Homeຂ່າວຕ່າງປະເທດນ້ຳທະເລຢູ່ຊີເລວິກິດໜັກ ພົບຊາກປາໝຶກຂະໜາດໃຫຍ່ຫລາຍພັນໂຕ ຕາຍເຕັມຊາຍຫາດ!

ນ້ຳທະເລຢູ່ຊີເລວິກິດໜັກ ພົບຊາກປາໝຶກຂະໜາດໃຫຍ່ຫລາຍພັນໂຕ ຕາຍເຕັມຊາຍຫາດ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 15 ມັງກອນນີ້ວ່າ ລະບົບນິເວດວິທະຍາທາງທະເລ ຢູ່ປະເທດຊີເລ (Chile) ເກີດວິກິດການໜັກ ສົ່ງຜົນເຮັດໃຫ້ປາໝຶກຂະໜາດໃຫຍ່ ຈຳນວນຫລາຍພັນໂຕ ຕາຍເຕັມທ້ອງທະເລ ແລະ ຖືກຄື້ນນ້ຳຊັດຂຶ້ນມາຄ້າງຕາມຊາຍຫາດ ເທິງເກາະຊານຕາ ມາຣີ ທາງພາກໃຕ້ປະເທດຊີເລ ອັນໄດ້ສ້າງຄວາມແປກປະຫລາດໃຈ ໃຫ້ກັບປະຊາຊົນທີ່ອາໄສຢູ່ເທິງເກາະດັ່ງກ່າວ ໂດຍພວກເຂົາມີຄວາມເປັນຫ່ວງວ່າ ຊາກປາໝຶກຕາຍເຫລົ່ານີ້ ອາດເໜົ່າເໝັນ ແລະ ຈະສົ່ງຜົນກະທົບ ຕໍ່ສຸຂະພາບຊຸມຊົນໄດ້.

ແນວໃດກໍຕາມ, ປັດຈຸບັນທາງການທ້ອງຖິ່ນ ໄດ້ສັ່ງໃຫ້ໜ່ວຍງານຂອງຕົນ ດຳເນີນການເກັບກູ້ຊາກປາໝຶກ ດັ່ງກ່າວນີ້ແລ້ວ ຊຶ່ງສາເຫດຂອງການຕາຍນັ້ນ ແມ່ນສັນນິຖານວ່າ ອາດເກີດຈາກປະລິມານອົກຊີເຢັນ ໃນນ້ຳທະເລຫລຸດລົງຜິດປົກກະຕິ.

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...