Homeຂ່າວການພັດທະນາສູນພັດທະນາເດັກໄຊຍະບູລີ ໄດ້ຮັບ ອຸປະກອນຄອມພິວເຕີ 10 ຊຸດ

ສູນພັດທະນາເດັກໄຊຍະບູລີ ໄດ້ຮັບ ອຸປະກອນຄອມພິວເຕີ 10 ຊຸດ

Published on

ໃນວັນທີ 9 ມັງກອນ ນີ້ທີ່ສູນພັດທະນາເດັກແຂວງ ໄຊຍະບູລີ, ທ່ານ ດຣ. ລຽນ ທີແກ້ວ ກຳມະການສູນກາງ ພັກ ລັດຖະມົນຕີວ່າການກະ ຊວງການເງິນ ພ້ອມດ້ວຍຄອບ ຄົວ ແລະ ນັກທຸລະກິດໄດ້ນຳ ເອົາຄອມພິວເຕີຈຳນວນ 10 ຊຸດມູນຄ່າ 50 ລ້ານກີບ ມາ ມອບໃຫ້ສູນພັດທະນາເດັກ ແຂວງໄຊຍະບູລີ, ກ່າວຮັບ ໂດຍແມ່ນທ່ານ ຕູມົວ ບົວຕົງ ມົວ ຫົວໜ້າພະແນກສຶກສາທິ ການ ແລະ ກິລາແຂວງໄຊຍະ ບູລີ, ເຂົ້າຮ່ວມເປັນສັກຂີພິຍານ ມີຄູ – ອາຈານ ແລະ ນ້ອງນ້ອຍ ສູນພັດທະນາເດັກໃນໂອກາດ ດັ່ງກ່າວທ່ານ ຕູມົວ ບົວຕົງມົວ  ໄດ້ກ່າວຄວາມຂອບໃຈນຳຄອບ ຄົວທ່ານລັດຖະມົນຕີທີ່ໄດ້ປະ ກອບສ່ວນວັດຖຸປັດໄຈ ເພື່ອ ຊ່ວຍເຫຼືອ
ສູນພັດທະນາເດັກຂອງ ແຂວງ ແລະ ພ້ອມແລ້ວທີ່ ຈະນຳໃຊ້ເຄື່ອງດັ່ງກ່າວເຂົ້າ ສູ່ວຽກງານການສຶກສາໃຫ້ເກີດ ປະໂຫຍດສູງສຸດ, ປົກປັກຮັກ ສາໃຫ້ນຳໃຊ້ຍາວນານປະ ກອບສ່ວນຊຸກຍູ້ສົ່ງເສີມໃຫ້ ເດັກໄດ້ຮັບການພັດທະນາທັງ ດ້ານຄວາມຮູ້ຄວາມສາມາດ, ເຕັກໂນໂລຊີສິ່ງໃໝ່ໆ.
(ຂ່າວ: ບຸນທີ ແສງຈັນທະລາ)

ແຫລ່ງຂ່າວ

ປຊຊ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...