Homeຂ່າວພາຍ​ໃນສ້າງເສດຖະກິດແຫ່ງຊາດ ໄປຕາມທິດພັດທະນາແບບຍືນຍົງ

ສ້າງເສດຖະກິດແຫ່ງຊາດ ໄປຕາມທິດພັດທະນາແບບຍືນຍົງ

Published on

ຂປລ. ພັກເຮົາໄດ້ກຳນົດທິດທາງ ແລະ ຄາດໝາຍໃຫຍ່ຫລາຍດ້ານ ເພື່ອນຳພາປະເທດຊາດຫລຸດພົ້ນອອກຈາກ ສະຖານະພາບດ້ອຍພັດທະນາ ໃນປີ 2020 ເຊິ່ງໜຶ່ງໃນນັ້ນແມ່ນການເສີມຂະຫຍາຍກໍາລັງແຮງ ຂອງບັນດາພາກສ່ວນເສດຖະກິດກໍຄື ຊັ້ນຄົນຕ່າງໆເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະ ເທດຊາດຢ່າງຕັ້ງໜ້າ, ເຮັດໃຫ້ເສດຖະກິດແຫ່ງຊາດ ຂະຫຍາຍຕົວໄປຕາມທິດພັດທະນາແບບຍືນຍົງຢ່າງຕໍ່ເນື່ອງ, ເສດຖະກິດມະຫາພາກມີຄວາມໝັ້ນທ່ຽງ ແລະ ໜັກແໜ້ນ.

ສະຫາຍ ຈູມມາລີ ໄຊຍະສອນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຜ່ານຮ່າງບົດລາຍງານການເມືອງ ຕໍ່ກອງປະຊຸມໃຫຍ່ ຄັ້ງ​ທີ X ຂອງ​ພັກ​ປະຊາຊົນປະຕິ​ວັດ​ລາວ ​ໃນວັນ​ທີ 18 ມັງກອນ ວ່າ: ເພື່ອເຮັດໃຫ້ການສ້າງເສດຖະກິດແຫ່ງຊາດ ໄປຕາມທິດພັດທະນາ ແບບຍືນຍົງນັ້ນ ພວກເຮົາຕ້ອງໄດ້ ສືບຕໍ່ສ້າງ ແລະ ພັດທະນາເສດຖະກິດຕະຫລາດ ຕາມທິດສັງຄົນນິຍົມ ທີ່ມີຫລາຍພາກສ່ວນເສດຖະກິດ, ຫລາຍຮູບການກຳມະສິດ, ຫລາຍຮູບການແຈກຢາຍ ແລະ ຫລາຍຮູບການຈັດຕັ້ງການຜະລິດທີ່ສະເໝີພາບ; ສ້າງເສດຖະກິດແຫ່ງຊາດ ໃຫ້ເຕີບໂຕຢ່າງແຂງແຮງຕໍ່ເນື່ອງ ຕາມທິດພັດທະນາແບບຍືນຍົງ ມີຄວາມກົມກຽວກັບສັງຄົມ ແລະ ສິ່ງແວດລ້ອມ, ຮັບປະກັນໃຫ້ເສດຖະກິດມະຫາພາກມີຄວາມເຂັ້ມແຂງ ແລະ ໝັ້ນທ່ຽງ ຕິດພັນກັບການຫັນເປັນອຸດສາຫະກຳ ແລະ ທັນສະໄໝ ແລະ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທີ່ໜັກແໜ້ນເຂັ້ມແຂງ; ພັດທະນາກະສິກຳ ສະອາດຕິດພັນກັບການປຸງແຕ່ງ ແຕ່ຫົວທີ, ສ້າງເປັນພື້ນຖານຂອງ ການພັດທະນາທີ່ຍືນຍົງ, ຜະລິດສິນຄ້າໃຫ້ຫລາຍຂຶ້ນ ທັງດ້ານປະລິມານ ແລະ ຄຸນນະພາບ; ແກ້ໄຂຄວາມທຸກຍາກຂອງປະຊາຊົນໄດ້ຢ່າງທົ່ວເຖິງ, ຕັ້ງໜ້າສືບຕໍ່ປະຕິບັດ ມາດຕະການຍຸດທະສາດຫັນລົງກໍ່ສ້າງຮາກຖານ, ພັດທະນາຊັນນະບົດຮອບດ້ານ ຕາມທິດສ້າງຊົນນະບົດໃໝ່ ໂດຍຖືເອົາການສົ່ງເສີມ ການຜະລິດເປັນສິນຄ້າ ແລະ ການບໍລິການສ້າງລາຍໄດ້ເຂົ້າຄອບຄົວເປັນໃຈກາງ; ພັດທະນາອຸດສາຫະກຳ ໃນຂະແໜງທີ່ມີທ່າແຮງໄດ້ປຽບ ຕາມທິດມີຈຸດສຸມ, ມີປະສິດທິຜົນ, ທັນສະໄໝ, ເປັນມິດກັບສິ່ງແວດລ້ອມ ເພື່ອເປັນເສົາຄ້ຳໃຫ້ແກ່ ເສດຖະກິດແຫ່ງຊາດ ມີຄວາມອາດສາມາດ ໃນການແຂ່ງຂັນ.
ພ້ອມກັນນີ້, ຕ້ອງໄດ້ຍູ້ແຮງການພັດທະນາແຕ່ລະບໍລິເວນເຂດແຄວ້ນ ແລະ ຫັນເປັນຕົວເມືອງໃຫ້ມີຄວາມ ກົມກຽວດ້ານການພັດທະນາ ລະຫວ່າງ ຕົວເມືອງກັບຊົນນະບົດ; ສົ່ງເສີມການບໍລິການ ໃນຂະແໜງທຸລະກິດບໍລິການ ທີ່ມີທ່າແຮງສ້າງລາຍໄດ້ໃຫ້ປະເທດ, ດັດປັບໂຄງສ້າງຂອງຂະແໜງບໍລິການ; ສົ່ງເສີມ ການປະດິດສ້າງ ແລະ ນຳໃຊ້ວິທະຍາສາດ-ເຕັກໂນໂລຊີ ເພື່ອໃຫ້ກາຍເປັນປັດໄຈສຳຄັນ ເພື່ອຂະຫຍາຍກຳລັງການຜະລິດ, ເສດຖະກິດພູມປັນຍາ, ຍົກສູງການຜະລິດ ແລະ ການແກ່ງແຍ່ງແຂ່ງຂັນ; ເພີ່ມທະວີການຄຸ້ມຄອງຊັບພະຍາກອນທຳມະຊາດ, ປົກປັກຮັກສາສິ່ງແວດລ້ອມ ເປັນເຈົ້າການຮັບມືກັບໄພທຳມະຊາດ ແລະ ຕັ້ງໜ້າເຂົ້າຮ່ວມ ໃນຂະບວນການເຊື່ອມໂຍງ ຂະບວນການແບ່ງງານຂອງ ພາກພື້ນຢ່າງ ເປັນເຈົ້າການ.

