Homeຂ່າວເຫດການແຕ່ລະ​ປີ​ຢູ່ລາວ​ມີ​ຫຼາຍ​ກວ່າ 2.100 ຄົນ​ເປັນ​ພະຍາດຕັບ​ແຂງ​ຍ້ອນ​ເຄື່ອງ​ດື່ມ​ທີ່​ມີ​ທາດ​ເຫຼົ້າ

ແຕ່ລະ​ປີ​ຢູ່ລາວ​ມີ​ຫຼາຍ​ກວ່າ 2.100 ຄົນ​ເປັນ​ພະຍາດຕັບ​ແຂງ​ຍ້ອນ​ເຄື່ອງ​ດື່ມ​ທີ່​ມີ​ທາດ​ເຫຼົ້າ

Published on

ໃນ​ກອງ​ປະຊຸມ​ຫາລື​ການ​ຄວມຄຸມ​​ເຄື່ອງ​ດື່ມ​ທີ່​ມີ​ທາດ​ເຫຼົ້າສາມ​ປະ​ເທດ​ລາວ​-ຫວຽດນາມ ​ແລະ ກຳປູ​​ເຈຍ​ເມື່ອ​ມໍ້ໆ​ມາ​ນີ້, ທ່ານ ນາງ​ບົວ​ພັນ ລີ​ໄກ​ຢາ,ຮອງ​ປະທານ​ຄະນະ​ກຳ​ມະ​ທິການ​ວັດທະນະທຳ​-ສັງຄົມ​ສະພາ​ແຫ່ງ​ຊາດ​ລາວ​​ໄດ້​ລາຍ​ງານ​ໃຫ້​ຮູ້​ວ່າ​: ສຳລັບ ​ສປປ ລາວ​ແຕ່ລະ​ປີ​ເຄື່ອງ​ດື່ມທີ່​ມີ​ທາດ​ເຫຼົ້າ​ເປັນ​ພາລະ​ທາງ​ດ້ານ​ເສດຖະກິດ​ທີ່​ໜັກ​ໜ່ວງ ​ຊຶ່ງ​ກວມ​ເອົາ 2% ຂອງ GDP ​ເທົ່າ​ກັບ1.500 ຕື້​ກີບ ​ແລະ ມີ​ປະມານ 2.120 ຄົນ/ປີ,​ ເປັນ​ພະຍາດ​ຕັບ​ແຂງ​ທີ່​ມີ​ສາ​ເຫດ​ມາ​ຈາກ​ເຄື່ອງ​ດື່ມ​ທີ່​ມີ​ທາດ​ເຫຼົ້າ, ​ຫຼາຍ​ກວ່າ 3 ​ແສນ​ຄົນ​ເກີດ​ເປັນ​ພະຍາດ ​ແລະ 180 ພັນ​ຄົນ​ຕິດ​ເຫຼົ້າ ​ແລະ 50% ຂອງ​ອຸປະຕິ​ເຫດ​ຕາມ​ທ້ອງ​ຖະໜົນ​ແມ່ນ​ເກີດ​ຈາກ​ການ​ດື່ມ​​ເຄື່ອງ​ດື່ມ​ທີ່​ມີ​ທາດ​ເຫຼົ້າ ​ແລະ ມີ​ 2.360 ກໍລະນີ​ເສຍຊີວິດ​ຍ້ອນ​ອຸປະຕິ​ເຫດ​ທີ່​ກ່ຽວ​ພັນ​ກັບ​ການ​ດື່ມ​​ເຄື່ອງດຶ່ມທີ່​ມີ​ທາດ​ເຫຼົ້າ ​ແລະ ຈາກ​ການ​ລາຍ​ງານ​ຂອງ​ອົງການ​ອະນາ​ໄມ​ໂລກ​ຊີ້ ​ໃຫ້​ເຫັນ​ວ່າ​ອັ​ດ​ຕາ​ການ​ບໍລິ​ໂພ​ກ​ເຫຼົ້າ​ໃນ ສປປ ລາວ ​ແມ່ນ​ສູງ​ກວ່າ​ປະ​ເທດ​ອື່ນ​ໃນ​ພູມີ​ພາກ ​ແລະ ມີ​ທ່າ​ອຽງ​ສູງ​ຂື້ນ​ຫາກ​ບໍ່​ມີ​ການ​ຄວບ​ຄຸມ​ຢ່າງ​ຈິງ​ຈັງ, ​​ເຖິງ​ຢ່າງ​ໃດ​ກໍ​ຕາມ​ຕໍ່​ກັບ​ຜົນ​ຮ້າຍ​ດັ່ງກ່າວ​ພັກ​-ລັດຖະບານ​ກໍ​ຄື​ສະພາ​ແຫ່ງ​ຊາດ​ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງ​ຕໍ່​ຊີວິດ ​ແລະ ຊັບ​ສິນ​ຂອງ​ປະຊາຊົນ, ຜົນ​ທາງ​ລົບ​ຕໍ່​ສຸຂະພາບ,​ ເສດຖະກິດ–ສັງຄົມ,ວັດທະນະທຳ, ຮີດຄອງ​ປະ​ເພນີ​ອັນ​ດີງາມ​ຂອງ​ຊາດ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ຂອງ​ສັງຄົມ ​ແລະ ສະ​ຖາ​ບັນ​ຄອບຄົວ, ພັກ​ລັດຖະບານ​ ​ແລະ ສະພາ​ແຫ່ງ​ຊາດ​ໄດ້​ຮີບ​ຮ້ອນສ້າງ​ແຜນ ການ ​ແລະ ຮັບຮອງ​ກົດໝາຍວ່າ​ດ້ວຍ​ການ​ຄວບຄຸມ​ເຄື່ອງ​ດື່ມ​ທີ່ມີ​ທາດ​ເຫຼົ້າ,​ ໂດຍລັດຖະບານ​ໄດ້​ມອບ​ຄວາມ​ຮັບຜິດຊອບໃຫ້​ກະຊວງ​ສາທາລະນະ​ສຸກ​ສົມທົບ​ກັບ​ຂະ​ແໜງ​ການ​ອື່ນທີ່​ກ່ຽວຂ້ອງ​​ເປັນ​ເຈົ້າ​ ການ​ໃນ​ການຈັດ​ຕັ້ງ​ປະຕິບັດ,​ ໂດຍ​ປະທານ​ປະ​ເທດ​ໄດ້​ອອກດຳ ລັດ​ປະກາດ​ໃຊ້​ໃນ​ເດືອນ​ມັງກອນ2015 ​ເປັນ​ຕົ້ນ​ມາ, ​​ໃນ​ທາງ​ປະ​ຕິ​ບັດຈິງ​ໜຶ່ງ​ປີຜ່ານມາ​ເຫັນ​ວ່າ​ໄດ້​ມີ​ຜົນສຳ​ເລັດ​ໃນ​ເບື້ອງຕົນ​ແຕ່​ຍັງ​ມີ​ສິ່ງ​ທ້າ​ທາຍ​ທີ່​ຈະ​ຕ້ອງ​​ໄດ້​ໃຊ້​ຄວາມ​ພະຍາຍາມ​ໂຄສະ​ນາ​ອົມ​ຮົມ​ດ້ວຍ​ຫຼາຍ​ຮູບການ​ເພື່ອ​ປູກ​ຈິດ​ສຳນຶກ​ໃນ​ການ​ສ້າງ​ຄວາ​ມ​ເຂົ້າ​ໃຈ​ໃຫ້​ສັງຄົມ, ​ໂດຍ​ສະ​ເພາະ​ແມ່ນ ​ແມ່ຍິງ​ຖືພາ, ​ເດັກນ້ອຍ​ເຍົາວະ​ຊົນ ​​ແລະ ຊາວ​ໜຸ່ມ​ໃຫ້​ເຫັນ​ໄດ້ຜົ​ນຮ້າຍ​ຂອງ​ເຄື່ອງ​ດື່ມ​ທີ່​ມີ​ທາດ​ເຫຼົ້າ, ​ແນ່​ໃສ່​ການ​ຈັດ​ຕັ້ງ​ປະຕິບັດ​ໃຫ້​ເກີດ​ຜົນ​ປະ​ໂຫຍ​ດສູງ​ສຸດ.

ແຫ່ລງຂ່າວ

ລພນ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...