Homeຂ່າວຕ່າງປະເທດຫວຽດນາມ ສູ້ຊົນໃຫ້ໄດ້ເປັນປະເທດແຖວໜ້າໃນອາຊຽນ

ຫວຽດນາມ ສູ້ຊົນໃຫ້ໄດ້ເປັນປະເທດແຖວໜ້າໃນອາຊຽນ

Published on

1d075cfeb75599243bbbafef8a605b07_L

ສສ ຫວຽດນາມ​ສູ້​ຊົນ​ຮອດ​ປີ 2030 ​ໃຫ້​ໄດ້​ເປັນ​ປະ​ເທດ​ແຖວ​ໜ້າ​ໃນ​ອາ​ຊຽນ ​ໃນ​ບັນດາ​ຂົງ​ເຂດ​ທີ່​ມີທ່າ​ແຮງ, ນີ້​ຄື​ເນື້ອ​ໃນ​ທີ່​ໄດ້​ລະບຸ​ໃນ​ຍຸດ​ທະ​ສາດ​ກ່ຽວ​ກັບ​ການ​ປະສົມ​ປະສານ​ເຖິງ​ປີ 2020 ​ແລະ ວິ​ໄສ​ທັດ 2030

ທີ່​ຫາ​ກໍ່​ໄດ້​ຮັບ​ອະນຸມັດ​ຈາກ​ນາຍົກລັດຖະມົນຕີ ​ໂດຍ​ເປົ້າ​ໝາຍຂອງ​ການ​ປະສົມ​ປະສານ​ເຂົ້າ​ກັບ​ກະ​ແສ​ໂລກ​ເຖິງ​ປີ 2030 ​ແມ່ນ​ປະກ​ອບສ່ວນ​ເພີ່ມ​ທະວີ​ກຳລັງ​ແຮງ ນຳ​ປະ​ເທດ​ກາຍ​ເປັນ​ປະ​ເທດ​ອຸດສາຫະກຳຕາມ​ທິດ​ທາງ​ທັນ​ສະ​ໄໝ​ໂດຍ​ໄວ.

ສຳລັບ​ລະດັບ​ເຊື່ອມ​ໂຍງ​​ເຂົ້າ​ກັບ​ສາກົນ, ຫວຽດນາມ ສູ້ຊົນ​ຮອດ​ປີ 2020 ​ຈະ​ທັດ​ທຽ​ມກັບ​ບັນດາ​ປະ​ເທດ ອາ​ຊຽນ – 6 (ບຣູ​ໄນ, ອິນ​​ໂດ​ເນ​​ເຊຍ, ມາ​ເລ​ເຊຍ, ຟີ​ລິບ​ປິນ, ສິງ​ກາ​ໂປ ​ແລະ ​ໄທ), ປີ 2025 ​​ແມ່ນ​ທັດ​ທຽມ​ບັນດາ​ປະ​ເທດ ອາ​ຊຽນ – 4 (ສິງ​ກາ​ໂປ, ມາ​ເລ​ເຊຍ, ​ໄທ ​ແລະ ຟິລິບ​ປິນ) ​ແລະ ຮອດ​ປີ 2030 ຈະ​ຢູ່​ໃນ​ບັນຊີ​ລາຍ​ຊື່ບັນດາ​ປະ​ເທດ​ແຖວ​ໜ້າ​ໃນອາ​ຊຽນ ​ໃນ​ບັນດາ​ຂົງ​ເຂດທີ່ຫວຽດນາມ ມີ​ທ່າ​ແຮງ ​ພ້ອມ​ທັງມີ​ຍຸດ​ທະ​ຍາດ​ເພື່ອ​ພັດທະນາ​ທັດ​ທຽມກັບປະ​ເທດ​ເຫຼົ່າ​ນີ້​ເຊັ່ນ: ​ປັບປຸງ​ສະພາ​ບ​ແວດ​ລ້ອມ​​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ​ເຖິງ​ປີ 2030 ຫວຽດນາມ​ຈະ​ພະຍາຍາມ​ກາຍ​ເປັນ​ແກນ​ນຳ​ທີ່​ມີ​ບົດບາດ​ສຳຄັນ​ໃນ​ກົນ​ໄກ​ຄວາມ​ຮ່ວມ​ມື​ດ້ານ​ການ​ປ້ອງ​ກັນຊາ​ດ,  ຄວາ​ມໝັ້ນຄົງ​ໃນ​ພາກ​ພື້ນ.

​ເພື່ອ​ປະຕິ​ບັນ​ເປົ້າ​ໝາ​ຍດັ່ງກ່າວ ຫວຽດນາມ​ຈະ​ປະຕິບັດ​ມາດ​ຕະການ​ປະສົມ​ປະສານ​ຢ່າງ​ພ້ອມພຽງ​ເຊັ່ນ: ຊຸກຍູ້​ການ​ປັບປຸງ​ລະບຽບ ​ແລະ ປະຕິ​ຮູບ​ການ​ບໍລິຫານ​ລັດຖະກອນ, ປັບປຸງ​ບັນຍາກາດ​ດຶງ​ດູດ​ການ​ລົງ​ທຶນ​ຈາກ​ຕ່າງປະ​ເທດ ຊຸກຍູ້​ການ​ລົງທຶນ​ພາກ​ລັດ, ປະຕິບັດ​ກິດຈະກຳ​ປະສົມ​ປະສານ​ໃນ​ດ້ານ​ການ​ຄັງ ​ແລະ ການ​ເງິນ​ທີ່​ສອດຄ່ອງ​ກັບ​ຄວາມ​ຕ້ອງການ ​ແລະ ອັດຕາ​ການ​ພັດທະນາ​ຂອງ​ປະ​ເທດ(ຕາມ​ຂ່າວສານ​ຫວຽດນາມ).

ແຫ່ລງຂ່າວ

ເສດຖະກິດ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...