spot_img
Homeຂ່າວທ້ອງຖິ່ນເມືອງຫີນບູນ ແຂວງຄຳມ່ວນ ປັກດຳນາແຊງໄດ້ສຳເລັດ 100% ຕາມແຜນການຜະລິດລະດູແລ້ງ!

ເມືອງຫີນບູນ ແຂວງຄຳມ່ວນ ປັກດຳນາແຊງໄດ້ສຳເລັດ 100% ຕາມແຜນການຜະລິດລະດູແລ້ງ!

Published on

ທ່ານ ໂຮມມາ ສີບຸນ ເຮືອງ ຫົວໜ້າຫ້ອງການກະສິ ກຳ ແລະ ປ່າໄມ້ເມືອງຫີນບູນ ແຂວງຄຳມ່ວນ ແຈ້ງໃຫ້ຮູ້ເມື່ອ ບໍ່ດົນມານີ້ວ່າ: ເລີ່ມແຕ່ທ້າຍ ເດືອນພະຈິກປີຜ່ານມາ ຂະ ບວນການທຳການຜະລິດລະດູແລ້ງ ຂອງປະຊາຊົນໃນເມືອງ ຫີນບູນ ໄດ້ເປັນຂະບວນການ ຢ່າງກວ້າງຂວາງ ເປັນຕົ້ນການ ເຮັດນາແຊງ, ປູກສາລີ, ໝາກ ໂມ, ໝາກແຕງ, ໝາກຖົ່ວ, ມັນ ດ້າງ, ຢາສູບ ແລະ ພືດຜັກຊະນິດອື່ນໆ.

ປະຈຸບັນທົ່ວເມືອງສຳ ເລັດການປັກດຳເຂົ້ານາແຊງ 100%, ເກັບກູ້ຜົນຜະລິດ, ສາ ລີ, ໝາກໂມ, ໝາກແຕງ, ໝາກ ຖົ່ວ, ມັນດ້າງ ແລະ ພືດຜັກ ອື່ນໆ ຊຶ່ງສ້າງລາຍຮັບໃຫ້ຄອບ ຄົວເປັນສ່ວນຫຼາຍ. ບາງຄອບ ຄົວກໍໄດ້ໃຊ້ເນື້ອທີ່ດຽວກັນປູກ ພືດແບບປະສົມປະສານເຊັ່ນ: ເກັບກູ້ໝາກໂມແລ້ວ ປູກໝາກ ຖົ່ວ ແລະ ສາລີຕໍ່ອີກ. ສະເພາະ ເມືອງຫີນບູນ ປະຈຸບັນມີໂຄງ ການຊົນລະປະທານທັງໝົດ 31 ໂຄງການ. ໃນນັ້ນ ມີຝາຍ ນ້ຳລົ້ນ 2 ໂຄງການ, ໃຊ້ຈັກ ນ້ຳມັນ 2 ໂຄງການ, ຈັກໄຟ ຟ້າ 23 ໂຄງການ ແລະ ຍັງມີ ບາງຫົວງານທີ່ບໍ່ໄດ້ທຳການ ຜະລິດຍ້ອນເຄື່ອງຈັກເກົ່າ ແລະ ເປ່ເພ.

ສຳລັບເນື້ອທີ່ແຜນການ ນາແຊງ ທົ່ວເມືອງມີ 1.130 ເຮັກຕາ, ຄາດຄະເນສະມັດຖະ ພາບ 4,5 ຫາ 5,5 ໂຕນຕໍ່ເຮັກ ຕາ, ເລີ່ມລົງມືປັກດຳໃນວັນທີ 13/12/2015 ປະຈຸບັນສຳເລັດ ແລ້ວ 100% ແລະ ຈາກນາ ແຊງແລ້ວ ຈະສູ້ຊົນປູກພືດໃນ ໄລຍະລະດູແລ້ງຕື່ມໃຫ້ໄດ້ 1.700 ເຮັກຕາ, ຮອດປະຈຸບັນ ເກັບກູ້ຂາຍແລ້ວ 65% ໃນ ເມືອງຫີນບູນປີ 2016 ນີ້ມີ 3 ໂຄງການ ແລະ 1 ອົງການ ຈາກສາກົນຄື: ໂຄງການອາ ຄານຍົກນ້ຳຫ້ວຍສະໝໍ ບ້ານ ຫົວນາ, ໂຄງການອາຄານຍົກ ນ້ຳຫ້ວຍກະແຕບບ້ານກະແຕບ, ໂຄງການກໍ່ຄອງເໝືອງຟູດ້ວຍ ດິນຈີ່ ຫົວງານຫີນບູນໃຕ້ ແລະ ອົງການ 3 ຫຼ່ຽມມະນຸດສະທຳ ປະຈຳແຂວງຄຳມ່ວນ ກໍຄືໂຄງ ການຄອງເໝືອງຟູທີ່ຝາຍນ້ຳ ລົ້ນນ້ຳຂຸນກອງແລງ ບ້ານນາຄື ທີ່ມີຄວາມຍາວ 1.000 ແມັດ, ປະຈຸບັນແມ່ນໄດ້ປະຕິບັດການ ທົດລອງປັກດຳໄດ້ແລ້ວປະ ມານ 10 ເຮັກຕາຂອງຈຳນວນ ເນື້ອທີ່ທັງໝົດ.

 

ແຫລ່ງຂ່າວ:

ປຊຊ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...