Homeຂ່າວຕ່າງປະເທດຕຳຫລວດຈີນຈັບຕົວທັນ ຜູ້ກໍ່ເຫດເຜົາລົດເມໂດຍສານ ຂ້າຊີວິດ 17 ຄົນ!

ຕຳຫລວດຈີນຈັບຕົວທັນ ຜູ້ກໍ່ເຫດເຜົາລົດເມໂດຍສານ ຂ້າຊີວິດ 17 ຄົນ!

Published on

559000000162401

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 6 ມັງກອນຜ່ານມານີ້ວ່າ ເຈົ້າໜ້າທີ່ຕຳຫລວດຈີນ ສາມາດຈັບກຸມຕົວ ຜູ້ລົງມືກໍ່ເຫດ ເຜົາລົດເມໂດຍສານ ຢູ່ເມືອງຢິນຊວນ ທາງພາກຕາເວັນຕົກສຽງເໜືອຂອງຈີນ ໃນຕອນຂ້ອນແຈ້ງຂອງວັນຈັນ ທີ 4 ມັງກອນຜ່ານມາ ຊຶ່ງຜູ້ກໍ່ເຫດຊື່ ທ້າວ ໝ່າຢົງຜິງ ອາຍຸ 34 ປີ ຊຶ່ງຖືກຈັບຕົວໄດ້ ໃນຂະນະທີ່ເຂົາກຳລັງຈະໂດດຕຶກຂ້າຕົວຕາຍ ເພື່ອໜີການຈັບກຸມ ແຕ່ເຈົ້າໜ້າທີ່ຕຳຫລວດ ໄດ້ໃຊ້ເວລາ 4 ຊົ່ວໂມງ ເພື່ອເຈລະຈາໃຫ້ມອບຕົວ ຈົນສາມາດຄວບຄຸມຕົວເຂົາໄດ້ໄດ້ ເພື່ອດຳເນີນການສືບສວນ ເຖິງແຮງຈູງໃຈໃນການກໍ່ເຫດ ແລະ ດຳເນີນຄະດີຕາມກົດໝາຍ.

ທັງນີ້ ເຫດການດັ່ງກ່າວ ໄດ້ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດ 17 ຄົນ ແລະ ບາດເຈັບອີກ 32 ຄົນ.

559000000162403

ບົດຄວາມຫຼ້າສຸດ

ນາຍົກລັດຖະມົນຕີ ເຄື່ອນໄຫວຢ້ຽມຢາມ ມອບ-ຮັບ ອາຄານໂຮງຮຽນ ບ້ານມົກກົກນ້ອຍ ເມືອງສໍາພັນ ແຂວງຜົ້ງສາລີ

ຕອນເຊົ້າວັນທີ 10 ກັນຍາ 2026 ນີ້ ທ່ານ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມຄະນະທີມງານຂັ້ນສູນກາງ...

ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມ ກອງປະຊຸມສ້າງຕັ້ງພັນທະມິດສາກົນ ເພື່ອແກ້ໄຂອາຊະຍາກໍາສໍ້ໂກງທາງໂທລະຄົມ

ໃນລະຫວ່າງວັນທີ 9-10 ກັນຍາ 2026, ທ່ານ ພົນໂທ ວັນທອງ ກອງມະນີ ຄະນະເລຂາທິການສູນກາງພັກ ລັດ ຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ໄດ້ເຂົ້າຮ່ວມ...

ສານປະຊາຊົນນ ນວ ຕັດສິນອະດີດພະນັກງານທະນາຄານ 10 ຄົນ ໃນຄະດີສໍ້ລາດບັງຫຼວງ ແລະ ຟອກເງິນ

ໃນຕອນເຊົ້າຂອງວັນທີ 8 ກັນຍາ 2026, ຄະນະສານອາຍາ ຂອງສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ພິຈາລະນາ ແລະ ຕັດສິນຄະດີອາຍາຮ້າຍແຮງ ກ່ຽວກັບການສໍ້ລາດບັງຫຼວງ ແລະ ຟອກເງິນ ຈຳນວນ 2...

1,783 ລ້ານບາດ! ໄທ ອະນຸມັດ 1,700 ລ້ານ ໃຫ້ລາວກູ້ຢືມສ້າງຂົວຂ້າມນໍ້າຂອງແຫ່ງໃໝ່ ຫຼວງພະບາງເງິນຊ່ວຍເຫຼືອລ້າ (30%)-ຊຽງແມນ

ວັນທີ 8 ກັນຍາ 2026, ທີ່ປະຊຸມຄະນະຮັດຖະມົນຕີ (ຄຣມ.) ຂອງໄທ ໄດ້ມີມະຕິເຫັນດີອະນຸມັດໃຫ້ຄວາມຊ່ວຍເຫຼືອທາງດ້ານການເງິນແກ່ ສປປ ລາວ ໃນໂຄງການກໍ່ສ້າງຂົວຂ້າມນໍ້າຂອງ ເຊື່ອມຕໍ່ລະຫວ່າງ ບ້ານຊຽງແມນ (ເມືອງຈອມເພັດ)...