Homeຂ່າວຕ່າງປະເທດຮີນລາຣີ ຄລີນຕັນ ເຊື່ອມະນຸດຕ່າງດາວມີຈິງ ພ້ອມຈະເປີດໂປງຂໍ້ມູນ ຫາກໄດ້ເປັນປະທານາທິບໍດີ!

ຮີນລາຣີ ຄລີນຕັນ ເຊື່ອມະນຸດຕ່າງດາວມີຈິງ ພ້ອມຈະເປີດໂປງຂໍ້ມູນ ຫາກໄດ້ເປັນປະທານາທິບໍດີ!

Published on

559000000151401
ພາບທີ່ຖືກລະບຸວ່າ ເປັນຮູບຂອງມະນຸດຕ່າງດາວ ຫລັງຈາກທີ່ກອງທັບສະຫະລັດ ພົບຍານປະຫລາດ ຕົກໃນນິວແມັກຊິກໂກ ໃນປີ 1947

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 6 ມັງກອນນີ້ວ່າ ທ່ານ ນາງ ຮິນລາຣີ ຄລີນຕັນ ໄດ້ກ່າວໃນຂະນະຫາສຽງເລືອກຕັ້ງ ເປັນຕົວແທນຂອງພັກເດໂດແຄຣດ ເພື່ອລົງສະໝັກຊິງຕຳແໜ່ງ ປະທານາທິບໍດີ ແຫ່ງ ສະຫະລັດອາເມຣິກາ ວ່າ ຕົນເອງມີຄວາມເຊື່ອວ່າ ມະນຸດຕ່າງດາວມີຢູ່ຈິງ ແລະ ຖ້າຫາກຕົນເອງໄດ້ຮັບເລືອກຕັ້ງ ກາຍເປັນປະທານາທິບໍດີຍິງຄົນທຳອິດ ຂອງສະຫະລັດອາເມຣິກາ ຈະດຳເນີນການຄົ້ນຫາຂໍ້ເທັດຈິງ ກ່ຽວກັບມະນຸດຕ່າງດາວ ແລະ ເປີດເຜີຍຂໍ້ມູນຂອງລັດຖະບານ ໃຫ້ແກ່ສາທາລະນະຊົນໄດ້ຮ້ ກ່ຽວກັບເຫດການທີ່ເກີດຂຶ້ນ ໃນພື້ນທີ່ 51 ຖານທັບທະຫານ ແລະ ພື້ນທີ່ຕ້ອງຫ້າມ ໃນຣອສເວວ ນິວແມັກຊິກໂກ ເມື່ອປີ 1947  ຊຶ່ງພື້ນທີ່ດັ່ງກ່າວນີ້ ແມ່ນແຕ່ປະທານາທິບໍດີເອງ ກໍບໍ່ມີສິດເຂົ້າໄປ.

ນັກທິດສະດີມະນຸດຕ່າງດາວ ໄດ້ພາກັນເຊື່ອວ່າ ພື້ນທີ່ຕ້ອງຫ້າມດັ່ງກ່າວນີ້ ເປັນບ່ອນເຊື່ອງອຳຫລັກຖານ ດ້ານເຕັກໂນໂລຊີ ຂອງມະນຸດຕ່າງດາວ ເນື່ອງຈາກລັດຖະບານມີຄວາມເປັນຫ່ວງວ່າ ຖ້າຫາກມີການເປີດເຜີຍ ຈະກະທົບຕໍ່ຄວາມເຊື່ອທາງສາສະໜາ ແລະ ເປັນໄພຕໍ່ຄວາມໝັ້ນຄົງ.

12917117641291711870l

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...