Homeຂ່າວພາຍ​ໃນຂ່າວ​ບຸນ​ຕັກ­ບາດ​ໂອ­ກາດ​ສຳ­ເລັດ ປະ­ຕິ­ສັງ­ຂອນ​ຫໍ​ພຣະ​ແກ້ວ​ໄລ­ຍະ I

ຂ່າວ​ບຸນ​ຕັກ­ບາດ​ໂອ­ກາດ​ສຳ­ເລັດ ປະ­ຕິ­ສັງ­ຂອນ​ຫໍ​ພຣະ​ແກ້ວ​ໄລ­ຍະ I

Published on

 

ໂຄງ­ການ​ປະ­ຕິ­ສັງ­ຂອນ​ຫໍ​ພຣະແກ້ວ ໄລ­ຍະ​ທີ I ຊຶ່ງ​ດຳ­ເນີນ​ມາ​ແຕ່​ປີ 2015 ປະ­ສົບ​ຜົນ­ສຳ­ເລັດ​ຕາມ​ຄາດໝາຍ ແລະ ກ່ອນ​ຈະ​ເຂົ້າ​ສູ່​ການ​ປະ­ຕິສັງ​ຂອນ​ໃນ​ໄລ­ຍະ​ທີ II ແລະ ທີ III ນັ້ນ ທາງ​ຄະ­ນະ​ຮັບ­ຜິດ­ຊອບ​ໂຄງ­ການ​ກໍ​ໄດ້ ແຈ້ງ​ຂ່າວ​ບຸນ​ເຖິງ​ມວນ​ຊົນ​ທົ່ວ​ໄປ ຈົ່ງຮ່ວມ​ສ້າງ​ບຸນ​ກຸ­ສົນ ຕັກ­ບາດ ຖະ­ຫວາຍທານ​ເພື່ອ​ສະ​ສົມ​ປາ­ລະ­ມີ ແລະ ເອກອ້າງ​ໃນ​ອະ​ລະ­ຍະ​ທຳ​ລ້ຳ​ຄ່າ​ທີ່​ບັນ​ພະ​ບຸລຸດ​ລາວ​ໄດ້​ປົກ​ປັກ​ຮັກ­ສາ​ໄວ້​ເຖິງ​ເຊັ່ນລູກ​ເຊັ່ນ​ຫຼານ ໂດຍ​ຈະ​ມີ​ພິ­ທີ​ຄົບ­ງັນ ແລະ ຕັກ­ບາດ​ທີ່​ເດີ່ນ​ຫໍ​ພຣະ​ແກ້ວ ໃນ​ວັນ​ທີ 21-22 ມັງ­ກອນ 2016 ກົງ​ກັບ​ມື້​ຂຶ້ນ 14 ຄ່ຳ ແລະ ວັນ­ເພັງ 15 ຄ່ຳ​ເດືອນ 3 ລາວ.

ທ່ານ ສາຍ­ທອງ ແກ້ວ​ດວງ​ດີ ຮອງເຈົ້າ​ຄອງ​ນະ­ຄອນ­ຫຼວງ​ວຽງ​ຈັນ ຄະນະ​ຮັບ­ຜິດ­ຊອບ​ໂຄງ­ການ​ປະ­ຕິ­ສັງ­ຂອນ ຫໍ​ພຣະ​ແກ້ວ ໄດ້​ຖະ­ແຫຼງ​ຂ່າວ​ບຸນຜ່ານສື່​ມວນ​ຊົນ​ເມື່ອ​ອາ­ທິດ​ທີ່​ຜ່ານ​ມາ​ວ່າ ຄະ­ນະ​ຮັບ­ຜິດ­ຊອບ​ປະ­ຕິ­ສັງ­ຂອນ​ຫໍ​ພຣະແກ້ວ ກໍ​ຄື​ພະ​ແນກ​ຖະ­ແຫຼງ​ຂ່າວ​ວັດ​ທະນະ​ທຳ ແລະ ທ່ອງ​ທ່ຽວ ນະ­ຄອນ­ຫຼວງວຽງ​ຈັນ ພວມ​ຢູ່​ໃນ​ຂັ້ນ​ຕອນ​ຫ້າງ​ຫາ ກະ­ກຽມ ເພື່ອ​ສະ­ເຫຼີມ­ສະ­ຫຼອງ​ຜົນ​ສຳ ເລັດ​ໃນ​ການ​ປະ­ຕິ­ສັງ­ຂອນ​ຫໍ​ພຣະ​ແກ້ວໄລ­ຍະ​ທີ I ຕາມ​ວາ­ລະ​ທີ່​ລະ­ບຸ​ໄວ້​ຂ້າງເທິງ ຊຶ່ງ​ຖື​ເປັນ​ເລີກ​ງາມ​ຍາມ​ດີ ແລະ ຈະ​ມີ​ການ​ຄົບ­ງັນ ຕັກ­ບາດ ຖວາຍ​ທານ ຕາມ​ຮີດ­ຄອງ​ປະ­ເພ­ນີ ສ່ວນ​ໄລ­ຍະ​ທີ II ທີ III ແມ່ນ​ຍັງ​ຢູ່​ໃນ​ຂັ້ນ​ຕອນ​ໃຫ້ນາຍ​ຊ່າງ​ປະ​ເມີນ​ຄ່າ​ຊ່າງກ່ອນ​ຈະ​ລົງມື​ປະ­ຕິ­ບັດ​ໃຫ້​ທັນ​ສະ­ເຫຼີມ­ສະ­ຫຼອງໃນ​ເດືອນ 6 ເພັງ​ຂອງ​ປີ​ນີ້ ສ່ວນ​ການ​ບໍ­ລິ­ຈາກ​ແມ່ນ​ຍັງ​ເປີດ​ໃຫ້​ພໍ່​ແມ່​ປະ­ຊາ­ຊົນ ຮ່ວມ​ສົມ­ທົບ​ທຶນ​ຊຶ່ງ​ຈະ​ມີ​ງົບ­ປະ­ມານຂອງ​ລັດ­ຖະ­ບານ​ປະ­ກອບ​ໃຫ້​ດ້ວຍ.

