Homeຂ່າວພາຍ​ໃນປີ 2016 ນີ້ ລາວຕັ້ງເປົ້າຜະລິດເຂົ້າ ໃຫ້ໄດ້ 4,2 ລ້ານໂຕນ!

ປີ 2016 ນີ້ ລາວຕັ້ງເປົ້າຜະລິດເຂົ້າ ໃຫ້ໄດ້ 4,2 ລ້ານໂຕນ!

Published on

7EE02717-2235-4DE5-9F6D-26BBDBBC48FB_w640_s

ຂປລ. ໃນປີ 2016 ນີ້ ກະຊວງກະສິກຳ–ປ່າໄມ້ ຈະສູ້ຊົນຂະຫຍາຍເນື້ອທີ່ປູກເຂົ້າລວມໃຫ້ໄດ້ 1.007.000 ​ເຮັກຕາ, ສະມັດ​ຕະພາບ​ສະ​ເລ່ຍປະມານ 4,2 ​ໂຕນ/​ເຮັກຕາ, ຜົນ​ຜະລິດ​​ໃຫ້​ໄດ້ 4,2 ລ້ານໂຕນ, ​ໃນ​ນີ້ປະກອບ​ມີເຂົ້ານາ​ແຊງ 120. 000 ​ເຮັກຕາ (ຈາກ102.000 ​ໃນ​ປີ 2014-2015 ຜ່ານ​ມາ ) ​ເນື່ອງ​ຈາກ​ວ່າ​ ຈະ​ສະໜອງ​ນ້ຳ​ໄດ້​ເພີ່ມ​ຕື່ມ​ຢູ່​ປະຕູ 3 ນ້ຳ​ເທີນ 2 ຈຳນວນ 1 ພັນ​ເຮັກຕາ, ​ເຊ​ສາລະ​ລອງ 600 ​ເຮັກຕາ ​ແລະ ບ່ອນ​ອື່ນໆ ຜົນ​ຜະລິດ​ໄດ້ 6 ​ແສນ​ໂຕນ, ​ເຂົ້ານາປີ 787.000 ​ເຮັກຕາ ຜົນ​ຜະລິດ 3.400.000 ​ໂຕນ, ​ເຂົ້າ​​ໄຮ່ 1 ​ແສນ​ເຮັກຕາ ຜົນ​ຜະລິດ 2 ​ແສນ​ໂຕນ. ​ໃນ​ຈຳນວນ​ເຂົ້າ 4,2 ລ້ານ​ໂຕນ​ນີ້ ​ແບ່ງອອກ​ເປັນ​ເຂົ້າບໍລິ​ໂພ​ກ ມີ​ປະມານ 2.100.000 ​ໂຕນ, ຄັງ​ແຮ 4 ​ແສນ​ໂຕນ, ​ແນວ​ພັນ 60 ພັນ​ໂຕນ, ປຸງ​ແຕ່ງ​ພາຍ​ໃນ​ປະມານ 640.000 ​ໂຕນ ​ແລະ ​ເຂົ້າ​ເປັນ​ສິນຄ້າ​ພາຍ​ໃນ ​ແລະ ສົ່ງ​ອອກ ປະມານ 1 ລ້ານ​ໂຕນ.

