Homeຂ່າວການພັດທະນາເຊັນສັນຍາເງິນກູ້ປັບປຸງພື້ນຖານ ໂຄງຮ່າງນະຄອນຫຼວງວຽງຈັນ

ເຊັນສັນຍາເງິນກູ້ປັບປຸງພື້ນຖານ ໂຄງຮ່າງນະຄອນຫຼວງວຽງຈັນ

Published on

3-1

ລັດຖະບານ ແຫ່ງ ສປປ ລາວ ເຫັນດີກູ້ເງິນຈຳນວນ 313.350.000 ບາດ (ສະກຸນ ເງິນໄທ) ຫຼື ປະມານ 800 ຕື້ ກວ່າກີບ ຈາກອົງການຮ່ວມມື ພັດທະນາເສດຖະກິດກັບປະ ເທດເພື່ອນບ້ານ (NEDA) ແຫ່ງ ລາຊະອານາຈັກໄທ ສຳ ລັບໂຄງການປັບປຸງລະບົບພື້ນ ຖານໂຄງຮ່າງພາຍໃນນະຄອນ ຫຼວງວຽງຈັນ ຊຶ່ງເປັນໂຄງການ ບຸລິມະສິດຂອງລັດຖະບານໃນ ການປັບປຸງບັນດາເສັ້ນທາງໃນ
ນະຄອນຫຼວງວຽງຈັນ, ເປັນຕົ້ນ ແມ່ນ: ຖະໜົນ T4 ແຕ່ 4ແຍກ ໄຟແດງທາດຫຼວງຫາສາມ ແຍກໄປແດງໂພນທັນ, ເສັ້ນ ທາງແຕ່ສາມແຍກໄຟແດງ ໂພນທັນຫາຮ້ານອາຫານມຸກ ມິວ, ເສັ້ນທາງແຕ່ສາມແຍກ ຖະໜົນ 23 ສິງຫາຫາ 3 ແຍກ ໄຟແດງດົງປ່າລານ ແລະ ເສັ້ນ ທາງແຕ່ວົງວຽນທາດຫຼວງຫາ ສົ້ນຂົວຫົວຂົວ ເພື່ອແກ້ໄຂບັນ ຫາການຈະລາຈອນແອອັດ ເພື່ອອຳນວຍຄວາມສະດວກ ໃຫ້ຄະນະຜູ້ແທນທີ່ຈະໃຊ້ ເດີນທາງມາຮ່ວມໃນກອງປະ ຊຸມສຸດຍອດອາຊຽນທີ່ ສປປ ລາວ ຈະເປັນເຈົ້າພາບ ໃນປີ 2016 ນີ້.
ພິທີເຊັນສັນຍາເງິນກູ້ດັ່ງ ກ່າວ ໄດ້ມີຂຶ້ນໃນວັນທີ 8 ທັນ ວານີ້ ທີ່ກະຊວງການເງິນຝ່າຍ ລາວຮ່ວມລົງນາມ ໂດຍທ່ານ ດຣ. ລຽນ ທີແກ້ວ ລັດຖະມົນ ຕີວ່າການກະຊວງການເງິນ ແລະ ທ່ານ ເນວິນ ສິນສີຣິ ປະ ທານອົງການ NEDA ໂດຍ ຊ້ອງໜ້າພະນັກງານທີ່ກ່ຽວ ຂ້ອງທັງສອງຝ່າຍ.

ແຫ່ລງຂ່າວ

ປຊຊ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...