Homeຂ່າວການພັດທະນາລມຕ ຊ່ວຍວ່າການກະຊວງພະລັງງານ ແລະ ບໍ່ແຮ່ ຕິດຕາມການກໍ່ສ້າງເຂື່ອນໄຟຟ້ານ້ຳງື່ມ 1

ລມຕ ຊ່ວຍວ່າການກະຊວງພະລັງງານ ແລະ ບໍ່ແຮ່ ຕິດຕາມການກໍ່ສ້າງເຂື່ອນໄຟຟ້ານ້ຳງື່ມ 1

Published on

ທ່ານ ວິຣະພົນ ວິຣະ ວົງ ລັດຖະມົນຕີຊ່ວຍວ່າການ ກະຊວງພະລັງງານ ແລະ ບໍ່ແຮ່  ພ້ອມດ້ວຍຄະນະຕິດຕາມໄດ້ ລົງຢ້ຽມຢາມກວດກາວຽກກໍ່ ສ້າງໂຄງການເຂື່ອນໄຟຟ້ານ້ຳ ງື່ມ 1 ພາກຂະຫຍາຍ ໃນວັນທີ 8 ມັງກອນຜ່ານມາ ຢູ່ພາກສະ ໜາມ.

ການລົງຕິດຕາມໂຄງ ການໃນຄັ້ງນີ້ ເພື່ອຕິດຕາມ ກວດກາສະພາບຄວາມພ້ອມ ແລະ ຄວາມເປັນລະບຽບຮຽບ ຮ້ອຍຂອງການກໍ່ສ້າງເຂື່ອນນ້ຳ ງື່ມ 1
ພາກຂະຫຍາຍຂອງຜູ້ ພັດທະນາໂຄງການ ເພື່ອໃຫ້ ຮູ້ວ່າການກໍ່ສ້າງຮັບປະກັນມີ ມາດຕະຖານທາງດ້ານເຕັກ ນິກ. ທ່ານ ດາວວຽງ ສຸນັນທະ ລາດ ຮອງຫົວໜ້າໂຄງການ ເຂື່ອນໄຟຟ້ານ້ຳງື່ມ 1 ພາກຂະ ຫຍາຍ ໄດ້ລາຍງານສະພາບ ຄວາມຄືບໜ້າຂອງການກໍ່ສ້າງ ໂຄງການວ່າ:
ເຈົ້າຂອງໂຄງການແມ່ນ ລັດວິສາຫະກິດໄຟຟ້າລາວ ເປັນຜູ້ພັດທະນາ ຕາງໜ້າໃຫ້ ລັດຖະບານລາວ ແລະ ຜູ້ຮັບ ເໝົາກໍ່ສ້າງແມ່ນບໍລິສັດ Dongfangelectric International Corporation, ມູນຄ່າການກໍ່ສ້າງໂຄງການ 122.126.967 ໂດລາສະຫະ ລັດ, ການກໍ່ສ້າງໂຄງການເລີ່ມ ແຕ່ວັນທີ 20/12/2014 ເປັນ ຕົ້ນໄປ ຊຶ່ງຈະໃຊ້ເວລາການກໍ່ ສ້າງ 3 ປີ ຄາດວ່າຈະສຳເລັດ ໃນວັນທີ 20/12/2017 ປະຈຸ ບັນຄວາມຄືບໜ້າຂອງວຽກ ງານກໍ່ສ້າງໂຄງການທັງໝົດ ແມ່ນປະຕິບັດໄດ້ 28,98%. ຜົນປະໂຫຍດທີ່ຄາດວ່າຈະໄດ້ ຮັບຈາກໂຄງການຄື: ເພີ່ມແຫຼ່ງ ຜະລິດພະລັງງານໄຟຟ້າຈາກ ເດີມມີກຳລັງຕິດຕັ້ງ 155 MW ຂຶ້ນ 235 MW ພະລັງ ງານດັ່ງກ່າວ. ນອກຈາກຈະໃຊ້ ພາຍໃນປະເທດແລ້ວ ຍັງເປັນ ສິນຄ້າສົ່ງຂາຍອອກຕ່າງປະ ເທດ ແລະ ນຳເອົາເງິນຕາມາ ພັດທະນາເສດຖະກິດພາຍໃນ ປະເທດ ແລະ ເຮັດໃຫ້ຫຼຸຸດພົ້ນ ອອກຈາກປະເທດດ້ອຍພັດທະ ນາເທື່ອລະກ້າວ, ເສີມແຫຼ່ງພະ ລັງງານໄຟຟ້າໃນຊ່ວງການຊົມ ໃຊ້ໄຟຟ້າພາຍໃນປະເທດສູງ ສຸດ (Peak Load) ເພື່ອຫຼຸຸດ ຜ່ອນຈາກການນຳເຂົ້າພະລັງ ງານຕ່າງປະເທດ, ເພີ່ມຄວາມ ສະດວກສະບາຍໃນການໄປມາ ຂອງປະຊາຊົນສາມາດນຳໃຊ້ ຂົວຂ້າມນ້ຳງື່ມແຫ່ງໃໝ່ເປັນ ແຫຼ່ງທ່ອງທ່ຽວ ແລະ ການພັດ ທະນາຂະຫຍາຍຕົວເມືອງໃນ ອະນາຄົດ, ເປັນເຂດອະນຸລັກ ພືດພັນປ່າ ແລະ ເປັນປ່າ ສະຫງວນຂອງເມືອງ ແລະ  ແຂວງ.

ແຫ່ລງຂ່າວ

ປຊຊ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...