Homeຂ່າວພາຍ​ໃນຈານທອງ ຊະນະວັນ ນັກທຸລະກິດລາວ ມ่ຸງເນັ້ນພັດທະນາດ້ານພະລັງງານ

ຈານທອງ ຊະນະວັນ ນັກທຸລະກິດລາວ ມ่ຸງເນັ້ນພັດທະນາດ້ານພະລັງງານ

Published on

94115c7f7a9e1bb99843d6b5f7c1b50c_L duxt

ມຸມ​ມອງ​ຂອງ​ແຕ່­ລະ­ຄົນ​ມີຄວາມ​ແຕກ​ຕ່າງ​ກັນ​ໃນ​ການ​ເບິ່ງໂອ­ກາດ​ທາງ​ດ້ານ​ທຸ­ລະ​ກິດ,ຂະນະ​ທີ່ ຈານ​ທອງ ຊະ­ນະ​ວັນ ຄື​ນັກ ທຸ­ລະ​ກິດ​ທີ່​ມີ​ວິ­ໄສ​ທັດ​ກວ້າງ​ມ້ອງໄກ

ເຫັນ​ທ່າ​ອ່ຽງ​ຂອງ​ປະ­ເທດ​ໃນ​ການ​ພັດ­ທະ­ນາ​ເສດ­ຖະ­ກິດ​ສັງ­ຄົມ ຄື​ການ​ຂາຍ​ພະ­ລັງ­ງານ​ໃຫ້​ຕ່າງ ປະ­ເທດ​ຈິ່ງ​ດຶງ​ກາ­ລະ​ໂອ­ກາດ​ພັດ­ທະ­ນາ​ຕົນ​ເອງ​ດ້ວຍ​ການ​ສ້າງ­ຕັ້ງ​ບໍ­ລິ­ສັດ​ບໍ່​ທອງ​ອິນ​ເຕີ​ຈຳ­ກັດ​ຂຶ້ນ​ມາ ເປັນ​ຂອງ​ຕົນ​ເອງ​ເພື່ອ​ສຸມ​ໃສ່​ພັດ ທະ​ນາ​ແຫຼ່ງ​ນ້ຳ​ທີ່​ມີ​ເງື່ອນ­ໄຂ​ສ້າງ ເປັນ​ເຂື່ອນ​ໄຟ­ຟ້າ ຕາມ​ຄວາມ​ສາ­ມາດ​ໃຫ້​ເກີດ​ປະ­ໂຫຍດ​ດ້ານ​ລາຍ​ຮັບ​ໃນ​ອະ­ນາ­ຄົດ.

