Homeຂ່າວການພັດທະນາອົງການນິຕິບັນຍັດລາວ-ຫວຽດນາມ-ກຳປູເຈຍ ແລກປ່ຽນບົດຮຽນການຄວບຄຸມເຄື່ອງດື່ມທີ່ມີທາດເຫລົ້າ

ອົງການນິຕິບັນຍັດລາວ-ຫວຽດນາມ-ກຳປູເຈຍ ແລກປ່ຽນບົດຮຽນການຄວບຄຸມເຄື່ອງດື່ມທີ່ມີທາດເຫລົ້າ

Published on

_8880032 lao-viet -champu 1

ຂປລ.​ກອງ​ປະຊຸມ​ແລກປ່ຽນ​ບົດຮຽນ ​ກ່ຽວ​ກັບ​ການ​ຄວບ​ຄຸມ​​ເຄື່ອງ​ດື່ມ​ທີ່​ມີ​ທາດ​ເຫລົ້າ ​ແລະ ບັນດາ​ນະ​ໂຍບາຍ​ທີ່​ກ່ຽວຂ້ອງ​​ ​ ​ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້ຕາງໜ້າ​ຈາກ​ສະພາ​ແຫ່ງ​ຊາດລາວ ຫວຽດ ນາມ, ກໍາ​ປູ​ເຈຍ ​ແລະ ຜູ້ຕາງໜ້າ​ອົງການ​ຈັດ​ຕັ້ງ​ສາກົນ ​ເຊິ່ງຈັດ​ຂຶ້ນ​ໃນ​ວັນ​ທີ 11 ມັງກອນ ນີ້​ຢູ່​ນະຄອນຫລວງ​ວຽງ​ຈັນ.

ທ່ານ ດຣ. ຊົມ​ພູ ດວງ​ສະຫວັນ ຮອງ​ປະທານ​ກຳ​ມະ​ທິການ​ວັດທະນະທຳ-ສັງຄົມ ສະພາ​ແຫ່ງ​ຊາດ​ລາວ​ໃຫ້​ຮູ້​ວ່າ: ​ກອງ​ປະຊຸມ​​ໃນ​ຄັ້ງ​ນີ້ ​ເພື່ອ​ແລກ​ປ່ຽນບົດຮຽນ​ເຊິ່ງກັນ ​ແລະ ກັນ ລະຫວ່າງ ສະມາຊິກ​ສະພາ​ແຫ່ງ​ຊາດ​ຈາກ 3 ປະ​ເທດ ລາວ, ກໍາປູ​ເຈຍ ​ແລະ ຫວຽດນາມ,  ​ແລະ ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ ​ໃນ​ຂະ​ບວນການ​ສ້າງ ​ແລະ ປັບປຸງ​ກົດ   ໝາຍ​, ລະບຽບ​ການ​ຕ່າງໆ​ກ່ຽວ​ກັບ​ການ​ຄວບ​ຄຸມ​ເຄື່ອງ​ດື່ມ​ທີ່​ມີ​ທາດ​ເຫລົ້າ ​ແລະ ຫລຸດຜ່ອນ​ຜົນ​ກະທົບ​ຈາກ​ການ​ຊົມ​ໃຊ້​ເຄື່ອງ​ດື່ມ​ທີ່​ມີ​ທາດ​ເຫລົ້າ, ທັງ​ເປັນການ​ປະກອບສ່ວນ​ເສີມ​ຂະຫຍາຍ​ສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື ລະຫວ່າງ ອົງການ​ນິຕິບັນຍັດ​ ຂອງ​ສາມ​ປະ​ເທດ​ໃຫ້​ແໜ້ນ​ແຟ້ນຍິ່ງໆ​ຂຶ້ນ ກາຍ​ເປັນ​ແຮ​ງຊຸກ​ດັນ ​ເພື່ອ​ບັນລຸ​ເປົ້າ​ໝາຍ​ການ​ພັດທະນາ​ແບບ​ຍືນ​ຍົງ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ ​ແລະ ​ເສົາ​ຄໍ້າ​ອື່ນໆ​ຂອງ​ອາ​ຊຽນ. ສູ້​ຊົນ​ເຮັດ​ໃຫ້​ຂົງ​ເຂດ​ສາມ​ປະ​ເທດ​ສາມາດ​ຫລຸດ​ຜ່ອນ​ຄວາມ​ສ່ຽງ ​ແລະ ຄວາມ​ເສຍ​ຫາຍ​ທີ່​ມີ​ສາຍ​ເຫດ​ກ່ຽວ​ກັບ​ທາດ​ເຫລົ້າ.

​​​ການ​ດື່ມ​ເຄື່ອງ​ດື່ມ​ທີ່​ມີ​ທາດ​ເຫລົ້າ​ແມ່ນມີ​ຜົນ​ກະທົບ​ອັນ​ໃຫຍ່​ຫລວງ​ຕໍ່​ກັບ​ຮ່າງກາຍ, ຈິດ​ໃຈ​ຂອງ​ບຸກຄົນ, ຄອບຄົວ ​ແລະ ສັງຄົມ ​ເປັນສາ​ເຫດ​ຕົ້ນຕໍພາ​ໃຫ້​ເກີດ​ພະຍາດ​ຫລາຍ​ກວ່າ 200 ຊະນິດ ​ແລະ ອຸປະຕິ​ເຫດ​ຈໍາ​ນວນ 3,8% ຂອງຈໍານວນ​ຜູ້​ເສຍ​ຊີວິດ​ທັງ​ໝົດ ​ແມ່ນ​ມີ​ສາ​ເຫດ​ຈາກ​ທາດ​ເຫລົ້າ 4,5% ຂອງ​ພາວະ​ການ​ເຈັບ​ປ່ວຍ, ​ເປັນ​ປັດ​​ໄຈ​ອັນ​ດັບ​ສາມ​ຂອງ​ການ​ເຈັບ​ປ່ວຍ ​ແລະ ການ​ເປັນ​ພະຍາດ​ໃນ​ບັນດາ​ປະ​ເທດ​ກໍາລັງ​ພັດທະນາ. ນ​ອກຈາກນັ້ນ ​ເຄື່ອງ​ດື່ມ​ທີ່​ມີ​ທາດ​ເຫລົ້າ ​ຍັງ​ສົ່ງ​ຜົນ​ກະທົບ​ທາງ​ລົບ​ ຕໍ່​ການ​ພັດທະນາ​ເສດຖະກິດ-ສັງຄົມ ​ຂອງ​​ປະ​ເທດອີກ​ດ້ວຍ.

ແຫ່ລງຂ່າວ

ຂປລ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...