spot_img
Homeຂ່າວການພັດທະນາລັດຈະ​ຊົດ​ເຊີຍ​ຜົນ​ກະທົບຈາກ​ໂຄງການກໍ່ສ້າງ​ທາງ​ລົດ​ໄຟລາວ-ຈີນຢ່າງ​ເໝາະ​ສົມ

ລັດຈະ​ຊົດ​ເຊີຍ​ຜົນ​ກະທົບຈາກ​ໂຄງການກໍ່ສ້າງ​ທາງ​ລົດ​ໄຟລາວ-ຈີນຢ່າງ​ເໝາະ​ສົມ

Published on

railway 111

ທ່ານລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ໂຍທາ​ທິການ​ ແລະ ຂົນ​ສົ່ງ ລັດຕະນະ ມະນີຄູນ​ນີວົງ ໄດ້ໃຫ້ຮູ້ເມື່ອບໍ່ດົນນີ້ວ່າ: ລັດຖະບານ​ມີ​ນະ​ໂຍບາຍ​ຈະ​ແຈ້ງ​ແລະ ​ເໝາະ​ສົມເພື່ອ​ຊ່ວຍ​ເຫລືອ​ປະຊາຊົນ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ໂຄງການ​ກໍ່ສ້າງ​ເສັ້ນທາງ​ລົດ​ໄຟລາວ-ຈີນ,​ ໂດຍ​ມີ​ການ​ຄິດ​ໄລ່ຄ່າ​ເສຍ​ຫາຍ​ຕາມ​ດຳລັດ​ຂອງ​ນາຍົກລັດຖະມົນຕີ​ເລກທີ 153 ບວກ​ກັບ​ສະພາບ​ຄວາມ​ເປັນ​ຈິງ ​ແລະ ຄວາມ​ເປັນ​ເອກະ​ພາບ​ໃນ​ການ​ປຶກສາ​ຫາລື​ກັບ​​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນກໍ​ຄື​ປະຊາຊົນ​ທີ່​ໄດ້​ຮັບ​ຜົນ​ກະທົບ, ​ເພື່ອ​ຫລີກ​ລ່ຽງຄວາມ​ຂັດຂ້ອງ​ໝອງ​ໃຈ​ ​ແລະ ​ເຮັດ​ໃຫ້ໂຄງ​ການໄດ້ຈັດຕັ້ງປະຕິບັດ​ຢ່າງ​ມີ​ຜົນສຳ​ເລັດ.

ທ່ານລັດຖະມົນຕີຊ່ວຍວ່າການກະຊວງດັ່ງກ່າວໃຫ້ຮູ້ວ່າ: ​ປັດຈຸບັນ,​ ຄະນະ​ຮັບຜິດຊອບ​ໂຄງການ​ໄດ້​ແຕ່ງຕັ້ງໜ່ວຍ​ໄກ່​ເກ​ຍ​ ແລະ ​ເວນ​ຄືນ​ເນື້ອ​ທີ່​ດິນ​ແຕ່ລະ​ແຂວງ​ທີ່​ມີ​ເສັ້ນທາງ​ລົດ​ໄຟ​ຜ່ານ​ເພື່ອ​ລົງ​ເກັບ​ກຳ​ຂໍ້​ມູນ ​ແລະ ສະພາບ​ຄວາມ​ເປັນ​ຈິງວ່າ​ປະຊາຊົນ​ຈະ​ໄດ້​ຮັບ​ຜົນ​ກະທົບ​ຫຍັງ​ແດ່,​ ໂດຍ​ການ​ປຶກສາ​ຫາລື​ກັບ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ ​ແລະປະຊາຊົນ​ທີ່​ໄດ້​ຮັບ​ຜົນ​ກະທົບ,​ ເຊິ່ງ​ທຸກ​ພາກສ່ວນ​ກໍ​​ໃຫ້​ຄວາມ​ຮ່ວມ​ມື​ເປັນ​ຢ່າງ​ດີ​ ແລະ ຄະນະ​ຮັບຜິດຊອບ​ກໍ​ໄດ້​ເລີ່​ມປັກ​ຫລັກ​ໝາຍ​ແລວ​ທາງ​ລົດ​ໄຟ​ແລ້ວ.

