Homeຂ່າວພາຍ​ໃນອ້າຍແມວ ໂຊກດີໄດ້ລົດໃຫຍ່ ຈາກລາວໂທລະຄົມ

ອ້າຍແມວ ໂຊກດີໄດ້ລົດໃຫຍ່ ຈາກລາວໂທລະຄົມ

Published on

ຕອນແລງຂອງວັນທີ 13 ມັງກອນ 2016 ທີ່ຜ່ານມາ ລາວໂທລະຄົມໄດ້ຈັດກິດຈະກຳ Random ຫາຜູ້ໂຊກດີ ເພື່ອມອບໂຊກຄືນກຳໄລແຫ່ລູກຄ້າ ໃນໂປຣໂມຊັ່ນ ເບີຫຼັກ 5 ທ້າຝັນ ແຈກໂຊກ 2 ຊັ້ນ. ພິທີດັ່ງກ່າວຈັດຂຶ້ນທີ່ ຕະຫຼາດໂພນສະຫວ່າງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ. ເຂົ້າຮ່ວມພິທີມີ ທ່ານ ຖາວອນ ສົມສະກຸນ ຮອງຜູ້ອຳນວຍການໃຫຍ່ ລາວ ໂທລະຄົມ, ທ່ານ ດວງຈິດ ສະຫວັດບຸນມີ ວ່າການຫົວໜ້າບັນນາທິການ ໜັງສືພິມປະຊາຊົນ, ນາຍບ້ານ ບ້ານໂພນສະຫວ່າງ ພ້ອມສື່ມວນຊົນ ແມ່ຄ້າຊາວຂາຍ ແລະລູກຄ້າລາວໂທລະຄົມເຂົ້າຮ່ວມຈຳນວນຫຼວງຫຼາຍ.

ການຈັດງານມອບໂຊກໃນຄັ້ງນີ້ ໄດ້ມີຜູ້ໄດ້ຮັບລາງວັນຈຳນວນຫຼວງຫຼາຍ ແຕ່ທີ່ໃຫຍ່ກວ່າໝູ່ແມ່ນ ລາງວັນລົດເກັງ ຮຸນໄດເອັກເຊັນບຣູ ເຊິ່ງຜູ້ໂຊກດີຄັ້ງນີ້ ໄດ້ແກ່ ທ່ານ ແມວ ປະຊາຊົນເມືອງໝື່ນ ແຂວງວຽງຈັນ ເບີໂທລະສັບ: 020 541436xx ເຊິ່ງເປັນລູກຄ້າທີ່ໃຊ້ເບີລາວໂທລະຄົມມາເປັນເວລາ 6 ປີແລ້ວ.

ລາວໂທລະຄົມຍັງບອກວ່າ ລູກຄ້າລາວໂທລະຄົມແຕ່ລະທ່ານ ເປັນຜູ້ມີໂອກາດ ແລະອາດຈະໂຊກດີໃນຄັ້ງຕໍ່ໄປ ເພາະລາວໂທລະຄົມຈະສືບຕໍ່ໂຄງການ ເບີຫຼັກ 5 ທ້າຝັນ ແຈກໂຊກໄປເລື້ອຍໆ

ລາວໂທລະຄົມ ໂທລະຄົມຂອງຄົນລາວ ເພື່ອສັງຄົມລາວ
12494971_723784957722982_5471626378484283626_n 12508683_723784834389661_2798215392480154875_n 12509040_723784764389668_2433977855351272150_n

12565422_723784691056342_5788420163550933108_n 12509422_723784907722987_5638285502822358189_n

ຮູບແລະຂ່າວໂດຍ: ແອັດມິນຊຽງ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...