ທ່ານ ຈານ​ທອງ ຊະ­ນະ​ວັນ ປະທານ​ບໍ­ລິ­ສັດ​ບໍ່​ທອງ​ອິນ​ເຕີ ຈຳ­ກັດ ກ່າວ​ວ່າ: ຍ້ອນ​ເຫັນ​ທ່າ­ແຮງ​ຂອງ ປະ­ເທດ​ມີ​ຊັບ​ໃນ​ດິນ​ສິນ​ໃນ​ນ້ຳ, ທຳ ມະ​ຊາດ​ຢ່າງ​ອຸ­ດົມ­ສົມ­ບູນ​ບວກ​ທັງ ລັດ​ວາງ​ຍຸດ​ທະ​ສາດ​ການ​ພັດ​ທະ ນາ​ດ້ານ​ພະ­ລັງ­ງານ​ໃນ ສປປ ລາວ ກາຍ­ເປັນ​ເງື່ອນ­ໄຂ​ສະ­ດວກ​ໃຫ້ ແກ່​ການ​ດຳ­ເນີນ​ທຸ­ລະ​ກິດ ຈິ່ງ​ຕັດສິນ​ໃຈ​ສ້າງ­ຕັ້ງ​ບໍ­ລິ­ສັດ ບໍ່​ທອງ​ອິນ ເຕີ ຈຳ­ກັດ ນີ້​ຂຶ້ນ​ໃນ​ປີ 2003 ເພື່ອ ປະ­ກອບ­ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ ນາ​ສ້າງ­ສາ​ປະ­ເທດ​ຊາດ, ເປົ້າ ໝາຍ​ຄື​ພັດ­ທະ­ນາ​ເຂື່ອນ​ຂະ­ໜາດ ນ້ອຍ​ໃນ ສປປ ລາວ, ຕາມ​ທິດ​ຊີ້​ນຳຂອງ​ພັກ ແລະ​ລັດ­ຖະ­ບານ ພາຍ ຫຼັງ​ສ້າງ­ຕັ້ງ​ຂຶ້ນ​ມາ ກໍ​ໄດ້​ຮັບ​ຄວາມ ໄວ້​ເນື້ອ​ເຊື່ອ​ໃຈ​ຈາກ​ລັດ​ໃຫ້​ເຂົ້າ​ໄປ ປັບ­ປຸງ​ສ້ອມ­ແປງ​ເຂື່ອນ​ໄຟ­ຟ້າ​ເຊ ລະ­ບຳ​ຄື​ກໍ່­ສ້າງ​ຄອງ​ນ້ຳ​ເຂື່ອນ​ໄຟ­ຟ້າ​ເຊ​ລະ­ບຳ ຈາກ​ນັ້ນ​ໄດ້​ຮັບ​ໂຄງ­ການ​ພັດ­ທະ­ນາ​ຕະ​ຝັ່ງ​ເຈື່ອນ​ເຂື່ອນ ໄຟ­ຟ້າ​ນ້ຳ​ງື່ມ​ລວມ​ທັງ​ວຽກ​ງານ ກັນ​ຊຶມ ແລະ​ສ້ອມ­ແປງ​ທ້ານ​ເຮືອນ ໂຮງ​ຈັກ ແລະ​ເສັ້ນ­ທາງ​ເຂື່ອນ​ໄຟ ຟ້າ​ນ້ຳ​ເລິກ ໃນ​ປີ​ດຽວ​ກັນ​ຈົນ​ມາ ເຖິງ​ປີ 2011 ຈິ່ງ​ໄດ້​ລົງ­ທຶນ​ພັດ ທະ​ນາ​ເສັ້ນ­ທາງ​ຢູ່​ແຂວງ​ຫົວ­ພັນ ນັບ​ແຕ່​ຊຳ​ເໜືອ​ຫາ​ໜອງ​ຄ້າງ ແລະເຂື່ອນ​ໄຟ­ຟ້າ​ຕາດ​ລ່າງ​ນ້ຳ​ແສນຈົນ​ມີ​ຄວາມ​ສຳ­ເລັດ​ໃນ​ປີ 2013 ແລະ​ເສັ້ນ­ທາງ​ສຳ­ເລັດ​ໃນ​ປີ 2014 ຜ່ານ​ການ​ກໍ່­ສ້າງ​ເຂື່ອນ​ໄຟ­ຟ້າ​ຕາດ ລ່າງ​ນ້ຳ​ແສນ​ແມ່ນ​ມີ​ປະ­ໂຫຍດ​ຕໍ່ ສັງ­ຄົມ​ຫຼາຍ​ໄຟ­ຟ້າ​ກໍ​ນຳ​ມາ​ຮັບ​ໃຊ້​ປະ­ຊາ­ຊົນ, ເສັ້ນ­ທາງ​ກໍ​ໄດ້​ຮັບ​ການ ພັດ­ທະ­ນາ​ປະ­ຊາ­ຊົນ​ທຽວ​ໄປ​ມາ ສະ­ດວກ​ສະ­ບາຍ​ເຮັດ​ໃຫ້­ການ​ດຳ ລົງ​ຊີ­ວິດ​ເຂົາ­ເຈົ້າ​ດີ​ຂຶ້ນ​ຫຼາຍ, ສະ ຫຼຸບ​ໄດ້​ວ່າ­ການ​ສ້າງ​ເຂື່ອນ​ໄຟ­ຟ້າ ເປັນ​ສິ່ງ​ທີ່​ຊ່ວຍ​ໃນ​ການ​ພັດ​ມ​ທະ ນາ​ຊັບ­ພະ­ຍາ­ກອນ​ມະ­ນຸດ​ທີ່­ແທ້​ຈິງ ເມື່ອ​ເຫັນ​ຄວາມ​ສຳ­ຄັນ​ແນວ​ນັ້ນ ຈິ່ງ​ລົງ­ທຶນ​ພັດ­ທະ­ນາ​ເຂື່ອນ​ໄຟ­ຟ້າ

