Homeຂ່າວເຫດການເຜີຍ​ແຜ່​ຜົນ​ສຳ​ເລັດ​ກອງ​ປະຊຸມ​ໃຫຍ່ຄັ້ງ​ທີ IV ຂອງອົງຄະນະ​ພັກ​ກະຊວງ ຖວທ

ເຜີຍ​ແຜ່​ຜົນ​ສຳ​ເລັດ​ກອງ​ປະຊຸມ​ໃຫຍ່ຄັ້ງ​ທີ IV ຂອງອົງຄະນະ​ພັກ​ກະຊວງ ຖວທ

Published on

borsengkham

ເມື່ອທ້າຍອາທິດຜ່ານມານີ້, ບັນດາ​ສະມາຊິກ​ພັກ, ພະນັກງານລັດຖະກອນອ້ອມຂ້າງກະ ຊວງ​ຖະ​ແຫ​ລ່ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ(ຖວທ),​ ໄດ້​ເຂົ້າ​ຮ່ວມ​ຮັບ​ຟັງ​ການ​ເຜີຍ​ແຜ່​ຜົນສຳ​ເລັດ​ກອງ​ປະຊຸມ​ໃຫຍ່ຄັ້ງ​ທີ IV ຂອງອົງຄະນະພັກກະຊວງ ຖວທ ທີ່ຫໍວັດທະນະທຳແຫ່ງຊາດ,ໂດຍການເຜີຍແຜ່ຂອງສະຫາຍ ສຈ ດຣ ບໍ່ແສງຄຳ ວົງດາລາ ກຳມະການສູນກາງພັກ,ເລຂາຄະນະພັກ, ລັດຖະມົນຕີວ່າການກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ຊຶ່ງສະຫາຍ ສຈ ດຣ ບໍ່ແສງຄຳ ວົງດາລາ ໄດ້ຍົກໃຫ້ເຫັນວ່າ:ກອງປະຊຸມໃຫຍ່ຂອງອົງຄະນະພັກກະຊວງເຮົາກໍຄືຂອງອົງຄະນະພັກກະຊວງຕ່າງໆ,​ ໄດ້ເປັນຂີດໝາຍສຳຄັນໃຫ້ແກ່ການສະຫລຸບຕີລາຄາການຊີ້ນຳ-ນຳພາຂອງອົງຄະນະພັກຕໍ່ຂົງເຂດວຽກງານຂອງ​ຕົນຕະຫລອດໄລຍະ 5 ປີຜ່ານມາ, ພ້ອມກັນນັ້ນຍັງເປັນບັ້ນດຳເນີນຊີວິດການເມືອງໃຫຍ່ອັນໜຶ່ງສຳລັບທົ່ວ

ອົງຄະນະພັກກະຊວງ, ເປັນການສັງເກດຕີລາຄາຄືນຕໍ່ການຊີ້ນຳ-ນຳພາຂອງອົງຄະນະພັກກະຊວງກ່ຽວກັບຈຸດດີ, ຈຸດອ່ອນ ແລະ ຈຸດຄົງຄ້າງຕ່າງໆ, ພ້ອມທັງຖອດຖອນບົດຮຽນ ແລະ ວາງແຜນເພື່ອພ້ອມກັນສືບຕໍ່ຈັດຕັ້ງປະຕິບັດ ແລະ ສືບຕໍ່ພັດທະນາວຽກງານໃນຂະແໜງການຕົນໃຫ້ກ້າວຂຶ້ນສູ່ບາດກ້າວໃໝ່ໃຫ້ມີຜົນງານໃໝ່ໃຫຍ່ຫລວງກວ່າເກົ່າ, ສໍາລັບກອງ​ປະຊຸມ​ໃຫຍ່ຄັ້ງ​ທີ IV ຂອງອົງຄະນະພັກກະຊວງ ຖວທ ແມ່ນໄດ້ຈັດຂຶ້ນໃນວັນທີ 18 ທັນວາ 2015 ກອງປະຊຸມໄດ້ຮັບຟັງແລະ ຮັບຮອງເອົາບົດລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ, ທິດທາງຄາດໝາຍສູ້ຊົນແຕ່ລະດ້ານກ່ຽວກັບວຽກງານກໍ່ສ້າງພັກ, ພະນັກງານ ແລະ ບົດສຳຫລວດການນຳພາລວມຂອງຄະນະພັກຊຸດເກົ່າ,ຜູ້ແທນກອງປະຊຸມໄດ້ພ້ອມກັນໃຊ້ສິດປະຊາທິປະໄຕປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກຊຸດໃໝ່, ເຊິ່ງມີຜູ້ສະໝັກເລືອກຕັ້ງ 24 ສະຫາຍ ແລະ ເລືອກໄດ້ 21 ສະຫາຍ, ຈາກນັ້ນກອງປະຊຸມໄດ້ຮັບຟັງການໂອ້ລົມຈາກສະ ຫາຍ ດຣ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະ ມົນຕີວ່າການກະຊວງສຶກສາທິການ ແລະ ກິລາ, ເຊິ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການຊີ້ນຳ-ນຳພາຂອງຄະນະພັກຊຸດເກົ່າທີ່ໄດ້ຊີ້ນຳ-ນຳພາສະມາຊິກພັກ-ພະນັກງານປະຕິບັດໜ້າທີ່ການ ເມືອງຂອງຕົນ, ທັງຍາດໄດ້ຜົນສຳເລັດຫລາຍດ້ານ,ພ້ອມກັນນັ້ນສະຫາຍຍັງໄດ້ສະແດງຄວາມເປັນຫ່ວງເປັນໄຍຕໍ່ດ້ານອ່ອນ, ຂໍ້ຄົງຄ້າງ, ເຊິ່ງໄດ້ຮຽກຮ້ອງໃຫ້ຄະນະພັກຊຸດໃໝ່ຕ້ອງສືບຕໍ່ເຊື່ອມຊຶມ ແລະ ກຳແໜ້ນພາລະບົດບາດ, ໜ້າທີ່ຂອງວຽກງານຖະແຫລງຂ່າວ, ວັດທະນະທຳແລະ ທ່ອງທ່ຽວທີ່ສອດຫ້ອຍເຂົ້າໃນທຸກວຽກງານ ແລະ ອື່ນໆ, ພ້ອມກັນນີ້, ກອງປະຊຸມຍັງໄດ້ຮຽກຮ້ອງມາຍັງສະມາ ຊິກພັກ, ພະນັກງານລັດຖະກອນໃນທົ່ວຂະແໜງຖວທຈົ່ງໄດ້ເຊີດຊູສະຕິ ແລະ ຄວາມຮັບຜິດຊອບການເມືອງຂອງຕົນໃຫ້ສູງຂຶ້ນເລື້ອຍໆ, ເຮັດໃຫ້ວຽກງານໃນຂະແໜງຖວທຫັນປ່ຽນໃໝ່ຢ່າງຕັ້ງໜ້າ ແລະ ມີຄວາມປອດໃສ, ໜັກແໜ້ນ ແລະ ເຂັ້ມແຂງ.

ແຫ່ລງຂ່າວ

ລພນ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...