Homeຂ່າວຕ່າງປະເທດເອດີບີ ຄາດຄະເນ ເສດຖະກິດຈີນ ປີນີ້ເຕີບໂຕ 6,7%

ເອດີບີ ຄາດຄະເນ ເສດຖະກິດຈີນ ປີນີ້ເຕີບໂຕ 6,7%

Published on

bc0b41dc179bcb9cfbae004d64deb03c_L

ປະທານ​ທະນາຄານ​ພັດທະນາ​ອາຊີ(​ເອດີ​ບີ)ກ່າວ​ໃນ​ວັນ​ທີ 9 ມັງກອນ​ທີ່​ຜ່ານ​ມາ​ຄາດ​ຄະ​ເນ​ວ່າ ​ເສດຖະກິດ​ສ​ປ ຈີນ ຈະ​ເຕີບ​ໂຕ​ຢ່າງ​ເຂັ້ມ​ແຂງ​ຂຶ້ນ​ຢູ່​ທີ່ 6,7% ​ໃນ​ປີ 2016 ​ເຖິງ​ແມ່ນ​ວ່າ​ຈະ​ມີ​ບັນຫາ​ເງິນ​ຢວນ​ອ່ອນ​ຄ່າ ​ແລະ ດັດຊະນີ​ຮຸ້ນ​ຫຼຸດ​ລົງ​ກໍ​ຕາມ.

ທ່ານ ມາ​ເຄຣິ​ໂກະ ນາຄາ​ໂອະ ປະທານ​ເອດີ​ບີ​ກ່າ​ວວ່າ ການ​ເຕີບ​ໂຕ​ທາງ​ເສດຖະກິດ​ຂອງ​ຈີນ​ຍັງ​ຢູ່​ໃນ​ລະດັບ​ສູງ​ເມື່ອ​ປຽບທຽບ​ກັບປະ​ເທດ​ອື່ນໆ ​ແລະ ຄາດ​ຄະ​ເນ​ວ່າ ​ເສດຖະກິດ​ຈີນ​​ຂະຫຍາຍຕົວ​ຢູ່​ທີ່ 6,9% ​ໃນ​ປີ​ທີ່​ຜ່ານ​ມາ ປະທານ​ເອດີ​ບີ​ກ່າວ​ຕື່ມ​ວ່າ ພາວະ​ຫົດ​ຕົວ​ໃນ​ຈີນ​ເປັນ​ເພາະ​ການ​ປ່ຽນ​ແປງນະ​ໂຍບາຍ​ໃຫ້​ຄວາມ​ສຳຄັນ​ກັບ​ສິ່ງ​ແວດ​ລ້ອມ, ປະຊາກອນ​ສູງ​ອາຍຸ, ການ​ຫຼຸດ​ແຮງ​ງານ​ອົບ​ພະຍົບຈາກ​ຊົນນະບົດ​ເຂົ້າ​ເມືອງ, ການ​ຂຶ້ນ​ຄ່າ​ແຮງ​ງານ, ລາຍ​ໄດ້​ຕໍ່​ຫົວ​ຄົນ​ສູງ​ຂຶ້ນ ຊຶ່ງ​ເຮັດ​ໃຫ້​ເປັນ​ເລື່ອງ​ຍາກ​ໃນ​ການ​ຮັກສາ​ການ​ເຕີບ​ໂຕ​ທາງ​ເສດຖະກິດ​ແບບ​ກ້າວ​ກະ​ໂດດ​ຕາມ​ອັດຕາ​​ເກົ່າ​ໄດ້.

​     ປະທານ​ເອດີ​ບີ​ລະບຸ​ຕື່ມ​ວ່າ ຈີນຍັງ​ພໍ​ມີເວລາ​ສຳລັບ​ການ​ໃຊ້​ແຜນ​ກະ​ຕຸ້ນ​ເສດຖະກິດ​ໄດ້ ​ຖ້າ​ຫາກ​ການ​ເຕີບ​ໂຕ​ຊ້າ​ລົງ​ ​ເນື່ອງ​ຈາກ​ຂະ​ແໜງ​ການ​ເງິນ​ຍັງ​ເຂັ້ມ​ແຂງ ​ແລະ ​ເງິນ​ເຟີ້​ຫຼຸດ​ລົງ(ຕາມ​ຂ່າວ​ຕ່າງປະ​ເທດ).

ແຫ່ລງຂ່າວ

ເສດຖະກິດ

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...