Homeຂ່າວເຫດການບັນດາສື່ມວນຊົນໃຫ້ຄວາມສົນໃຈຢ່າງເຄັ່ງຮ້ອນເພື່ອເກາະຕິດເຫດການກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ

ບັນດາສື່ມວນຊົນໃຫ້ຄວາມສົນໃຈຢ່າງເຄັ່ງຮ້ອນເພື່ອເກາະຕິດເຫດການກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ

Published on

ຂປລ. ທ່ານ ສູນທອນ ຄັນທະວົງ ຫົວໜ້າອໍານວຍການໃຫຍ່ ສໍານັກຂ່າວສານປະເທດລາວ KPL ຜູ້ຮັບຜິດຊອບສູນຂ່າວກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ X ຂອງພັກໄດ້ໃຫ້ສໍາພາດບັນດາສື່ມວນຊົນໃນຕອນບາຍຂອງວັນທີ 18 ມັງກອນ 2016 ນີ້ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນວ່າ: ໃນຖານະຮັບຜິດຊອບສູນຂ່າວຖືວ່າເປັນກຽດຢ່າງຍິ່ງໃນນາມສື່ມວນຊົນລາວ, ທີ່ໄດ້ຮັບໃຊ້ໃນບັ້ນໂຄສະນາກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 10 ຂອງພັກປະຊາຊົນປະຕິວັດລາວ, ສູນຂ່າວມີ ທຸກພາກສ່ວນຄື: ໜັງສືພິມ, ໂທລະພາບ, ສື່ເອເລັກໂຕຼນິກ, ວິທະຍຸ ແລະ ວາລະສານຕ່າງໆ ທັງພາກລັດ ແລະ ເອກະຊົນ ມີສື່ມວນຊົນທັງພາຍໃນ ແລະ ຕ່າງປະເທດ ໂດຍສະເພາະແມ່ນປະເທດບັນດາເພື່ອນມິດປະກອບມີ: ສປ. ຈີນ ແລະ ສສ. ຫວຽດນາມ, ໃນນັ້ນ ລວມທັງ CRI ແມ່ນສື່ໜຶ່ງທີ່ວ່ອງໄວໃນການລາຍງານຂໍ້ມູນຂ່າວສານ. ເວົ້າລວມແລ້ວສື່ມວນຊົນລາວແມ່ນກຽມພ້ອມໃນການຮັບໃຊ້ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ 10 ຂອງພັກຄັ້ງນີ້, ຖືວ່າທຸກພາກສ່ວນແມ່ນມີການກຽມພ້ອມການຖ່າຍທອດສົດທາງວິທະຍຸ, ທາງໂທລະພາບ ໃນມື້ເປີດພິທີເປີດທຸກພາກສ່ວນ, ໄດ້ເຮັດສໍາເລັດໜ້າທີ່ຖ່າຍທອດສົດລາຍການດັ່ງກ່າວ, ນອກຈາກນັ້ນ, ສື່ມວນຊົນພວກເຮົາຍັງໄດ້ມີການສົ່ງຂ່າວຂຶ້ນສູ່ເວັບໄຊ, ໜັງສືພິມ, ທາງໂທລະພາບ,ວິທະຍຸ , ເຟດບຸກ ແລະ ອື່ນໆ ແມ່ນໄດ້ມີການລາຍງານຂ່າວຢ່າງເປັນລະບົບ. ນອກຈາກນັ້ນ, ສູນຂ່າວຍັງໄດ້ມີການບໍລິການຂໍ້ມູນຂ່າວສານ, ຮູບພາບນັບທັງພາບເໜັງຕີງ ແລະ ພາບນີ້ງ. ອັນນີ້, ຖືວ່າແມ່ນໜ້າທີ່ຂອງບັນດາສື່ມວນຊົນ. ນັກຂ່າວທຸກພາກສ່ວນໄດ້ສຸມຈິດສຸມໃຈ ຮັບໃຊ້ກອງປະຊຸມຄັ້ງນີ້, ໝົດອົກໝົດໃຈ ແລະ ຮູ້ສຶກເປັນກຽດຢ່າງຍິ່ງ.
ທ່ານຍັງກ່າວອີກວ່າ: ໃນນາມປະຊາຊົນລາວຜູ້ໜື່ງ ກອງປະຊຸມຄັ້ງນີ້,ແມ່ນເປັນເຫດການທີ່ສໍາຄັນ ໃນຊີວິດການເມືອງຂອງພັກ ຖືວ່າເປັນເຫດການທີ່ສໍາຄັນທົ່ວປວງຊົນລາວທັງຊາດ ຊື່ງເປັນບ່ອນສະຫຼຸບສັງລວມໃນການຊີ້ນໍາ-ນໍາພາຂອງພັກໃນໄລຍະ 5 ປີຜ່ານມາ ແລະ ພ້ອມກັນນັ້ນ,ກໍ່ໄດ້ມີການວາງທິດທາງ ວິໄສທັດໃນ 5 ປີຕໍ່ໜ້າ, ນັບທັງວິໄສທັດປີ 2030 ເຊິ່ງເປັນເສັ້ນທາງທີ່ພວກເຮົາຈະກ້າວເດີນໄປ ແລະ ພ້ອມກັນນັ້ນ, ເສັ້ນທາງນີ້ແມ່ນມີຄວາມສໍາຄັນທີ່ສຸດໃນການທີ່ຈະມີການເລືອກຕັ້ງຄະນະນໍາ ເພື່ອບໍລິຫານວຽກງານຕາມນະໂຍບາຍທີ່ພັກວາງອອກ. ສະນັ້ນ, ເວົ້າລວມແລ້ວໃນຖານະທີ່ເປັນສະມາຊິກພັກ ຫຼື ເປັນປະຊາຊົນຜູ້ໜື່ງແມ່ນມີຄວາມພໍອົກພໍໃຈໃຫ້ເພິ່ນນໍາພາປະເທດຊາດກ້າວຂື້ນ ເພື່ອສ້າງສາເຮັດໃຫ້ປະເທດຊາດຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາກາຍເປັນປະເທດທີ່ມີການພັດທະນາຄືກັບບັນດາປະເທດອ້ອມຂ້າງເຮົາ.
ໃນການລາຍງານຂ່າວຄັ້ງນີ້, ສໍານັກຂ່າວສານປະເທດລາວໄດ້ສົ່ງນັກຂ່າວ 30 ຄົນ, ເຂົ້າຮັບໃຊ້ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ 10 ຂອງພັກ ໃນນັ້ນ, ປະກອບມີ, ຜູ້ປະຕິບັດວຽກງານຂ່າວ, ຜູ້ເຮັດວຽກງານຖ່າຍພາບ, ແລະ ຮັບຜິດຊອບວຽກງານຕ່າງໆ

ແຫ່ລງຂ່າວ

ຂປລ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...