ສຳ­ລັບ​ໄລ­ຍະ​ທີ I ຂອງ​ການ​ປະ­ຕິສັງ​ຂອນ​ຫໍ​ພຣະ​ແກ້ວ ແມ່ນ​ນຳ​ໃຊ້​ງົບປະ­ມານ​ໄປ​ແລ້ວ ຈຳ­ນວນ 6 ຕື້​ກວ່າ​ກີບ ຊຶ່ງ​ໄດ້​ບູ­ລະ­ນະ​ຄືນ­ໃໝ່ ນັບ​ແຕ່​ຍອດ​ຊໍ່ ຟ້າ­ລົງ​ມາ​ຮອດ​ຖ້ານ​ຕີນ ສ່ວນ​ໄລ­ຍະ​ທີ II ແລະ​ທີ III ຈະ​ເປັນ​ການ​ຕິດ​ຄຳ​ປີວ ດ້ານ​ໃນດ້ານ​ນອກ ແລະ ລາຍ​ລະ­ອຽດຕ່າງໆ​ພາຍ​ໃນ​ຫໍ​ພຣະ​ແກ້ວ ເພື່ອ​ໃຫ້​ມີຄວາມ​ສວຍ​ສົດ​ງົດ​ງາມ ແຕ່​ຄົງ​ໄວ້ເອ­ກະ­ລັກ​ດັ່ງ​ເດີມ.

ໃນ​ວາ­ລະ​ດຽວ​ກັນ​ທ່ານ​ຮອງ​ເຈົ້າຄອງ​ນະ­ຄອນ­ຫຼວງ​ວຽງ​ຈັນ ກໍ​ໄດ້​ແຈ້ງຕື່ມ​ຂ່າວ​ບຸນ​ເຖິງ​ມວນ​ຊົນ​ທັງ​ພາຍ​ໃນ ແລະ ຕ່າງ­ປະ­ເທດ​ທີ່​ມີ​ຈິດ­ໃຈ​ໃສ​ສັດທາ​ເພື່ອ​ສົມ­ທົບ​ທຶນ​ໃນ​ການ​ປະ­ຕິ​ສັງຂອນ​ພຣະ​ທາດ­ຫຼວງ ນັບ​ແຕ່​ຍອດ​ລົງມາ​ຫາ​ກົມ​ມະ​ລຽນ​ເພື່ອ​ສະ­ເຫຼີມ​ສະຫຼອງ​ພຣະ​ທາດ­ຫຼວງ ຄົບ­ຮອບ 450 ປີ ໃນ​ທ້າຍ​ປີ 2016 ນີ້ ດັ່ງ­ນັ້ນ ຈິ່ງ​ຂໍ​ເຊີນຊວນ​ຜູ້​ທີ່​ມີ​ຈິດ­ໃຈ​ໃສ​ສັດ­ທາ​ມາ​ຮ່ວມບໍ­ລິ­ຈາກ​ສົມ­ທົບ​ທຶນ​ຈະ​ເປັນ​ເງິນ ຫຼື ຄຳກໍ​ດີ ຊຶ່ງ​ຈະ​ໄດ້​ນຳ­ໄປ​ໂອບ​ຍອດ​ຊໍ່­ຟ້າປະ­ຈຸ​ບັນ​ມີ​ຍອດ​ບໍ­ລິ­ຈາກ​ແລ້ວ ເປັນ​ຄຳ 10 ກິ​ໂລກ​ຣາມ 12 ບາດ ແລະ 2 ສະ­ຫຼຶງ ທ່ານ​ໃດ ຫຼື ພາກ­ສ່ວນ​ໃດ​ທີ່ຕ້ອງ­ການ​ບໍ­ລິ­ຈາກ​ສາ­ມາດ​ຕິດ­ຕໍ່​ພົວ ພັນ​ໄດ້​ທີ່​ກອງ​ເລ­ຂາ ພະ​ແນກ​ຖະ­ແຫຼງ ຂ່າວ ວັດ­ທະ­ນະ­ທຳ ແລະ ທ່ອງ​ທ່ຽວ ນະ­ຄອນ­ຫຼວງ​ວຽງ​ຈັນ ຕາມ​ໂມງ​ເວ­ລາລັດ​ຖະ​ການ.

ທີ່ມາ:

logo

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...