Homeຂ່າວພາຍ​ໃນຄຸນລັກສະນະຜູ້ແທນກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ

ຄຸນລັກສະນະຜູ້ແທນກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ

Published on

ຂປລ. ອີງໃສ່ການລາຍງານຂອງ ສະຫາຍ ຈັນສີ ໂພສີຄຳ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກລາຍງານກ່ຽວກັບຄຸນລັກສະນະ ຜູ້ແທນກອງກອງປະຊຸມໃຫຍ່ຄັ້ງທີ x ຂອງພັກ ເຊິ່ງມີເນື້ອດັ່ງນີ້ ຜູ້ແທນສົມບູນເຂົ້າຮ່ວມກອງ ປະຊຸມໃຫຍ່ທັງໝົດ 685 ສະຫາຍ ເພດຍິງ 83 ສະຫາຍ ປະກອບມີ 27 ຊົນເຜົ່າ ຊີ່ງເປັນຕົວແທນ ໃຫ້ແກ່ສະມາຊິກພັກໃນທົ່ວປະເທດ 260.000 ກວ່າ ສະຫາຍ ທຽບໃສ່ຜູ້ແທນກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກເພີ່ມຂື້ນ 18,15%, ໃນນັ້ນ ມີກຳມະການສູນກາງ ພັກສະໄໝທີ IX 49 ສະຫາຍ, ຍິງ 04 ສະຫາຍ ຜູ້ແທນທີ່ໄດ້ເລືອກຕັ້ງຈາກອົງຄະນະພັກແຂວງ, ນະຄອນຫຼວງ ມີ 412 ສະຫາຍ ຍິງ 47 ສະຫາຍ ຈາກອົງການຄະນະພັກກະຊວງ, ອົງການ ອ້ອມຂ້າງສູນກາງ ມີ 224 ສະຫາຍ ຍິງ 32 ສະຫາຍ ຜູ້ແທນສົມບູນມາຈາກຂົງເຂດຕ່າງໆດັ່ງນີ້: ຈາກຂົງເຂດພັກ ອົງການແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນ ຈຳນວນ 333 ສະຫາຍ ຍິງ 54 ສະຫາຍ. ຈາກຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບຈຳນວນ 102 ສະຫາຍ ຈາກຂົງເຂດເສດຖະກິດຈຳນວນ 140 ສະຫາຍ ຈາກຂົງເຂດນິຕິບັນຍັດ ຕຸລາການ ແລະ ວັດທະນະທຳ-ສັງຄົມ ຈຳນວນ 110 ສະຫາຍ ໃນນັ້ນ ຜູ້ທີ່ເຂົ້າກ່ອນວັນທີ 02 /12/ 1975 ມີຈຳນວນ 622 ສະຫາຍ ຍິງ 79 ສະຫາຍ ຜູ້້ມີອາຍຸສູງສຸດ 78 ປີ ຕ່ຳສຸດ 35 ປີ ອາຍຸສະເລ່ຍແມ່ນ 57 ປີ. ລະດັບການສືກສາສາມັນ ຈົບຊັ້ນປະຖົມ ມີ 03 ສະຫາຍ, ຍິງ 01 ສະຫາຍ ; ຊັ້ນມັດທະຍົມຕົ້ນ ມີ 20 ສະຫາຍ ຊັ້ນມັດທະຍົມປາຍມີ 662 ສະຫາຍ, ລະດັບວິຊາສະເພາະ ຊັ້ນຕົ້ນມີ 08 ສະຫາຍ ຊັ້ນກາງມີ 43 ສະຫາຍ ຊັ້ນສູງ ມີ 114 ສະຫາຍ ປະລິນຍາຕີ ມີ 175 ສະຫາຍ ປະລິນຍາໂທມີ 254 ສະຫາຍ ປະລິນຍາເອກ ມີ 89 ສະຫາຍ ເໜືອປະລິນຍາເອກ 02 ສະຫາຍ. ລະດັບທິດສະດີການເມືອງ ບໍ່ໄດ້ຜ່ານມີ 04 ສະຫາຍ ບຳລຸງມີ 05 ສະຫາຍ ຊັ້ນຕົ້ນມີ 03 ສະຫາຍ ຊັ້ນກາງມີ 11 ສະຫາຍ ຊັ້ນສູງ 450 ສະຫາຍ ປະລິນຍາຕີ 85 ສະຫາຍ ປະລິນຍາໂທ 88 ສະຫາຍ ປະລິນຍາເອກ 39 ສະຫາຍ. ຕຳແໜ່ງໃນພັກ: ກຳມະການສູນກາງພັກ ສະໄໝທີ IX ມີ 49 ສະຫາຍ ເລຂາພັກ, ຮອງເລຂາພັກແຂວງ, ນະຄອນຫຼວງ, ກະຊວງ-ອົງການ ມີ 98 ສະຫາຍ. ຄະນະພັກແຂວງ, ນະຄອນຫຼວງ, ກະຊວງ-ອົງການ: 373 ສະຫາຍ, ເລຂາ, ຮອງເລຂາພັກເມືອງ 98 ສະຫາຍ. ເລຂາ ແລະ ຄະນະພັກຮາກຖານ 32 ສະຫາຍ, ເລຂາ ແລະ ຄະນະໜ່ວຍພັກ 32 ສະຫາຍ, ສະມາຊິກພັກສົມບູນ 03 ສະຫາຍ.
ຜ່ານການກວດກາຄຸນລັກສະນະຜູ້້ແທນສົມບູນທີ່ໄດ້ຮັບການເລືອກຕັ້ງເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງນີ້ລ້ວນແຕ່ປະຕິບັດຖືກຕ້ອງຕາມກົດລະບຽບຂອງພັກ ແລະ ແມ່ນຜູ້ທີ່ມີມາດຕະຖານຄົບຖ້ວນ ສົມເປັນຕົວແທນໃຫ້ແກ່ສະມາຊິກພັກໃນທົ່ວປະເທດເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ IX ຂອງພັກຢ່າງແທ້ຈິງ

ແຫ່ລງຂ່າວ

ຂປລ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...