spot_img
HomeມູມໄອທີລາວXiaomi ເປີດໂຕ ສະມາດໂຟນ Redmi Note ໜ້າຈໍ 5.5 ຄວາມລະອຽດ HD

Xiaomi ເປີດໂຕ ສະມາດໂຟນ Redmi Note ໜ້າຈໍ 5.5 ຄວາມລະອຽດ HD

Published on

<ignore_js_op>

Xiaomi  ຜູ້ຜະລິດຈາກປະເທດຈີນໄດ້ເປີດໂຕໂທລະສັບສະມາດໂຟນລຸ້ນໃໝ່ຄື  Redmi Note ທີ່ມາພ້ອມກັບສະເປັກທີ່ກຸ້ມຄາ ແຍກຂາຍເປັນ 2 ລຸ້ນເຊິ່ງຕ່າງກັນຢູ່ທີ່ ຊີພີຢູກັບແຣມ

ສະເປັກລຸ້ນ  Xiaomi  Redmi Note
o ໜ້າຈໍ IPS  ຂະໜາດ 5.5 ນິ້ວ ຄວາມລະອຽດ HD (1280 x 720 ພິກເຊວ )
o ຊີພີຢູ   Octa-Core MediaTek MT6592 ມີໃຫ້ເລືອກທັງ 1.4 GHz  ແລະ 1.7 GHz
o ຊິບປະມວນຜົນກາຣບຟິກ  Mali 450
o ໃຊ້ງານລະບົບປະຕິບັດການ  Android 4.2 (Jelly Bean) ອິນເຕີເຟດ MIUI v5
o ຮອງຮັບສອງຊິມ
o ກ້ອງຫຼັງ 13 ລ້ານພິກເຊວ  LED ແຟລັດ ຖ່າຍວີດີໂອຄວາມລະອຽດສູງສຸດ 1080p
o ກ້ອງໜ້າ 5 ລ້ານພິກເຊວ
o ແຣມມີໃຫ້ເລືອກທັງ 1GB ແລະ 2GB RAM
o ໜ່ວຍຄວາມຈຳພາຍໃນເຄື່ອງ 8GB ສາມາດເພີ່ມ micro SD ໄດ້ສູງສຸດ 32GB
o ຮອງຮັບ 3G (TD-SCDMA), WiFi 802.11 b/g/n, Bluetooth 4.0, GPS
o ແບັດເຕີຣີ 3200 mAh

Redmi Note ຈະແຍກຂາຍອອກເປັນສອງລຸ້ນຄືລຸ້ນທີ່ໃຊ້ຊີພີຢູ 1.4 GHz  ແຣມ 1 GB ລາຄາ  799 ຢວນຫຼືປະມານ 2.000.000 ກີບ ສ່ວນລຸ້ນທີ່ໃຊ້ຊີພີຢູ 1.7 GHz  ແຣມ 2 GB ລາຄາ 999 ຢວນຫຼືປະມານ  2.250.000 ກີບ ກຽມເປີດຂາຍໃນປະທເດຈີນວັນທີ 26 ເດືອນມີນານີ້ ສ່ວນປະເທດອື່ນນັ້ນຖ້າໄປກ່ອນ

002317ylw02lz1wnsgu9s9

 

http://www.deklao.com/forum.php?mod=viewthread&tid=745

ບົດຄວາມຫຼ້າສຸດ

ອັບດັບ 13 ຂອງໂລກ ລາວຕິດອັນດັບເປັນໜຶ່ງໃນປະເທດ ຈຸດໝາຍປາຍທາງການທ່ອງທ່ຽວທີ່ຂະຫຍາຍຕົວສູງສຸດໃນປີ 2024

ອົງການທ່ອງທ່ຽວໂລກ ແຫ່ງສະຫະປະຊາຊາດ ລາຍງານກ່ຽວກັບ ການຈັດອັນດັບປະເທດຈຸດໝາຍປາຍທາງການທ່ອງທ່ຽວ ທີ່ຂະຫຍາຍໂຕສູງທີ່ສຸດ ໃນນັ້ນ ສປປ ລາວ ສາມາດຕິດຢູ່ໃນ ອັນດັບທີ່ 13 ຂອງໂລກ ຈາກການຈັດອັນດັບໃນປີ 2024...

