Homeຂ່າວການພັດທະນາມະຕິ 9 ຂອງ​ພັກ​ເປັນ​ເຂັມທິດ​ຊີ້​ທາງ​ໃຫ້​ຂະ​ແໜ​ງ​ແຮງ​ງານ​ໄດ້​ຮັບ​ການ​ພັດທະນາ

ມະຕິ 9 ຂອງ​ພັກ​ເປັນ​ເຂັມທິດ​ຊີ້​ທາງ​ໃຫ້​ຂະ​ແໜ​ງ​ແຮງ​ງານ​ໄດ້​ຮັບ​ການ​ພັດທະນາ

Published on

ຕະຫລອດ​ໄລຍະ​ຜ່ານ​ມາ ພາຍ​ໃຕ້​ການ​ຊີ້​ນຳ-ນຳພາ​ຢ່າງ​​ໃກ້ຊິດ​ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ຄະນະ​​ເລຂາທິການສູນ​ກາງ​ພັກ ​ແລະ ລັດຖະບານ ຂະ​ແໜງ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ ​ໄດ້​ຕັ້ງໜ້າ​ປະສານສົມທົບ​ກັບ​ຂະ​ແໜງ​ການ​ຂັ້ນ​ສູນ​ກາງ ​ແລະ ທ້ອງ​ຖິ່ນ​ ​ໃນ​ການ​ປະຕິບັດ​ໜ້າ​ທີ່​ການ​ເມືອງ​ຂອງ​ຕົນ ​ໄດ້​ມີ​ຜົນ​ສຳ​ເລັດ​ຫລາຍ​ດ້ານ.

ທ່ານ ດຣ. ຄຳ​ແພງ ​ໄຊ​ສົມ​ແພງ ​ລັດຖະມົນຕີ​ວ່າການ​ກະຊວງ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ ​ໄດ້​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ໜັງສືພິມ​ລາວ​ພັດທະນາ​ໃນ​​ວັນ​ທີ 13 ມັງກອນນີ້​ວ່າ: 40 ປີ​ແຫ່ງ​ການ​ປົກ​ປັກ​ຮັກສາ ​ແລະ ສ້າງສາ​ພັດທະນາ ​ປະ​ເທດ​ຊາດ ​ແລະ 60 ປີ ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ​ປະຊາຊົນ​ປະຕິ​ວັດ​ລາວ ຂະ​ແໜງ​​ແຮງ​ງານ ​ແລະ ສະ