ນ້ຳ​ອ້າວ ຊຶ່ງ​ປະ­ຈຸ​ບັນ​ກຳ­ລັງ ສຸມ​ໃສ່​ໜ້າ​ວຽກ​ຕ່າງໆ​ເຊັ່ນ​ຕັດ​ປັບ ໜ້າ­ດິນ 2 ເດືອນ​ກວ່າ​ມີ​ຄວາມ​ຄືບ ໜ້າ 20% ມາ​ຮອດ​ປະ­ຈຸ​ບັນ​ກິດ ຈະ​ການ​ຂອງ ທ່ານ ຈານ​ທອງ ຊະ ນະ​ວັນ ປະ­ກອບ​ມີ​ກິດ­ຈະ­ການ​ກໍ ສ້າງ​ຂົວ​ທາງ, ເຂື່ອນ​ໄຟ­ຟ້າ​ນ້ຳ ຕົກ, ການ​ຄ້າ​ຂາ​ອອກ-ຂາ​ເຂົ້າ ຊຶ່​ິ່ງ ທ່ານ​ໄດ້​ກ່າວ​ວ່າ: ກ່ອນ​ພວກ​ເຮົາ​ຈະ​ປະ­ສົບ​ຜົນ­ສຳ­ເລັດ​ໃນ​ການດຳ ເນີນ​ທຸ­ລະ​ກິດ​ຄື​ແນວ​ນີ້ ກໍ​ຍ້ອນ​ມີ ຄວາມ​ເຊື່ອ​ໝັ້ນ​ຕໍ່​ແນວ­ທາງ​ນະ ໂຍ​ບາຍ​ຂອງ​ພັກ-ລັດ ແລະ​ປະ­ຕິບັດ​ຕາມ​ລະ­ບຽບ​ກົດ­ໝາຍ​ທຸກ   ຢ່າງ​ຈຶ່ງ​ເຮັດ​ໃຫ້​ບໍ­ລິ­ສັດ​ມີ​ຄວາມ ເຂັ້ມ­ແຂງ​ແຕກ​ໂຕ​ສູ່​ຫຼາຍ​ທຸ­ລະ​ກິດ,ແນວ­ໃດ​ກໍ​ຕາມ​ທ່ານ​ກໍ​ຍັງ​ຢືນ­ຢັນວ່າ​ແນວ​ໂນມ​ທຸ­ລະ​ກິດ​ໃນ­ຕໍ່­ໜ້າ ແມ່ນ​ຈະ​ສຸມ​ໃສ່​ພັດ­ທະ­ນາ​ເຂື່ອນ ໄຟ­ຟ້າ​ນ້ຳ­ຕົກ​ເປັນ​ຫຼັກ ເພາະ​ເຮົາ ມີ​ບົດ­ຮຽນ ແລະ​ປະ­ສົບ​ການ​ຢ່າງ ເຂັ້ມ­ແຂງ​ທັງ​ວິ­ເຄາະ​ດ້ານ​ເສດ­ຖະ­ກິດ​ໃນ​ອະ­ນາ­ຄົດ ພະ­ລັງ­ງານ​ຈະ ເປັນ​ຕົວ​ສ້າງ​ລາຍ​ຮັບ​ທີ່​ແນ່­ນອນ ໃຫ້​ແກ່​ບໍ­ລິ­ສັດ​ກໍ​ຄື​ຕົນ​ເອງ ແລະ​ປະ ເທດ​ຊາດ​ລວມ​ເຖິງ ປະ­ຊາ­ຊົນ​ຢ່າງ ແທ້​ຈິງ.

ແຫ່ລງຂ່າວ

ເສດຖະກິດ

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...