Homeຂ່າວການພັດທະນາຈະໃຊ້ຄຳຫຼາຍກິໂລໂອບຍອດພະທາດຫຼວງ ແລະຍອດທາດປາລະມີ

ຈະໃຊ້ຄຳຫຼາຍກິໂລໂອບຍອດພະທາດຫຼວງ ແລະຍອດທາດປາລະມີ

Published on

ເມື່ອທ້າຍອາທິດຜ່ານມານີ້, ທ່ານຮອງເຈົ້າຄອງນະຄອນຫລວງວຽງຈັນ ສາຍທອງ ແກ້ວດວງດີ ໄດ້ຖະແຫລງຕໍ່ສື່ມວນຊົນກ່ຽວກັບການກະກຽມປະຕິສັງຂອນພະທາດຫລວງວຽງຈັນອັນເປັນມິ່ງຂວັນຂອງປວງຊົນລາວທົ່ວປະເທດ, ເຊິ່ງກ່ອນອື່ນທ່ານໄດ້ກ່າວເຊີນຊວນປະຊາຊົນລາວບັນດາ ເຜົ່າທັງພາຍໃນ ແລະ ຕ່າງປະເທດ, ຈົ່ງໄດ້ພ້ອມກັນປະກອບວັດຖຸປັດໄຈເພື່ອສົມທົບທຶນເຂົ້າໃນການປະຕິສັງຂອນພະທາດສັກສິດດັ່ງກ່າວໃຫ້ມີຄວາມສວຍສົດງົດງາມຢູ່ຄູ່ປະເທດເຮົາໄປຊົ່ວກາລະນານ.

ທ່ານຮອງເຈົ້າຄອງນະຄອນຫລວງກ່າວວ່າ: ພາຍຫລັງໄດ້ຮັບການຕົກລົງເຫັນດີຈາກພັກ ແລະ ລັດຖະ ບານໃນການປະຕິສັງຂອນພະທາດຫລວງວຽງຈັນ,ຄະນະນໍານະຄອນຫລວງວຽງຈັນ, ຈຶ່ງໄດ້ປະສານສົມທົບກັບພາກສ່ວນກ່ຽວຂ້ອງເພື່ອວາງແຜນຈັດຕັ້ງປະຕິບັດການປະຕິສັງຂອນພະທາດດັ່ງ ກ່າວ, ຊຶ່ງຄາດວ່າຈະໃຊ້ຄໍາຫລາຍສີບກິໂລເພື່ອໂອບບໍລິເວນຍອດພະທາດໃຫຍ່ ແລະ ຍອດພະທາດທາດນ້ອຍ (ທາດປາລະມີ) ອ້ອມພະທາດໃຫຍ່ທີ່ມີຫລາຍກວ່າ 30 ພະທາດ, ສ່ວນບໍລິເວນ ອື່ນໆຂອງໂຕພະທາດແມ່ນຈະທາສີຄໍາຄືນໃໝ່, ພ້ອມທັງສ້ອມແປງຈຸດທີ່ເກີດຮອຍແຕກແຫ່ງ ແລະ ລວດ ລາຍຕ່າງໆໃນບໍລິເວນອ້ອມຮອບກົມມະລຽນທີ່ເຫັນວ່າໂຊດໂຊມເກົ່າແກ່ແມ່ນຈະໄດ້ປັບປຸງສ້ອມແປງຄືນໃໝ່, ພ້ອມທັງຕິດຕັ້ງລະບົບໄຟເອ້, ໄຟສະຫວ່າງເພື່ອໃຫ້ມີຄວາມສວຍງາມ.

ທ່ານຮອງເຈົ້າຄອງນະຄອນຫລວງກ່າວວ່າ: ການປະຕິສັງຂອນພະທາດດັ່ງກ່າວຈະເລີ່ມຂຶ້ນທັນທີພາຍຫລັງທີ່ມີງົບປະມານພຽງພໍ, ເຊິ່ງປັດຈຸບັນແມ່ນມີຜູ້ມີຈິດໃຈສັດທາຈໍານວນໜຶ່ງໄດ້ປະກອບ ສ່ວນບໍລິຈາກຄໍາແລ້ວລວມທັງໝົດຈໍານວນ 10 ກິໂລ,12 ບາດແລະ 2 ສະຫລຶງ ແລະ ການປະຕິສັງ ຂອນຄາດວ່າຈະໃຫ້ສໍາເລັດກ່ອນມື້ສະເຫລີມສະຫລອງການສ້າງພະທາດຫລວງວຽງຈັນຄົບຮອບ 450 ປີທີ່ຈະຈັດຂຶ້ນຢ່າງຍິ່ງໃຫຍ່ໃນທ້າຍປີນີ້. ສະນັ້ນ ໃນນາມຕາງໜ້າໃຫ້ອະນຸກໍາມະການປະຕິສັງ ຂອນພະທາດຫລວງຈຶ່ງຂໍເຊີນຊວນປະຊາຊົນລາວບັນດາເຜົ່າທັງພາຍໃນ ແລະ ຕ່າງປະເທດໄດ້ຮ່ວມບໍລິຈາກວັດຖຸ, ເງິນຄໍາ ແລະ ປັດໄຈອື່ນໆຕາມຈິດໃຈສັດທາໄດ້ທີ່ຫ້ອງວ່າການນະຄອນຫລວງວຽງຈັນຫລືພະແນກຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວນະຄອນຫລວງວຽງຈັນໄດ້ຕາມວັນເວລາລັດຖະການ, ເພື່ອປະກອບສ່ວນເຂົ້າໃນການປະຕິສັງຂອນພະທາດຫລວງວຽງຈັນທີ່ສັກສິດຂອງຊາດ, ໂດຍມີສາລີລິຄະທາດຂອງພະພຸດທະເຈົ້າຢູ່ພາຍໃນທາດດັ່ງກ່າວເພື່ອໃຫ້ມີຄວາມຮຸ່ງເຮືອງສວຍງາມເປັນມິງຂວັນຂອງປະຊາຊົນລາວໄປຊົ່ວກາລະນານ.

ໃນໂອກາດດຽວກັນ, ທ່ານຮອງເຈົ້າຄອງນະຄອນຫລວງວຽງຈັນຍັງໄດ້ແຈ້ງໃຫ້ຊາບກ່ຽວຄວາມຄືບໜ້າຂອງການປະຕິສັງຂອນພິພິທະພັນວັດຫໍພະແກ້ວ, ເຊິ່ງມາຮອດປັດຈຸບັນຖືວ່າການປະຕິສັງຂອນຍອດຊໍ່ຟ້າ, ເຊິ່ງເປັນໄລຍະທໍາອິດແມ່ນສໍາເລັດແລ້ວ ແລະ ຈະມີພິທີເຮັດບຸນໃສ່ບາດຖວາຍສັງຄະທານໃນວັນທີ 21 ມັງກອນນີ້. ດັ່ງນັ້ນຈຶ່ງຂໍເຊີນມວນຊົນທີ່ໄດ້ປະກອບສ່ວນວັດຖຸປັດໃຈໃນການປະຕິສັງຂອນວັດດັ່ງກ່າວຈົ່ງໄດ້ໄປຢ້ຽມຊົມເບິ່ງຄວາມສວຍງາມພາຍຫລັງການສ້ອມແປງໃນໄລຍະທໍາອິດທີ່ຕົນໄດ້ມີສ່ວນຮ່ວມ​ໃນ​ຄັ້ງ​ນີ້.

ແຫ່ລງຂ່າວ

ລພນ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...