spot_img
Homeຂ່າວເຫດການປະທານສະພາແຫ່ງຊາດ ເຂົ້າຮ່ວມສະຫຼອງວັນເລືອກຕັ້ງ ຂອງສະພາແຫ່ງຊາດຫວຽດນາມ ຄົບຮອບ 7

ປະທານສະພາແຫ່ງຊາດ ເຂົ້າຮ່ວມສະຫຼອງວັນເລືອກຕັ້ງ ຂອງສະພາແຫ່ງຊາດຫວຽດນາມ ຄົບຮອບ 7

Published on

2-1

ໂດຍຕອບສະໜອງ ຕາມການເຊີນຂອງສະຫາຍ ຫງວຽນ ຊິງ ຮຸ່ງ ກຳມະການ ກົມການເມືອງສູນກາງພັກ ກອມມູນິດຫວຽດນາມ ປະ ທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ, ຄະນະຜູ້ແທນ ຂັ້ນສູງສະພາແຫ່ງຊາດ ແຫ່ງ ສປປ ລາວ ນຳໂດຍສະຫາຍ ນາງ ປານີ ຢາທໍ່ຕູ້ ກຳມະການ ກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ໄດ້ເດີນ ທາງ ແລະ ເຂົ້າຮ່ວມພິທີສະ ເຫຼີມສະຫຼອງວັນເລືອກຕັ້ງທົ່ວ ປະເທດ ເທື່ອທຳອິດຂອງສະພາແຫ່ງ ຊາດຫວຽດນາມ ຄົບຮອບ 70 ປີ (6/1/1946-6/1/2016) ທີ່ກົມການເມືອງສູນກາງພັກ ກອມມູນິດຫວຽດນາມ, ສະພາ ແຫ່ງຊາດ, ລັດຖະບານ ແລະ ຄະນະກຳມະການແນວໂຮມ ແຫ່ງຊາດຫວຽດນາມ ໄດ້ຈັດ ຂຶ້ນໃນວັນທີ 6 ມັງກອນ 2016 ທີ່ສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ນະຄອນຫຼວງ ຮ່າໂນ້ຍ.
ສະຫາຍປະທານສະພາ ແຫ່ງຊາດ ແລະ ຄະນະ ໄດ້ຮັບ ການຕ້ອນຮັບຢ່າງອົບອຸ່ນ ສະ ໜິດສະໜົມຈາກ ສະຫາຍປະ ທານສະພາແຫ່ງຊາດ ແຫ່ງ ສສ.ຫວຽດນາມ, ໃນໂອກາດ ໂອ້ລົມສະຫາຍປະທານສະພາ ແຫ່ງຊາດລາວ ໄດ້ສະແດງ ຄວາມປິຕິຊົມຊື່ນ ແລະ ຍ້ອງຍໍ ຊົມເຊີຍຢ່າງສຸດໃຈຕໍ່ພັກ, ສະ ພາແຫ່ງຊາດ, ລັດຖະບານ ແລະ ປະຊາຊົນຫວຽດນາມ ທີ່ໄດ້ຈັດຕັ້ງງານສະເຫຼີມສະ ຫຼອງວັນເລືອກຕັ້ງສະພາແຫ່ງ ຊາດທົ່ວປະເທດຫວຽດນາມ ຄົບຮອບ 70 ປີໃນຄັ້ງນີ້; ການ ເລືອກຕັ້ງທີ່ຈັດຂຶ້ນໃນວັນທີ 6 ມັງກອນ 1946 ນັ້ນຖືເປັນເຫດ ການປະຫວັດສາດທີ່ມີຄວາມ ໝາຍສຳຄັນຍິ່ງຕໍ່ປະເທດຊາດ ຫວຽດນາມ, ເປັນເທື່ອທຳອິດທີ່ ປະຊາຊົນຫວຽດນາມ ໄດ້ມີ ໂອກາດນຳໃຊ້ສິດປະຊາທິປະ ໄຕຂອງຕົນປ່ອນບັດເອົາຜູ້ ແທນຂອງຕົນ, ເຮັດໃຫ້ສາກົນ ໄດ້ຮັບຮູ້ປະເທດຫວຽດນາມ ໃນນາມປະເທດເອກະລາດ ທີ່ ມີອະທິປະໄຕຄົບຖ້ວນ. ການ ເລືອກຕັ້ງສະພາທົ່ວປະເທດ ຄັ້ງທຳອິດຂຶ້ນ ໃນເງື່ອນໄຂທີ່ ສັດຕູທັງພາຍໃນ ແລະ ພາຍ ນອກບຸກລຸກໂຈມຕີ, ສະພາບ ການເມືອງ, ເສດຖະກິດ-ສັງ ຄົມ ມີຄວາມຫຍຸ້ງຍາກສັບສົນ ທີ່ສຸດ ແຕ່ປະຊາຊົນຫວຽດນາມ ກໍຍັງສາມາດຈັດຕັ້ງການເລືອກ ຕັ້ງດັ່ງກ່າວສຳເລັດ, ໃນເຫດ ການປະຫວັດສາດດັ່ງກ່າວນັ້ນ ປະທານ ໂຮ່ຈິມິນ ໄດ້ຮັບການ ເລືອກຕັ້ງດ້ວຍຄະແນນສູງສຸດ ເຖິງ 98,4% ຂອງບັດທັງໝົດ. ນີ້ແມ່ນເຫດການທີ່ມີຄວາມ ໝາຍສຳຄັນພິເສດຕໍ່ສະພາ ແຫ່ງຊາດ ແລະ ປະຊາຊົນ ຫວຽດນາມ ແມ່ນເຫດການປະ ຫວັດສາດໃນຂະບວນວິວັດ ແຫ່ງການຕໍ່ສູ້ປົດປ່ອຍຍາດ ເອົາເອກະລາດມາສູ່ປະຊາຊົນ ຫວຽດນາມ ແລະ ທັງເປັນຂີດ ໝາຍປະຫວັດສາດ ໃນການ ເສີມສ້າງປະຊາທິປະໄຕຢ່າງ ແທ້ຈິງ ເທື່ອທຳອິດຂອງຫວຽດ ນາມ.
ຂະນະດຽວກັນ, ສະຫາຍ ປະທານສະພາແຫ່ງຊາດລາວ ໄດ້ສະແດງຄວາມເພິ່ງພໍໃຈ ແລະ ຕີລາຄາສູງຕໍ່ສາຍພົວ ພັນ ແລະ ການຮ່ວມມືລະຫວ່າງ ສອງຊາດລາວ-ຫວຽດນາມ ເວົ້າລວມ ກໍຄືສອງສະພາແຫ່ງ ຊາດລາວ-ຫວຽດນາມ ໄດ້ຮັບ ການເສີມຂະຫຍາຍທັງໃນລວງ ເລິກ ແລະ ລວງກວ້າງ ທີ່ມີປະ ສິດທິຜົນສູງຂຶ້ນ ສາມາດຕອບ ສະໜອງໄດ້ຕາມຄວາມຮຽກ ຮ້ອງຕ້ອງການ ໃນການພັດທະ ນາຂອງແຕ່ລະປະເທດ.
ພິທີສະເຫຼີມສະຫຼອງວັນ ເລືອກຕັ້ງທົ່ວປະເທດເທື່ອທຳ ອິດຂອງສະພາແຫ່ງຊາດຫວຽດ ນາມ ຄົບຮອບ 70 ປີ ໄດ້ຈັດ ຕັ້ງຂຶ້ນຢ່າງສະຫງ່າຜ່າເຜີຍ ໂດຍມີບັນດາການນຳຂັ້ນສູງ ຂອງພັກ, ສະພາແຫ່ງຊາດ, ລັດຖະບານ, ອະດີດການນຳ ຂັ້ນສູງ, ຜູ້ຊົງຄຸນວຸດທິ, ພະນັກ ງານອາວຸໂສ, ບຳນານ, ຕາງ ໜ້າອຳນາດການປົກຄອງທ້ອງ ຖິ່ນຈາກບັນດາແຂວງ ແລະ ບັນດາທູຕານຸທູດເຂົ້າຮ່ວມ ເປັນຈຳນວນຫຼວງຫຼາຍ, ພ້ອມ ນີ້ ຍັງມີຄະນະຜູ້ແທນຂັ້ນສູງ ສະພາແຫ່ງຊາດລາວ ແລະ ຄະນະຜູ້ແທນຂັ້ນສູງສະພາ ແຫ່ງຊາດກຳປູເຈຍ ກໍໄດ້ເຂົ້າ ຮ່ວມເປັນກຽດ. ໃນພິທີດັ່ງກ່າວ ສະຫາຍ ຫງວຽນ ຝູ ຈ້ອງ ເລຂາທິການໃຫຍ່ພັກກອມມູ ນິດຫວຽດນາມ ໄດ້ກ່າວຢ່າງ ຈະແຈ້ງວ່າ: ກ່ອນນີ້ 70 ປີ (ວັນທີ 6/1/1946), ພຽງແຕ່ 5 ເດືອນຫຼັງຈາກຍາດໄດ້ເອກະ ລາດຈາກຝຣັ່ງ ໂດຍການນຳ ພາຂອງ ປະທານ ໂຮ່ຈິມິນ ດ້ວຍນ້ຳໃຈຮັກຊາດທີ່ດູດດື່ມ ແລະ ຄວາມກະຕືລືລົ້ນຂອງ ປະຊາຊົນຫວຽດນາມ, ພົນລະ ເມືອງຫວຽດນາມໃນທົ່ວປະ ເທດ ອາຍຸແຕ່ 18 ປີຂຶ້ນໄປ ໄດ້ອອກມາປ່ອນບັດເອົາຕົວ ແທນຂອງຕົນເປັນເທື່ອທຳອິດ ໂດຍບໍ່ຢ້ານກົວຕໍ່ການໂຈມຕີ ມ້າງເພຂອງຜູ້ຮຸກຮານ ແລະ ຕໍ່ຕ້ານ. ສະຫາຍເລຂາທິການ ໃຫຍ່ພັກກອມມູນິດຫວຽດນາມ ຍັງໄດ້ເນັ້ນໃຫ້ເຫັນຄວາມສຳ ຄັນຂອງການເລືອກຕັ້ງສະພາ ແຫ່ງຊາດທົ່ວປະເທດ ແລະ ບົດບາດຂອງສະພາແຫ່ງຊາດ ຊຶ່ງເປັນອົງການຕົວແທນສູງ ສຸດຂອງປະຊາຊົນ, ແມ່ນອົງ ການສິດອຳນາດແຫ່ງຊາດສູງ ສຸດຂອງ ສສ ຫວຽດນາມ.

 

ແຫລ່ງຂ່າວ:

ປຊຊ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...