Homeຂ່າວເຫດການຄະນະພົວພັນຕ່າງປະເທດສູນກາງພັກ ພົບປະກັບຄະນະຜູ້ແທນພັກກອມມູນິດສະວິດເຊີແລນ

ຄະນະພົວພັນຕ່າງປະເທດສູນກາງພັກ ພົບປະກັບຄະນະຜູ້ແທນພັກກອມມູນິດສະວິດເຊີແລນ

Published on

3-1

ສະຫາຍ ເດວິດ ໂຣຊີ ປະທານຄະນະກຳມະການ ກວດກາຂອງພັກກອມມູນິດ ສະວິດເຊີແລນ ພ້ອມຄະນະ ໄດ້ເຄື່ອນໄຫວ ເຮັດວຽກຢູ່ ສປປ ລາວ ໃນຕອນບ່າຍຂອງວັນທີ  4 ມັງກອນນີ້ ທີ່ສຳນັກງານຄະນະ ພົວພັນຕ່າງປະເທດສູນກາງ ພັກ, ສະຫາຍ ດຣ. ນາງ ສູນ ທອນ ໄຊຍະຈັກ ກຳມະການ ສູນກາງພັກ ຫົວໜ້າຄະນະພົວ ພັນຕ່າງປະເທດສູນກາງພັກ ໄດ້ພົບປະ ແລະ ເຮັດວຽກກັບຜູ້ ແທນດັ່ງກ່າວ. ໃນໂອກາດພົບ ປະກັນ, ທັງສອງຝ່າຍໄດ້ແຈ້ງ ໃຫ້ກັນຊາບກ່ຽວກັບສະພາບ ການພົ້ນເດັ່ນຢູ່ແຕ່ລະປະເທດ, ການເຄື່ອນໄຫວຂອງແຕ່ລະ ພັກ, ແລກປ່ຽນສະພາບການ ກ່ຽວກັບບັນຫາພາກພື້ນ ແລະ ສາກົນ ທີ່ທັງສອງຝ່າຍມີຄວາມ ສົນໃຈ ພ້ອມທັງປຶກສາຫາລື ກ່ຽວກັບການຮ່ວມມືລະຫວ່າງ ສອງພັກໃນຕໍ່ໜ້າ. ການຢ້ຽມ ຢາມລາວຄັ້ງນີ້ ເປັນຄັ້ງທຳອິດ ແລະ ເປັນການເລີ່ມສ້າງສາຍ ພົວພັນລະຫວ່າງພັກ ປປ ລາວ ກັບ ພັກກອມມູນິດສະວິດເຊີ ແລນ.
ສະຫາຍ ເດວິດ ໂຣຊີ ໄດ້ສະແດງຄວາມດີໃຈທີ່ໄດ້ ມາຢ້ຽມຢາມລາວ ແລະ ຕີລາ ຄາບັນດາຜົນສຳເລັດຮອບ ດ້ານຂອງ ສປປ ລາວ ທີ່ຍາດ ມາໄດ້ ພາຍໃຕ້ການນຳພາ ຂອງພັກ ປະຊາຊົນ ປະຕິວັດ ລາວ ໃນຕະຫຼອດໄລຍະທີ່ຜ່ານ ມາ.
ນອກນັ້ນ, ຜູ້ແທນຍັງໄດ້ ພົບປະກັບ ຄະນະບໍລິຫານ ງານຊາວໜຸ່ມປະຊາຊົນ ປະຕິ ວັດລາວ, ຢ້ຽມຢາມສູນອົງຄະ ທຽມ, ໂຮງຮຽນກົດໝາຍ, ຢ້ຽມ ຢາມໂຮງງານເບຍລາວ, ຢ້ຽມ ຊົມຫໍພິພິທະພັນ ປະທານ ໄກ ສອນ ພົມວິຫານ, ອະນຸສອນ ສະຖານ ປະທານ ສຸພານຸວົງ ແລະ ສະຖານທີ່ວັດທະນະທຳ, ປະຫວັດສາດຈຳນວນໜຶ່ງຢູ່ ນະຄອນຫຼວງວຽງຈັນ.

ແຫ່ລງຂ່າວ

ປຊຊ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...