ຫວັດດີ​ການ​ສັງຄົມ ​ໄດ້​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການຈັດ​ຕັ້ງ​ປະຕິບັດ​ແນວທາງ​ປ່ຽນ​ແປງ​ໃໝ່​ຢ່າງຮອບດ້ານ ທີ່​ມີ​ຫລັກການ​ຂອງ​ພັກ ​ແລະ ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ ຂອງ​ລັດ​ຖະບານ, ​ໂດຍ​ສະ​ເພາະ ​ແຜນ​ນະ​ໂຍບາຍ​ດ້ານ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ​ຂອງ​ຂະ​ແໜງ​​ແຮງ​ງານ ​ໄດ້​ຮັບ​ການ​ເອົາ​ໃຈ​ໃສ່​ຢ່າງ​ຕັ້ງໜ້າຄື: ​ໃນ 5 ປີຜ່ານມາ​ການ​ພັດທະນາ​ສີມື​ແຮງ​ງານ ບັນລຸ​ໄດ້ 240.000 ກວ່າ​ຄົນ, ​ເປັນ​ຍິງ 110.000 ກວ່າ ຄົນ, ລື່ນ​ຄາດໝາຍແຜນການວາງ​ໄວ້ 12,26%, ສາມາດຈັດ​ຫາວ​ຽກ​ເຮັດ​ງານ​ທຳ​ໃຫ້​ພົນລະ​ເມືອງລາວ​ໄດ້​ທັງ​ໝົດ 340.000 ກວ່າ​ຄົນ, ລື່ນ​ແຜນການ 24,18%, ​ເຮັດ​ໃຫ້ອັດຕາ​ສ່ວນ​ຂອງ​ການ​ມີ​ວຽກ​ເຮັດ​ງານ​ທຳ​ໃນ​ຂົງ​ເຂດອຸດສາຫະກຳ​ເພີ່ມ​ຂຶ້ນ 37,3% ​ແລະ ຂົງ​ເຂດ​ບໍລິການ​ເພີ່ມ​ຂຶ້ນ 14,2%, ຄ່າ​ແຮງ​ງານ​ຂັ້ນ​ຕ່ຳ​ຂອງ​ຜູ້​ອອກ​ແຮງ​ງານ​ໃນ​ຂົງ​ເຂດ​ທຸລະ​ກິດ​ໄດ້​ຮັບ​ການ​ປັບປຸງ​ເພີ່ມ​ຂຶ້ນ 158,6%, ສິດ ​ແລະ ຜົນ​ປະ​ໂຫຍ​ດຂອງ​ຜູ້​ອອກ​ແຮງ​ງານ ​ແລະ ຂອງ​ຜູ້​ໃຊ້​ແຮງ​ງານ ກໍ​ໄດ້​ຮັບ​ການ​ປົກ​ປ້ອງ​ຕາມ​ລະບຽບ​ກົດໝາຍ, ການ​ປະຕິບັດ​ນະ​ໂຍບາຍ​ຕໍ່​ພະນັກງານ​ປະຕິວັດ​ຜູ້​ອາວຸ​ໂສ​ທີ່​ມີ​ຜົນງານ​ ​ແລະ ຄຸນງາມຄວາມດີ​ຕໍ່​ປະ​ເທດ​ຊາດບັນລຸ​ໄດ້ 15.167 ທ່ານ ລວມ​ເປັນ​ເງິນ​ປະມານ 300 ຕື້​ກວ່າ​ກີບ, ຕາໜ່າງການ​ປົກ​ຄຸມ​ປະກັນ​ສັງຄົມ ​ແລະ ປະກັນ​ສຸຂະພາບ​ກວມ​​ເອົາ 30,22% ຂອງ​ພົນລະ​ເມືອງ, ການ​ຊ່ວຍ​ເຫລືອ​ສົງ​ເຄາະ​ປະຊາຊົນ ຜູ້​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກ​ໄພພິບັດ​ທາງ​ທຳ​ມະ​ຊາດ ​ແລະ ສັງຄົມ ​ໄດ້​ຫລາຍ​ກວ່າ 2 ​ແສ​ນຄອບຄົວ, ລວມມີ 1,1 ລ້ານ​ກວ່າ​ຄົນຄິ​ດ​ເປັນ​ເງິນ​ປະມານ 49 ຕື້​ກວ່າ​ກີບ, ການ​ເບິ່ງ​ແຍງ​ດູ​ແລ​ຜູ້​ດ້ອຍ​ໂອກາດ​​ໃນ​ສັງຄົມ ໄດ້​ຮັບ​ການ​ເອົາ​ໃຈ​ໃສ່, ບັນດາ​ນິຕິ​ກຳ​ໃນ​ຂົງ​ເຂດ​ແຮງ​ງານ ກໍ​ໄດ້​ຮັບ​ການ​ສ້າງ​ຕັ້ງ ​ແລະ ປັບປຸງ​ຢ່າງ​ເປັນ​ລະບົບຄົບ​ຖ້ວນຫລາຍ​ຂຶ້ນ, ການ​ແຂ່ງຂັນ​ຮັກ​ຊາດ ​ແລະ ພັດ​ທະ​ນາ​ຕິດ​ພັນ​ກັບ​ວຽກ​ງານ 3 ສ້າງ ​ມີ​ຜົນສໍາເລັດ​ສຳຄັນ​​ຫລາຍ​ດ້ານ, ​ເຮັດ​ໃຫ້ການ​ບໍລິຫານ ​ແລະ ການ​ຄຸ້ມ​ຄອງ​ມະຫາ​ພາກ​ດ້ານ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ ​ມີ​ການ​ປ່ຽນ​ແປງ​ຢ່າງ​ເລິກ​ເຊິ່ງ ​ແລະ ມີ​ບາງ​ດ້ານ​ລື່ນ​ຄາດໝາຍ​ຢ່າງ​ໜ້າ​ສັນລະ​ເສີນ. ຕໍ່​ຜົນສຳ​ເລັດ​ທີ່​ກ່າວ​ມາ​ຂ້າງ​ເທິງ​ນີ້, ຍ້ອນ​ມີ​ແນວທາງ​ນະ​ໂຍບາຍ​ທີ່​​ສອດຄ່ອງ​ຂອງ​ພັກ ​ແລະ ລັດຖະບານ ຈຶ່ງ​ເຮັດ​ໃຫ້​ກະຊວງ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ ປະຕິບັດ​ໜ້າ​ທີ່ວຽກ​ງານຂອງ​ຕົນມີ​ຄວາມ​ຄືບ​ໜ້າ​ສູງ. ​ແຕ່​​ເຖິງ​ຢ່າງ​ໃດ​ໃນ​ຕໍ່ໜ້າ​ນີ້, ວຽກ​ງານ​​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ ຍັງ​ຕ້ອງ​ໄດ້​ເອົາ​ໃຈ​ໃສ່​ໃຫ້​ເລິກ​ເຊິ່ງ ຕາມ​ທິດ​ຊີ້​ນຳ​ນຳພາ​ຂອງ​ພັກ​ໃຫ້​ໜັກ​ແໜ້ນ​ກວ່າ​ເກົ່າ.

ແຫ່ລງຂ່າວ

ລພນ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...