Homeຂ່າວຕ່າງປະເທດເກີດເຫດໂຈມຕີດ້ວຍລະເບີດລົດ ໃສ່ສະຖານີຕຳຫລວດຢູ່ຕວກກີ ເສຍຊີວິດ 5 ຄົນ ບາດເຈັບຫລາຍສິບ!

ເກີດເຫດໂຈມຕີດ້ວຍລະເບີດລົດ ໃສ່ສະຖານີຕຳຫລວດຢູ່ຕວກກີ ເສຍຊີວິດ 5 ຄົນ ບາດເຈັບຫລາຍສິບ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 14 ມັງກອນຜ່ານມານີ້ວ່າ ກຸ່ມຕິດອາວຸດຊາວເຄີດ ພີເຄເຄ ໄດ້ກໍ່ເຫດໂຈມຕີ ດ້ວຍລະເບີດລົດ ໃສ່ບໍລິເວນສະຖານີຕຳຫລວດເຂດຊີນາ ແຂວງດິຢາບາກີ ປະເທດຕວກກີ ເມື່ອເວລາ 11:30 ໂມງ ຕາມເວລາໃນທ້ອງຖິ່ນ ຂອງວັນທີ 14 ມັງກອນ 2015 ສົ່ງຜົນເຮັດໃຫ້ ມີຜູ້ເສຍຊີວິດ 5 ຄົນ ແລະ ໄດ້ຮັບບາດເຈັບອີກ 39 ຄົນ.

ທັງນີ້ ກຸ່ມພີເຄເຄ ແມ່ນກຸ່ມຕິດອາວຸດຂອງຊາວເຄີດ ໃນປະເທດຕວກກີ ຊຶ່ງລັດຖະບານຕວກກີ, ສະຫະລັດອາເມຣິກາ ແລະ ສະຫະພາບເອີຣົບ ຂຶ້ນບັນຊີໃຫ້ເປັນກຸ່ມກໍ່ການຮ້າຍ ໂດຍໄດ້ລະບຸວ່າ ກຸ່ມດັ່ງກ່າວກຳລັງຕໍ່ສູ້ ເພື່ອການປົກຄອງຕົນເອງ ແລະ ເພື່ອສິດທິຂອງຊາວເຄີດ ໃນປະເທດຕວກກີ ໃຫ້ຫລາຍຂຶ້ນ.

559000000467502

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...