Homeຂ່າວການພັດທະນາອພບ ຊີ້ແຈງຕົ້ນເຫດເຮັດໃຫ້ຕົວເມືອງບໍ່ສະອາດຍ້ອນຫລາຍສາເຫດ

ອພບ ຊີ້ແຈງຕົ້ນເຫດເຮັດໃຫ້ຕົວເມືອງບໍ່ສະອາດຍ້ອນຫລາຍສາເຫດ

Published on

12507246_463566960513756_1106066353139135557_n

ຂປລ.ໃນວັນທີ 7 ມັງກອນນີ້ທ່ານ ຄຳປ່ຽນ ອິນທະລືຊາ ຮອງປະທານອົງການພັດທະນາບໍລິຫານຕົວເມືອງ (ອພບ) ໄດ້ອອກມາຕອບຂໍ້ຂ້ອງໃຈຂອງປະຊາຊົນຜ່ານໂທລະສັບສາຍດ່ວນໃນໄລຍະກອງປະຊຸມສະໄໝສາມັນເທ່ືອທີ 10ຂອງສະພາແຫ່ງຊາດຊຸດທີ VII ຜ່ານມາກ່ຽວກັບຄວາມສະອາດຂອງຕົວເມືອງໃນນະຄອນຫລວງວຽງຈັນວ່າ: ຕໍ່ກັບບັນຫານີ້ ແມ່ນມີຫລາຍສາເຫດ ທີ່ພາໃຫ້ຕົວເມືອງບໍ່ມີຄວາມສະອາດ ສິ່ງຫລັກໆ. ແມ່ນເກີດມາຈາກການພັດທະນາໂຄງລ່າງຂອງຕົວເມືອງ ການຖົມດິນເພື່ອປຸກສ້າງທີ່ຢູ່ອາໄສ ສຳນັກງານອົງການຂອງລັດ, ການກໍ່ສ້າງເສັ້ນທາງ, ການຂົນສົ່ງດິນ, ຊາຍ ແລະ ການພັດທະນາອື່ນໆ ນັບທັງພາກລັດ ແລະ ເອກະຊົນ, ຂາດເຂີນກຳລັງປັດກວາດແຕ່ລະເສັ້ນທາງ ບວກກັບ ສະຖານທີ່ດູດນ້ຳມາຮັບໃຊ້ໃນການລ້າງເສັ້ນທາງ ແມ່ນມີຄວາມຫຍຸ້ງຍາກຫລາຍ ບໍ່ມີຈຸດນ້ຳຖາວອນ, ງົບປະມານມາຮັບໃຊ້ແມ່ນມີຈຳນວນຈຳກັດ, ພ້ອມນີ້ປະຊາຊົນທີ່ອາໃສຢູ່ຕາມແຄມ ທາງຍັງຂາດຄວາມເປັນເຈົ້າການ ໃນການຮັກສາຄວາມສະອາດຢູ່ໜ້າເຮືອນຕົນເອງແລະ ຍັງມີປະກົດການຖິ້ມຂີ້ເຫຍື້ອຊະຊາຍມີຫລາຍ.
ຮອງປະທານ ອພບ ຖະແຫລງວ່າ: ເພື່ອແກ້ໄຂບັນຫາດັ່ງກ່າວມານັ້ນ, ແມ່ນມີບາງຮູບການ ແລະ ວິທີການຄື :ອົງການປົກຄອງນະຄອນຫລວງວຽງຈັນ ໄດ້ອອກມະຕິຕົກລົງ ກ່ຽວກັບແຜນວຽກ ແລະ ມາດຕະການຈັດຕັ້ງ ໂຄງການວຽງຈັນສະອາດ ຮອດປີ 2020 ອັນເປັນປື້ມຄູ່ມືໜຶ່ງທີ່ໃຫ້ພວກເຮົາໃນການຈັດຕັ້ງປະຕິບັດການຮັກສາຄວາມສະອາດຂອງຕົວເມືອງ, ໄດ້ນຳໃຊ້ກົນຈັກເຂົ້າໃນການລ້າງ, ການດູດຝຸ່ນ ຢູ່ 21 ເສັ້ນທາງ. ມີຄວາມຍາວທັງໝົດ 90.200 ກວ່າແມັດ, ເຊິ່ງບາງເສັ້ນທາງແມ່ນລ້າງ ແລະ ດູດຝຸ່ນ ອາທິດລະເທື່ອ, ບາງເສັ້ນທາງສອງອາທິດຕໍ່ເທື່ອ. ເລີ່ມແຕ່18:00 ໂມງເປັນຕົ້ນໄປ, ບາງກໍລະນີ ຕ້ອງໄດ້ລ້າງກາງເວັນ ແລະ ດູດຝຸ່ນ ແຕ່ 24:00 ໂມງເປັນຕົ້ນໄປ ແລະ ໄດ້ນຳໃຊ້ແຮງງານຄົນ ແຮງງານເຂົ້າຊ່ວຍໃນການປັດກວາດ, ເກັບຂີ້ເຫຍື້ອ, ລວງຄອງລະບາຍນ້ຳ ແລະ ເສຍຫຍ້າແຄມທາງ ຜູ້ໜຶ່ງຮັບຜິດຊອບປະມານ 800 ແມັດ, ແຕ່ຄຽງຄູ່ກັນນີ້ກໍຮຽກຮ້ອງໃຫ້ທຸກສະຖານທີ່ການກໍ່ສ້າງບໍ່ວ່າພາກລັດ, ເອກະຊົນ, ຕ້ອງມີຈຸດອະນາໄມຕີນລົດກ່ອນອອກສະຖານທີ່ກໍ່ສ້າງ ເພື່ອຫລຸດຜ່ອນຄວາມເປື້ອນເປີະ ຖ້າຫາກຜູ້ໃດບໍ່ປະຕິບັດ ຕ້ອງໃຊ້ມາດຕະການເດັດຂາດ, ເຊັ່ນດຽວກັນ ສຳນັກງານອົງການຂອງ ລັດ, ບໍລິສັດຫ້າງຮ້ານ ແລະ ເຮືອນປະຊາຊົນ ທີ່ຢູ່ຕິດແຄມທາງຕ້ອງເຂົ້າຮ່ວມໃນການເຮັດສັນຍາ ແລະ ຈັດຕັ້ງປະຕິບັດສັນຍາຮັກສາຄວາມສະອາດຂອງເສັ້ນທາງເຂດທີ່ຕົນຮັບຜິດຊອບໃຫ້ດີ, ເບື້ອງລັດ ຕ້ອງມີສະໜອງງົບປະມານ ເຂົ້າໃນການຮັກສາຄວາມສະອາດຂອງຕົວເມືອງ ແລະ ຕ້ອງມີການກໍ່ສ້າງສະຖານທີ່ດູດນ້ຳ 1 ໃຫ້ໄດ້ມາດຕະຖານ ເພື່ອຫົດສວນ, ລ້າງທາງໃຫ້ພຽງພໍ.

ແຫ່ລງຂ່າວ

ຂປລ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...