, ຍຸດທະສາດທີ່ມີລັກສະນະກວມລວມ ທັງສ່ອງແສງເຖິງບົດບາດການນຳພາຂອງພັກໃນການຄົ້ນ ຄວ້າ, ສະຫລຸບສັງລວມ ແລະ ຕອບແກ້ບັນຫາທີ່ເກີດຂຶ້ນຕໍ່ທຸກຂົງເຂດ ທີ່ພົວພັນເຖິງດ້ານຊີວິດການເມືອງ, ເສດຖະກິດ, ສັງຄົມ-ວັດທະນະທຳ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດ.

ສຳລັບບັນຫາສຳຄັນ ແລະ ວິທີການໃນປັດຈຸບັນ ແມ່ນຕ້ອງຍົກສູງຄວາມສາມາດຕົວຈິງຂອງການ ຈັດຕັ້ງພັກແຕ່ລະຂັ້ນ ໃນການກຳແໜ້ນເຊື່ອມຊຶມ, ເຂົ້າໃຈຕໍ່ແນວທາງ, ນະໂຍບາຍ, ມະຕິ ແລະ ຄຳສັ່ງທີ່ໄດ້ວາງອອກ, ພ້ອມກັນນັ້ນ ຕ້ອງຮູ້ວິທີຈັດຕັ້ງຜັນຂະຫຍາຍ ແລະ ກຳນົດມາດຕະການທີ່ຖືກຕ້ອງເຂົ້າໃນການເຄື່ອນໄຫວຂອງຄະນະພັກແຕ່ລະຂັ້ນໃຫ້ມີປະສິດທິຜົນສູງ./.

ແຫ່ລງຂ່າວ

ຂປລ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...