HomeມູມໄອທີລາວHTC ເຜີຍລາຍງານທາງການເງິນວ່າມີຍອດຂາຍຫຼຸດລົງເຖິງ 35%

HTC ເຜີຍລາຍງານທາງການເງິນວ່າມີຍອດຂາຍຫຼຸດລົງເຖິງ 35%

Published on

image

HTC ຜູ້ຜະລິດສະມາດໂຟນຈາກໄຕ້ຫວັນ ໄດ້ເປີດເຜີຍລາຍງານທາງການເງິນສຳລັບ ປີ 2015 ອອກມາ, ເຊິ່ງເຜີຍໃຫ້ເຫັນວ່າ ປີ 2015 ນີ້ມີຍອດຂາຍຫຼຸດລົງຫຼາຍກວ່າ 35%. ສຳລັບລາຍຮັບຂອງບໍລິສັດໃນປີທີ່ຜ່ານມາຢູ່ທີ່ 121.68 ພັນລ້ານ NTD  ($3.65 ພັນລ້ານ), ຫຼຸດລົງຈາກ 187.91 ພັນລ້ານ NTD ($5.64 ພັນລ້ານ) ໃນປິ 2014.

image

*ໝາຍເຫດ: NTD ແມ່ນສະກຸນເງິນດອນລາໄຕ້ຫວັນ

ເຊິ່ງປີກ່ອນນີ້ ລາຍຮັບຂອງທາງ HTC ໃນເດືອນພະຈິກນັ້ນກ້າວກະໂດດຂຶ້ນຫຼາຍແລະສູງທີ່ສຸດພາຍໃນ 6 ເດືອນທີ່ຜ່ານມາ, ເຮັດໃຫ້ເຮົາເຊື່ອໄດ້ວ່າ One A9 ນັ້ນມີສ່ວນສຳຄັນຫຼາຍໃນເລື່ອງນີ້, ແລະຄາດຫວັງໄວ້ສູງວ່າລາຍຮັບຈະເພີ່ມຂຶ້ນອີກໃນຊ່ວງເດືອນທັນວາ ເພາະເປັນຊ່ວງເທດສະການວັນພັກ,ເທດສະການອື່ນໆລວມໄປເຖິງສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່

  ຢ່າງໃດກໍຕາມໃນເດືອນທັນວາ ທີ່ຄາດການໄວ້ວ່າລາຍຮັບຈະເພີ່ມສູງຂຶ້ນພັດວ່າຫຼຸດລົງຫຼາຍກວ່າເດືອນພະຈິກ ຄືຫຼຸດລົງເຖິງ 36.64% ເປັນຈຳນວນ 6.52 ພັນລ້ານ NTD ($195.7 ລ້ານ), ແລະຫຼຸດລົງກວ່າ 57.08% ເມື່ອທຽບກັບເດືອນທັນວາປີ 2014. ໃນປີນີ້ HTC ຄົງກຳລັງເນັ້ນໄປທີ່ການເປີດໂຕຊຸດຫູຟັງ Vive VR, ເຊິ່ງການເປີດສັ່ງຈອງຈະເລີ່ມຂຶ້ນໃນເດືອນກຸມພານີ້ ແລະເປັນຕາສົົນໃຈວ່າບໍລິສັດຈາກໄຕ້ຫວັນນັ້ນຈະຫຼຸດພົ້ນອອກຈາກບັນຫາດັັ່ງກ່າວນີ້ໄດ້ແນວໃດ

ທີ່ມາ:gsmarena

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...