Homeຂ່າວເຫດການສປປ ລາວ ຈັດສຳມະນາ ກະກຽມຄວາມພ້ອມ ໃນການເປັນປະທານອາຊຽນ

ສປປ ລາວ ຈັດສຳມະນາ ກະກຽມຄວາມພ້ອມ ໃນການເປັນປະທານອາຊຽນ

Published on

 

ວັນ​ທີ 12 – 13 ມັງກອນ​ນີ້, ກົມ​ອາ​ຊຽນກະຊວງ​ການ​ຕ່າງປະ​ເທດ​ໄດ້​ຮ່ວມ​ກັບ​ອົງການ​ຊ່ວຍເຫຼືອ​ເພື່ອ​ການພັດທະ​ນາສາ​ກົນອາ​ເມຣິກາ ( USAID ) ​ແລະ ສຳນັກງານ​ຜູ້​ຕ່າງ​ໜ້າ​ສະຫະລັດ​ອາ​ເມຣິກາ​ປະຈຳ​ອາ​ຊຽນຈັດ​ສຳ​ມະ​ນາ​ເພື່ອ​ກຽມ​ຄວາມ​ພ້ອມ​ໃຫ້​ແກ່ ສປປ ລາວ ​ໃນ​ການ​ເປັນ​ປະທານ​ອາ​ຊຽນປີ 2016 ນີ້, ຂຶ້ນ​ໃນ​ນະຄອນຫຼວງ​ວຽງ​ຈັນ,​ ໂດຍ​ການ​ເປັນ​ປະທານ​ຮ່ວມ​ຂອງ​ທ່ານຫົວໜ້າ​ກົມ​ອາ​ຊຽນ, ກະຊວງ​ການ​ຕ່າງປະ​ເທດ ​ແລະ ທ່ານຫົວໜ້າ​ອົງການ USAID ປະຈຳ​ພາກ​ພື້ນ​ອາຊີ​,​ ໂດຍ​ມີ​ນັກ​ຄົ້ນ​ຄວ້າ ​ແລະ ນັກ​ສຳມະ​ນາກ​ອນຈາກ​ກອງ​ເລຂາ​ອາ​ຊຽນ ​ແລະ ພາກສ່ວນ​ກ່ຽວຂ້ອງ​ເຂົ້າ​ຮ່ວມ​ຫຼາຍ​ກວ່າ 60  ທ່ານ .

ທ່ານ ຫົວໜ້າ​ກົມ​ອາ​ຊຽນກ່າວ​ວ່າ: ການ​ສຳ​ມະ​ນາ​ຄັ້ງ​ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ກິດຈະກຳ​ເພື່ອ​ສົ່ງ​ເສີມ​ຄວາມ​ເຂົ້າ​ໃຈ​ໃຫ້​ແກ່​ພະນັກງານ​ຈກຂະ​ແໜງ​ການ​ຕ່າງໆ​ກ່ຽວ​ກັບ​ວຽກ​ງານ​ທີ່ກຽວ​ພັນ​ກັບ​ການ​ເປັນ​ປະທານ​ອາ​ຊຽນຂອງ​ລວ​ໃນ​ປີ 2016  ​ແລະ ຄວາມ​ຮູ້​ກ່ຽວ​ກັບ​ປະຊາ​ຄົມ​ອາ​ຊຽນກໍ​ຄື​ວິ​ໄສ​ທັດ​ຂອງ​ປະຊາ​ຊົມ​ເສດຖະກິດ​ອາ​ຊຽນຮອດ​ປີ 2025  ​ແລະ ບັນດາ​ຂົງ​​ເຂດ​ວຽກ​ງານ​ການ​ຮ່ວມ​ມື​ອາ​ຊຽນ ​ແລະ ສິ່ງ​ທ້າ​ທາຍ​ຕ່າງ​ໆຂອງ​ລາວ​ເຊັ່ນ: ຄວາມ​ແຕນ​ໂຕນ​ດ້ານ​ການ​ພັດທະນາ​ພາຍ​ໃນ​ອາ​ຊຽນ, ການ​ເຊື່ອມຈອດ, ວຽກ​ງານ​ຄຸ້ມ​ຄອງ​ໄພພິບັດ, ການ​ຫຼຸດຜ່ອນ​ຄວາມທຸກ​ຍາກ, ການ​ຄ້າ​ມະນຸດ, ບັນຫາ​ຢາ​ເສບ​ຕິດ, ການ​ຮ່ວມ​ມື​ພາຍ​ນອກ, ການສະ​ເໜີ​ຂໍ້​ລິ​ເລິ່ມ ​​ແລະ ບູລິ​ມະ​ສິດ, ຂັ້ນ​ຕອນພິທີການ​ຂອງ​ອາ​ຊຽນ,​ ພ້ອມ​ທັງ​ລົງ​ເລິກ​ການ​ເຊື່ອມ​ໂຍງ​ເສດ​ຖະກິດ​ຂອງ​ ສປປ ລາວ ​ເຂົ້າ​ພາກ​ພື້ນ​ເພື່ອ​ສ້າງ​ຄວາມ​ພ້ອມ​ໃຫ້​ແກ່​ການ​ເປັນ​ປະທານ​ອາຊຽນຂອງ​ລາວ​ຢ່າງຮອບດ້ານ, ສິ່ງ​ສຳຄັນ​ແມ່ນ​ການ​ປະຕິບັດ​ຕາມ​ຄຳ​ຂວັນ​ອາ​ຊຽນ​ໃນ​ປີ 2016 ນີ້​ໂດຍ​ການ​ຫັນ​ວິ​ໄສ​ທັດ​ໃຫ້​ເປັນຮູບ​ປະ​ທຳ​ເພື່ອ​ຄວາ​ມ​ເຂັ້ມ​ແຂງ​ຂອງ​ປະຊາ​ຄົມ​ອາຊຽນ, ຊຶ່ງຜ່ານ​ມາ​ກົມ​ອາ​ຊຽນກະຊວງ​ການ​ຕ່າງປະ​ເທດກໍ​​ເຄີຍຈັດ​ສຳ​ມະ​​ແບບ​ດັ່ງກ່າວ​ມາ​ແລ້ວຫຼາຍຄັ້ງ ​ແລະ ​ສັງ​ເກດ​ເຫັນ​ວ່າ​ພະນັກງານ​ມີຄວາ​ມ​ເຂົ້າ​ໃຈ​ກ່ຽວ​ກັບ​ວຽກ​ງານ​ອາ​ຊຽນຫຼາຍຂື້ນ.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...