ໂຄງການກໍ່ສ້າງທາງລົດໄຟລາວ-ຈີນມີຄວາມຍາວ 427,7 ກິໂລແມັດ, ກວມ​ເອົາ​ເນື້ອທີ່​ແຂວງ​ຫລວງ​ນ້ຳທາ,ອຸດົມ​ໄຊ, ຫລວງ​ພະ​ບາງ, ​ແຂວງ​ວຽງ​ຈັນ ​ແລະ ນະຄອນຫລວງ​ວຽງ​ຈັນ, ໃນ​ນີ້​ຈະ​ໄດ້​ນຳ​ໃຊ້ເນື້ອ​ທີ່​ດິນ​ທັງ​ໝົດ​ຂອງ​ໂຄງການ​ແມ່ນ 2 ປະ​ເພດ​ຄື: ນໍາ​ໃຊ້​ຖາວອນ​ສໍາລັບ​ແລວ​ທາງ​ລົດ​ໄຟ ​ແລະ ສະຖານີ​ປະມານ 3.058 ​ເຮັກຕາ ​ແລະ ນໍາ​ໃຊ້​ຊົ່ວຄາວ​ສໍາລັບ​ບໍ່​ດິນ, ບໍ່​ຫີນ ​ແລະ ສະຖານີຮັບ​ໃຊ້​ເວລາ​ກໍ່ສ້າງລວມມີ 803 ​ເຮັກຕາ.

ແຫ່ລງຂ່າວ

ລພນ

ບົດຄວາມຫຼ້າສຸດ

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025 ໃນອາທິດຜ່ານມາ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ...

ເຈົ້າໜ້າທີ່ ກວດພົບ ອຸປະກອນທວນສັນຍານ ຈາກຕ່າງປະເທດ ມາໃຊ້ຢູ່ ນະຄອນຫລວງວຽງຈັນ

ຕັກເຕືອນ-ອົບຮົມ ພ້ອມຍຶດອຸປະກອນທວນສັນຍານ ຈາກຕ່າງປະເທດ ທີ່ລັກລອບມານຳໃຊ້ຢູ່ໃນນະຄອນຫຼວງວຽງຈັນ. ວັນທີ 19 ສິງຫາ 2025 ເພຈຂ່າວກະຊວງເຕັກໂນໂລຊີ ແລະ ການສື່ສານ ລາຍງານວ່າ: ໃນລະຫວ່າງເດືອນ ມິຖຸນາ ຫາ...

ສະຫຼຸບການປະຊຸມທະວີພາຄີຄັ້ງປະຫວັດສາດ ທຣຳ-ປູຕິນ ຄັ້ງທຳອິດໃນຮອບ 10 ປີ

ສະຫຼຸບການປະຊຸມທະວີພາຄີຄັ້ງປະຫວັດສາດ ທຣຳ-ປູຕິນ ຄັ້ງທຳອິດໃນຮອບ 10 ປີໃນແຜ່ນດິນສະຫະລັດ ທີ່ອາລາສກາ ເຊິ່ງການປະຊຸມຄັ້ງນີ້ຍັງບໍ່ມີການບັນລຸຂໍ້ຕົກລົງກັນ ແຕ່ການເຈລະຈາເປັນໄປໄດ້ດ້ວຍດີ ແລະ ມີຄວາມຄືບໜ້າ ເຊິ່ງທ່ານ ໂດນັລ ທຣຳ ກຽມໂທຫາ...

ຝົນມໍລະສຸມ! ປາກີສະຖານປະເຊີນ ນ້ຳປ່າໄຫຼຊຸ ແລະ ດິນເຈື່ອນຖະຫຼົ່ມ ຫຼ້າສຸດມີປະຊາຊົນເສຍຊີວິດຢ່າງນ້ອຍ 344 ຄົນ.

ປາກີສະຖານປະເຊີນນ້ຳປ່າຖ້ວມຊຸ ແລະ ດິນຖະຫຼົ່ມ ເນື່ອງຈາກຝົນຕົກໜັກ ເຮັດໃຫ້ປະຊາຊົນເສຍຊີວິດຢ່າງນ້ອຍ 344 ຄົນ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 17 ສິງຫາ 2025 ຜ່ານມານີ້ວ່າ: ປາກີສະຖານປະເຊີນກັບສະພາບຝົນຕົກໜັກຕໍ່ເນື່ອງເຮັດໃຫ້ເກີດນ້ຳປ່າໄຫຼຊຸ  ແລະ ດິນຖະຫຼົ່ມ...