Homeຂ່າວການສຶກສາໃຫ້ຄວາມຮູ້ແກ່ນັກຮຽນກ່ຽວກັບວິທີປ້ອງກັນແລະທໍາລາຍແຫຼ່ງເພາະພັນຍຸງລາຍ

ໃຫ້ຄວາມຮູ້ແກ່ນັກຮຽນກ່ຽວກັບວິທີປ້ອງກັນແລະທໍາລາຍແຫຼ່ງເພາະພັນຍຸງລາຍ

Published on

SPS_0291

ເພື່ອເປັນການປຸກລະດົມ ແລະ ສ້າງຈິດສໍານຶກໃຫ້ແກ່ບັນດານ້ອງນັກຮຽນພາຍໃນໂຮງຮຽນປະຖົມສົມບູນຈອມມະນີ ໄດ້ຮັບຮູ້ ເຂົ້າໃຈກ່ຽວກັບວິທີປ້ອງກັນ ແລະ ການກໍາຈັດແຫຼ່ງເພາະພັນຍຸງລາຍທີ່ຖືກຕ້ອງ ຢ່າງມີປະສິດທິພາບ ຮວມໄປເຖິງສາເຫດຂອງການເປັນພະຍາດໄຂ້ຍຸງລາຍ ຜົນຮ້າຍ ແລະ ໄພອັນຕະລາຍຂອງຍຸງລາຍ ໂດຍປະຕິບັດຄໍາຂວັນ 5 ປ ຂອງກະຊວງສາທາລະນະສຸກວາງອອກຢ່າງເຄັ່ງຄັດ ​ເຊັ່ນ ປິດຝາ​ພາຊະນະ​ນຳ​ໃຊ້​ໃນ​ເຮືອນ ​ແລະ ນອກ​ເຮືອນ ​ເພື່ອ​ບໍ່​ໃຫ້​ຍຸງ​ໄຂ່​ໃສ່ ປ່ຽນ​ນ້ຳ​ໃນ​ພາຊະ​ນະ ​ເຕົ້າ​ດອກ​ໄມ້ ນ້ຳ​ຮອງ​ຕີນ​ຕູ້ ຖ້ານ​ຮອງ​ຈອກ​ນ້ຳ ປ່ອຍປາ​ຫາງ​ນົກ​ຍຸງ​ເພື່ອ​ໃຫ້​ກິນ​ໜອນ​ນ້ຳ​ຍຸງ​ລາຍ ປັບປຸງ ​ໂດຍ​ການ​ເຮັດອະນາ​ໄມ​ສິ່ງ​ແວດ​ລ້ອມ​ອ້ອມ​ເຮືອນ ບໍ່​ໃຫ້​ມີ​ກະ​ໂປະ ກະ​ປ໊ອງ ຢາງ​ຕີນລົດ​ທີ່​ມີ​ນ້ຳ​ຂັງ ​ແລະ ປະຕິບັດໃຫ້​ເປັນນິໄສເປັນ​ປະຈຳ​ທຸກໆ​ວັນ ຈິ່ງຈະສາມາດປ້ອງກັນການເປັນພະຍາດໄຂ້ຍຸງລາຍໄດ້ ພ້ອມກັນນັ້ນ ເມື່ອເວລາ ເປັນໄຂ້ກໍຄວນໄດ້ໄປປຶກສາແພດຢູ່ຕາມສຸກສາລາ ຫຼື ໂຮງໝໍໃກ້ເຮືອນ ສິ່ງສໍາຄັນແມ່ນບໍ່ຄວນຊື້ຢາມາກິນເອງ ເຊິ່ງຈະເຮັດໃຫ້ພະຍາດດື້ຢາ ແລະ ເປັນອັນຕະລາຍຕໍ່ສຸຂະພາບເຖິງຂັ້ນເສຍຊີວິດ.

…….ພິທີສາທິດໃຫ້ຄວາມຮູ້ແກ່ນັກຮຽນໂຮງຮຽນປະຖົມສົມບູນບ້ານຈອມມະນີ ກ່ຽວກັບວິທີປ້ອງກັນ ແລະ ກໍາຈັດແຫຼ່ງເພາະພັນຂອງຍຸງລາຍ ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 09 ມັງກອນ 2016 ທີ່ວັດບ້ານຈອມມະນີໃຕ້ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ດຣ. ຄັນທະລາດ ພິລາພັນເດດ ຫົວໜ້າຫ້ອງການສາທາລະນະສຸກເມືອງໄຊເຊດຖາ ມີອໍານາດການປົກຄອງບ້ານ ພະນັກງານແພດ ບັນດາຄູອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມ.

ແຫ່ລງຂ່າວ

ວຈທດ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...