Homeຂ່າວພາຍ​ໃນມີແຜນການເຮັດນາແຊງ 112 ພັນກວ່າເຮັກຕາ

ມີແຜນການເຮັດນາແຊງ 112 ພັນກວ່າເຮັກຕາ

Published on

4-1

ພາຍຫຼັງເກັບກ່ຽວ ເຂົ້ານາປີສຳເລັດ, ຊາວກະສິ ກອນຫຼາຍທ້ອງຖິ່ນ ໄດ້ສືບຕໍ່ ກະກຽມເຮັດນາແຊງ ແລະ ປູກພືດລະດູແລ້ງໃນບ່ອນທີ່ມີ ເງື່ອນໄຂ, ຕາມໂຕເລກຂອງ ກະຊວງກະສິກຳ ແລະ ປ່າໄມ້ ມາເຖິງປະຈຸບັນ ຂະບວນການ ເຮັດນາແຊງໃນຫຼາຍແຫ່ງທົ່ວ ປະເທດ ຍັງຢູ່ໃນໄລຍະກຽມ ດິນ, ສ້ອມແປງຄອງເໝືອງ, ປະຕູນ້ຳ, ຈັກສູບນ້ຳ, ຝຸ່ນ ແລະ ປັດໄຈອື່ນໆ ເພື່ອຮອງຮັບໂຕ ເລກຄາດໝາຍການເຮັດນາ ແຊງທົ່ວປະເທດ 112.000 ກວ່າເຮັກຕາ, ຜົນຜະລິດຢູ່ໃນ ລະຫວ່າງ 577.000 ໂຕນ ໃຫ້ ໄດ້ຮັບການປະຕິບັດສຳເລັດ.
ສຳລັບການປູກພືດລະດູ ແລ້ງ ກະຊວງກະສິກຳ ແລະ ປ່າໄມ້ ກໍໄດ້ຮັບລາຍງານຈາກ ຫຼາຍທ້ອງຖິ່ນ ວ່າມີຄວາມຄືບ ໜ້າພໍສົມຄວນ ຕາມໂຕເລກ ສະຫຼຸຸບ ປະຈຸບັນແມ່ນປະຕິບັດ ໄດ້ແລ້ວ 10% ຂອງເນື້ອທີ່ ແຜນການ ທົ່ວປະເທດ 50.000 ກວ່າເຮັກຕາ, ພືດທີ່ຊາວກະສິ ກອນປູກສ່ວນຫຼາຍແມ່ນຕະ ກຸນຖົ່ວ, ສາລີ ແລະ ພືດຜັກ ຕ່າງໆ.
ເພື່ອບັນລຸໂຕເລກຄາດ ໝາຍທີ່ກ່າວມານັ້ນ, ຂະແໜງ ກະສິກຳປະຈຳທ້ອງຖິ່ນໄດ້ລົງ ຊ່ວຍເຫຼືອປະຊາຊົນດ້ານເຕັກ  ນິກການປູກ, ການບົວລະບັດ ຮັກສາ ລວມທັງການນຳໃຊ້ ຝຸ່ນ ແລະ ອື່ນໆ ສະເພາະການ ລ້ຽງສັດໜ່ວຍງານສັດຕະວະ ແພດ ກໍໄດ້ສົມທົບກັບອຳນາດ ການປົກຄອງ, ເຈົ້າຂອງສັດເພື່ອ ສັກຢາປ້ອງກັນພະຍາດໃຫ້ສັດ ແລ້ວ 64.000 ກວ່າໂຕ, ໃນ ນັ້ນມີງົວ ແລະ ຄວາຍ 23.000 ກວ່າໂຕ, ໝູທີ່ລ້ຽງແບບພື້ນ ບ້ານ 4.000 ກວ່າໂຕ ແລະ ສັດປີກ 33.000 ກວ່າໂຕ.

ແຫ່ລງຂ່າວ

ປຊຊ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...