ແຫ່ລງຂ່າວ

ຂປລ

ບົດຄວາມຫຼ້າສຸດ

ສປປ ລາວ ເຂົ້າຮ່ວມເປັນສະມາຊິກເຄືອຂ່າຍພັນທະມິດດ້ານທຸລະກິດປະຊາສຳພັນໃນອາຊີ (OAC)

ໃນວັນທີ 5 ພະຈິກ 2026 ທີ່ຜ່ານມາ, ສປປ ລາວ ໄດ້ເຂົ້າຮ່ວມການເປັນສະມາຊິກເຄືອຂ່າຍພັນທະມິດດ້ານທຸລະກິດປະຊາສຳພັນໃນອາຊີ ຫຼື One Asia Communications (OAC) ໃນເວທີປຶກສາຫາລືດ້ານການສື່ສານ...

ແກ້ໄຂຫຼາຍບັນຫາ ນະຄອນຫຼວງວຽງຈັນ ແກ້ໄຂບັນຫາຄວາມທຸກຍາກ ການຂາດແຄນຄູສອນ ການບໍລິຫານຈັດການຂີ້ເຫຍື້ອ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ V ໄດ້ດໍາເນີນມາຮອດວັນທີ 13 ພະຈິກ 2026 ໄດ້ປິດລົງດ້ວຍຜົນສໍາເລັດອັນຈົບງາມ ພາຍໃຕ້ການເປັນປະທານຂອງ ທານ...

ກົດລະບຽບພາຍໃນ, ບໍ່ຈອດຊ້ອນຄັນ ຫຼື ກີດຂວາງທາງເຂົ້າ-ອອກ, ບໍ່ຈອງບ່ອນຈອດລົດສາທາລະນະດ້ວຍວັດຖຸ ແລະ ບໍ່ຫຼົບຫຼີກການຊຳລະຄ່າບໍລິການ.

ການຊອກຫາບ່ອນຈອດລົດໃນຕົວເມືອງຍັງກາຍເປັນບັນຫາທີ່ສ້າງຄວາມຫຍຸ້ງຍາກໃຫ້ແກ່ຜູ້ຂັບຂີ່ ໂດຍສະເພາະ ການຈອດລົດບໍ່ເປັນລະບຽບ, ທັງກີດຂວາງການສັນຈອນ ແລະ ສ່ຽງຕໍ່ການເກີດອຸບັດຕິເຫດ ເພື່ອແກ້ໄຂບັນຫາດັ່ງກ່າວ. ດັ່ງນັ້ນນະຄອນຫຼວງວຽງຈັນ (ນວ) ຈຶ່ງໄດ້ຮ່າງຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງ ແລະ ພັດທະນາສະຖານທີ່ຈອດລົດ ເພື່ອວາງລະບຽບການຈອດລົດໃຫ້ເປັນລະບົບ...

ແຂວງໃດກໍພົບເຫັນໄຊສົມບູນ ກວດພົບພະນັກງານສໍ້ລາດບັງຫຼວງ 12 ຄົນມູນຄ່າເສຍຫາຍ 10 ກວ່າຕື້ກີບ

ໃນຕອນເຊົ້າວັນທີ 11 ພະຈິກ 2026 ແຂວງໄຊສົມບູນ ໄດ້ເປິດກອງປະຊຸມສະຫຼຸບຕີລາວຽກງານກວດກາ ທົ່ວແຂວງ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ...