Homeຂ່າວເຫດການຄະນະບໍລິຫານງານພັກແຂວງຄຳມ່ວນ ສໍາເລັດກອງປະຊຸມເປີດກວ້າງ ຄັ້ງທີ 3 ສະໄໝທີ IX

ຄະນະບໍລິຫານງານພັກແຂວງຄຳມ່ວນ ສໍາເລັດກອງປະຊຸມເປີດກວ້າງ ຄັ້ງທີ 3 ສະໄໝທີ IX

Published on

ຂປລ. ກອງ​ປະຊຸມ​ເປີດ​ກວ້າງ​ ຄົບ​ຄະນະ​ບໍລິຫານ​ງານ​ພັກ ​ແຂວງ​ຄໍາ​ມ່ວນ​ ຄັ້ງ​ທີ 3 ສະ​ໄໝ​ທີ IX ​ໄດ້​ດໍາ​ເນີນ​ແຕ່​ວັນ​ທີ 12–13 ມັງກອນ 2016 ຢູ່ແຂວງ​ດັ່ງກ່າວ ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ ສະຫາຍ ​ໂອ​ໄດ ສຸດາ​ພອນ ​ເລຂາ​ຄະນະ​ບໍລິຫານ​ງານ​ພັກ​ແຂວງ, ​ເຈົ້າ​ແຂວງໆ​ຄໍາ​ມ່ວນ, ໄດ້​​ສະຫລຸບ​ຕີ​ລາຄາ​ ກ່ຽວ​ກັບ​ ວຽກ​ງານ​ກໍ່ສ້າງ​ຮາກ​ຖານ​ການ​ເມືອງ ​ແລະ ພັດທະນາ​ຊົນນະບົດ​ຮອບດ້ານ, ວຽກ​ງານ​ທົດ​ລອງ​ສາມ​ສ້າງ​, ການ​ແຂ່ງຂັນ​ຮັກ​ຊາດ ​ແລະ ພັດທະນາ ​ແລະ ການ​ແກ້​ໄຂ​ບັນຫາ ​ລະ​ເບີດ​ບໍ່​ທັນ​ແຕກ​ ໃນ​ໄລຍະ 5 ປີ​ທີ່​ຜ່ານ​ມາ ​ນັບ​ແຕ່​ປີ 2011–2015,  ພ້ອມ​ທັງ​ ວາງ​ທິດ​ທາງ​ແຜນການ 5 ປີ​ຕໍ່ໜ້າ ນັບ​ແຕ່​ປີ 2016 – 2020. ກອງ​ປະຊຸມ​​ແມ່ນ ໄດ້ຮັບ​ຟັງ​ການ​ລາຍ​ງານ ​ແລະ ປະກອບ​ຄໍາ​ຄິດ​ເຫັນ ​ຂອງ​ຜູ້​ແທນຈາກບັນດາ​ພະ​ແນ​ກການ, ບັນດາ​ເມືອງ  ​ແລະ  ຈຸດ​ສຸມ​ພັດທະນາ​ຈໍານວນ​ໜຶ່ງ​ຕໍ່​ບັນຫາ​ຕ່າງໆ​ ທີ່​ຍົກ​ຂຶ້ນ​ໃນ​ການ​ຊີ້​ນໍາໆ​ພາ ​ແລະ ​ໃຫ້​ທິດ​ຊີ້​ນໍາ​ໃນ​ກອງ​ປະຊຸມ.

ກອງປະຊຸມ ຄັ້ງນີ້ ​ໄດ້ມີ​ພິທີມອບຫລຽນໄຊແຮງງານ ຊັ້ນ I ຈໍານວນ 9 ທ່ານ ແລະ 4 ບ້ານ , ຫລຽນໄຊແຮງງານ ຊັ້ນ II ຈໍານວນ 24 ທ່ານ ແລະ 9  ບ້ານ, ຫລຽນໄຊແຮງງານ ຊັ້ນ III ຈໍານວນ 46 ທ່ານ ແລະ 18 ບ້ານ, ຫລຽນກາແຮງງານ ຈໍານວນ 133 ທ່ານ ແລະ 43 ບ້ານ , ໃບຍ້ອງຍໍລັດຖະບານ ຈໍານວນ 329 ທ່ານ ແລະ 64 ບ້ານທີ່ມີຜົນງານດີເດັ່ນປະກອບສ່ວນ ເຂົ້າໃນຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາຕິດພັນກັບວຽກງານ ກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ຮອບດ້ານ, ລຶບລ້າງຄວາມທຸກຍາກ ແລະ ຊຸກຍູ້ວຽກງານສາມສ້າງ ເຊິ່ງເປັນການປະກອບສ່ວນອັນສໍາຄັນ ເຂົ້າໃນການ ສ້າງສາພັດທະນາປະເທດຊາດ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...