spot_img
Homeຂ່າວພາຍ​ໃນແມ່ຍິງກອງ ”ກ 1” ເຊື່ອມຊຶມມະຕິ 4 ສະໄໝທີ່ 6 ຂອງສູນກາງສະຫະພັນແມ່ຍິງລາວ

ແມ່ຍິງກອງ ”ກ 1” ເຊື່ອມຊຶມມະຕິ 4 ສະໄໝທີ່ 6 ຂອງສູນກາງສະຫະພັນແມ່ຍິງລາວ

Published on

ສະຫະພັນແມ່ຍິງກອງ “ກ 1” ໄດ້ຈັດຕັ້ງເຊື່ອມຊຶມມະ ຕິ 4 ສະໄຫມທີ VI ຂອງສູນ ກາງສະຫະພັນແມ່ຍິງລາວ ໃນທ້າຍເດືອນກຸມພາ ຜ່ານ ມາ ໂດຍການເປັນກຽດເຂົ້າ ຮ່ວມຂອງສະຫາຍພັນເອກ ດຣ.ນາງແວ່ນແກ້ວ ອຸທະວົງ ຄະນະບໍລິຫານງານສູນກາງ ພັກ, ຫົວຫນ້າຫ້ອງການສະ ຫະພັນແມ່ຍິງກະຊວງປ້ອງ ກັນປະເທດ, ມີຄະນະພັກ-ຄະ ນະບັນຊາ 4 ຫ້ອງ, ພະແນກ ການ, ຄະນະຫນ່ວຍຕະຫຼອດ ຮອດເອື້ອຍນ້ອງສະມາຊິກ ສະຫະພັນແມ່ຍິງໃນທົ່ວກົມ ກອງເຂົ້າຮ່ວມ.
ໃນພິທີສະຫາຍພັນຕີນາງ ໂພຄຳ ຈັນທະມາດ ຫົວຫນ້າ ພະແນກສະຫະພັນແມ່ຍິງ ກອງ  “ກ  1”  ໄດ້ຂຶ້ນຜ່ານບົດ
ສະຫຼຸບຕີລາຄາຜົນງານການ ເຄື່ອນໄຫວຈັດຕັ້ງປະຕິບັດ ວຽກງານຂອງສະຫະພັນແມ່ ຍິງໃນປີ 2013 ແລະ ທິດທາງ ແຜນການປີ 2014 ຍົກໃຫ້ ເຫັນຜົນງານດ້ານຕັ້ງຫນ້າ ເປັນຕົ້ນແມ່ນການຈັດຕັ້ງປະ ຕິບັດເນື້ອໃນຂໍ້ແຂ່ງຂັນ 3 ດີ ຂອງກອງປະຊຸມໃຫຍ່ຄັ້ງທີ VI ຂອງສູນກາງສະຫະພັນ ແມ່ຍິງລາວວາງອອກທາງພະ ແນກແມ່ຍິງກອງ“ກ 1”ໄດ້ສືບ ຕໍ່ຊຸກຍູ້ຄະນະຫນ່ວຍສະຫະ ພັນແມ່ຍິງແຕ່ລະຂັ້ນ, ເອື້ອຍ ນ້ອງສະມາຊິກສະຫະພັນແມ່ ຍິງແຕ່ລະສະຫາຍປະຕິບັດ ຕາມເນື້ອໃນດັ່ງກ່າວຢ່າງຕັ້ງ ຫນ້າ ໂດຍການເພີ່ມທະວີ ຄວາມສາມັກຄີພາຍໃນ ແລະ ພາຍນອກເປີດກວ້າງການ ພົວພັນແລກປ່ຽນບົດຮຽນເຊິ່ງ ກັນ ແລະ ກັນ, ມີຄວາມຮັບ ຜິດຊອບສູງຕໍ່ຫນ້າທີ່ວີຊາສະ ເພາະຂອງຕົນຕາມການຈັດ ຕັ້ງຂັ້ນເທິງມອບຫມາຍໃຫ້, ກຳແຫນ້ນປະຕິບັດຕາມເນື້ອ ໃນຂໍ້ແຂ່ງຂັນ 3 ດີ, ໃຫ້ປະກົດ ຜົນເປັນຈິງເທື່ອລະກ້າວ,
ພ້ອມນີ້ຍັງໄດ້ສຶກສາອົບຮົບ ປຸກລະດົມຂະບວນການ, ການສ້າງກອງທຶນເພື່ອນຊ່ວຍ ເພື່ອນ, ໃນທົ່ວກົມກອງມີກອງ ທຶນທັງຫມົດ 16 ກອງທຶນ ລວມມີເງິນຄັງທັງຫມົດ 138.858.500 ກີບ, ສະເລ່ຍ 1 ປີ ໄດ້ 102.412.000 ກີບ. ທ້ອນໂຮມເງິນໄດ້ 823.488.530 ກີບ ຄຽງຄູ່ກັນ ນັ້ນຍັງໄດ້ບຳລຸງກໍ່ສ້າງພະນັກ ງານເອື້ອຍນ້ອງແມ່ຍິງໄປຍົກ ລະດັບດ້ານວິຊາສະເພາະ ເອົາໃຈໃສ່ແກ້ໄຂຊີວິດການ ເປັນຢູ່ຂອງຄອບຄົວໃຫ້ຫຼຸດ ຜ່ອນຄວາມທຸກຍາກກາຍ ເປັນຄອບຄົວຜາສຸກ. ສາມາດ ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງ ດ້ວຍຕົນເອງໄດ້ 85% ຂຶ້ນ ໄປ.
ພ້ອມດຽວກັນນີ້ກອງປະຊຸມ ຍັງໄດ້ຮັບຟັງປາຖະກະຖາມູນ ເຊື້ອວັນທີ 8 ມີນາ ແລະ ມະຕິ 4 ສະໄຫມທີ VI ຂອງສູນກາງ ສະຫະພັນແມ່ຍິງລາວຈາກ ສະຫາຍຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງ ລາວ, ຫົວຫນ້າຫ້ອງການສະ ຫະພັນແມ່ຍິງກະຊວງປ້ອງ ກັນປະເທດນຳອີກ.

 

http://www.kongthap.gov.la

ບົດຄວາມຫຼ້າສຸດ

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...