ທ່ານ ​ໄຊ​ປລາ​ເດດ ຈຸລາມະນີ ຫົວໜ້າ​ກົມ​ແຜນການ ​ແລະ ການ​ຮ່ວມ​ມື ກະຊວງ​ກະສິກຳ​ ​ແລະ ປ່າ​ໄມ້ ​​​ເປີດ​ເຜີຍ​ເມື່ອ​ບໍ່​ດົນ​ນີ້​ວ່າ: ​ເພື່ອ​ບັນລຸ​ຕົວ​ເລກຄາດໝາຍ​ການ​ຜະລິດ​ເຂົ້າ 4,2 ລ້ານ​ໂຕນ​ນັ້ນ ຈະ​ຕ້ອງ​ໄດ້ກຳນົດ​ເນື້ອ​ທີ່​ການ​ຜະລິດ​ລະດູ​ແລ້ງ, ລະດູຝົນ ໃຫ້​ຈະ​ແຈ້ງ ​ໂດຍ​ສະ​ເພາະ​ເນື້ອ​ທີ່​ການ​ຜະລິດ​ເຂົ້ານາປີ ໃຫ້​ຮູ້​ວ່າ ​ແຕ່ລະ​ແຂວງ​ມີ​​ເທົ່າ​ໃດ ​ແລ້ວ​ ມອບ​ຄວາມ​ຮັບຜິດຊອບ​ໃຫ້​ແຕ່ລະ​ແຂວງ​ເປັນ​ເຈົ້າການ ​ໃນ​ການ​ຊຸກຍູ້, ຕິດຕາມ​ການ​ຜະລິດ​ຢ່າງ​ແຂງ​ແຮງ, ສະໜອງ​ນ້ຳ​ໃຫ້​ແກ່​ການ​ຜະລິດ​ລະດູ​ແລ້ງ​ ສົກ​ປີ 2015 -2016 ​ໃຫ້​ໄດ້180.000 ​ເຮັກຕາ ​ໃນ​ນັ້ນ ນາ​ແຊງ 120.000​ ເຮັກຕາ, ພືດ​ລະດູ​ແລ້ງ 60 ພັນ​​ເຮັກ​ຕາ, ລະດູຝົນ 260.000 ​ເຮັກຕາ, ຕ້ອງ​ໄດ້​ຟື້ນ​ຟູ, ສ້ອມ​ແປງ ​ໂຄງການ​ທີ່​ໃຊ້​ມາ​ຫລາຍ​ປີ ​ແລະ ​ເປ່​ເພ ​ໃຫ້​ຮັບປະກັນການ​ສະໜອງ​ນ້ຳ ພ້ອມ​ທັງ​ຕິດຕາມ​ເຝົ້າລະວັງ ​ແລະ ​ແກ້​ໄຂ​ກໍລະນີ ​ເກີດ​ໄພ​ແຫ້ງ​ແລ້ງ-​ນ້ຳຖ້ວມ ​ໃຫ້​ທັນ​ການ ​ໄປ​ຄຽງຄູ່​ກັບ ການ​ສະໜອງ​​ແນວ​ພັນ​ເຂ​ົ້າທີ່​ດີ ​ໃຫ້​ໄດ້ 60 ພັນ​ໂຕນ ກໍ​ຄື ການ​ນຳ​ໃຊ້​ຝຸ່ນ-​ປຸ໋ຍວິທະຍາສາດ ​ເພ​ື່ອຮັບ​ໃຊ້​ເນ​ື້ອທີ່​ການ​ຜະລິດ ​​ໂດຍ​ການ​ສົມທົບ​ກັບ​ຜູ້​ປະ​ກອບ​ການ, ກຸ່ມ​ໂຮງສີ ​ເປັນ​ຜູ້​ຕອບ​ສະໜອງ​ຕິດ​ພັນ​ກັບ​ສິນ​ເຊື່ອ​ທະນາຄານ, ພ້ອມ​ປຸກລະດົມ​ຊາວ​ກະສິກອນ ນຳ​ໃຊ້​ຝຸ່ນ​ບົ່ມ-​ຝຸ່ນ​ຄອກ ​ໂດຍ​ປະຕິບັດ​ຕາມ​ຄຳ​ຂວັນ “ບ້ານ​ສະອາດ ນາ​ງາມ”.

ຜ່ານ​ການ​ເກັບ​ກຳ​ຂໍ້​ມູນ​ສະຖິຕິ ​ໃນ​ສົກ​ປີ 2014-2015 ເຂົ້າບໍລິໂພກ ແລະ ຄັງແຮ ມີປະມານ 2,5 ລ້ານໂຕນ, ເຂົ້າແນວພັນ 60 ພັນໂຕນ, ເປັນສິນຄ້າທີ່ມີເຄື່ອງໝາຍການຄ້າ ສົ່ງອອກຜ່ານດ່ານສາກົນ 1 ແສນໂຕນ,  ເຂົ້າສ່ວນເກີນສົ່ງອອກ ຕາມຊາຍແດນ 6 ແສນໂຕນ ແລະ ສ່ວນເຫລືອ ແມ່ນການປຸງແຕ່ງພາຍໃນ ສະແດງໃຫ້ເຫັນວ່າ ເຂົ້າສົ່ງອອກທີ່ມີເຄື່ອງໝາຍການຄ້າ ມີພຽງ 20% ຂອງການສົ່ງອອກທັງໝົດ ແລະ 80% ແມ່ນເຂົ້າສ່ວນເກີນທີ່ຂາຍຕາມຊາຍແດນ.

 

ແຫລ່ງຂ່າວ:

ຂປລ

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...