ເຫດການປະທ້ວງຄັ້ງໃຫຍ່ ຄົນລຸ້ນໃໝ່ລວມກຸ່ມປະທ້ວງໃນເນປານ ເນື່ອງຈາກປິດກັ້ນສື່ອອນລາຍ ແລະ ບັນຫາສໍ້ລາດບັງຫຼວງ

ໃນວັນທີ 09 ກັນຍາ 2025ທ່ານ ເຄພີ ຊາມາໂອລີ, ນາຍົກລັດຖະມົນຕີປະເທດເນປານໄດ້ປະກາດລາອອກຈາກຕໍາແໜ່ງ ເນື່ອງຈາກມີການປະທ້ວງຂອງປະຊາຊົນໂດຍສະເພາະກຸ່ມເດັກລຸ້ນໃໝ່ ເຊິ່ງສາເຫດແມ່ນເກີດຈາກ - ການອອກມາດຕະການຫ້າມນໍາໃຊ້ສື່ອອນລາຍ ເຊິ່ງກ່ອນໜ້ານີ້ໄດ້ມີການແຈ້ງການປິດກັນ 26 ແອັບພຣິເຄຊັນເຊັ່ນ: ເຟສບຸກ,...

ໂຣກລິດຊີດວງຖາມຫາ! ເຂົ້າຫ້ອງນໍ້າພ້ອມຫຼິ້ນໂທລະສັບໄປນໍາ ສ່ຽງເປັນໂຣກລິດສີດວງ

ພຶດຕິກຳໃນແຕ່ລະມື້ຶອາດສົ່ງຜົນໃຫ້ເກີດໂຣກຕ່າງໆໄດ້.ເຊິ່ງຫຼາຍຄົນໃນຍຸກປັດຈຸບັນກຳລັງເຮັດຢູ່ຄື ການເຂົ້າຫ້ອງນໍ້າ, ນັ່ງຢູ່ຊັກໂຄກເປັນເວລາດົນ ພ້ອມກັບກັບຫຼິ້ນໂທລະສັບໄປນຳ ໂດຍບໍ່ຄຳນຶກເຖິງຄວາມສ່ຽງທີ່ຈະຕາມມາ. ສໍາລັບໂຣກລິດສີດວງທະວານໜັກ ເກີດຈາກເສັ້ນເລືອດດຳທະວານໜັກ ຫຼື ສ່ວນປາຍສຸດຂອງລໍາໄສ້ໃຫ່ຍເກີດອາການບວມ ຫຼື ຂະຫຍາຍໂຕໃຫ່ຍຂຶ້ນ ມີອາການນູນເປັນຕິ່ງອອກມາຈາກຮູທະວານ ເຮັດໃຫ້ມີອາການເຈັບ ແລະ ຂັບຖ່າຍເປັນເລືອດປະປົນອອກມາ. ນັກວິໄຈພົບວ່າການຫຼິ້ນໂທລະສັບໃນຫ້ອງນໍ້າເປັນປະຈໍາມີຄວາມສ່ຽງເປັນໂຣກລິດສີດວງທະວານ...

ກຳປູເຈຍ ເປີດນຳໃຊ້ສະໜາມບິນສາກົນເຕໂຊ ຢ່າງເປັນທາງການແລ້ວ

ເປີດນຳໃຊ້ຢ່າງເປັນທາງການແລ້ວ ສະໜາມບິນສາກົນເຕໂຊ ຂອງປະເທດກຳປູເຈຍ ມູນຄ່າ 1.5 ພັນລ້ານໂດລາ ພ້ອມກ້າວໜ້າສູ່ການເປັນສູນກາງການບິນ ແລະ ໂລຈິດຕິກແຫ່ງໃໝ່ຂອງໂລກ. ສຳນັກຂ່າວຕ່າງປະເທດລາຍາງນໃນວັນທີ 9 ກັນຍາ 2025 ນີ້, ກຳປູເຈຍໄດ້ມີການເປີດນຳໃຊ້ສະໜາມບິນສາກົນເຕໂຊ...