Homeຂ່າວພາຍ​ໃນຮອງນາຍົກເນັ້ນກະຊວງກະສິກຳຯ ເລັ່ງສ້າງສັນຍາສຸຂະນາໄມພືດ-ສັດ ກັບປະເທດເພື່ອນບ້ານ!

ຮອງນາຍົກເນັ້ນກະຊວງກະສິກຳຯ ເລັ່ງສ້າງສັນຍາສຸຂະນາໄມພືດ-ສັດ ກັບປະເທດເພື່ອນບ້ານ!

Published on

Untitled-3 thongsing 06 .1

ຂປລ. ທ່ານ ສົມ​ສະຫວາດ ​ເລັ່ງສະຫວັດ ຮອງ​ນາຍົກລັດຖະມົນຕີ, ຜູ້​ຊີ້​ນຳ​ວຽກ​ງານ​ເສດຖະກິດ ​ຂົງ​ເຂດ​ການ​ຜະລິດ ​ແລະ ຈໍລະ​ຈອນ ​ໄດ້ແນະ​ໃຫ້​ກົມ​ປູກຝັງ, ກົມ​ລ້ຽງສັດ ​ແລະ ການ​ປະມົງ ກະຊວງ​ກະສິກຳ ​ແລະ ປ່າ​ໄມ້ ລວມທັງ​ພາກສ່ວນ​ອື່ນໆ​ທີ່​ກ່ຽວຂ້ອງ ​ເລັ່ງ​ເຈລະຈາ​ກັບ​ບັນດາ​ປະ​ເທດ​ເພື່ອ​ບ້ານ ​ໂດຍ​ສະ​ເພາະ​ແມ່ນ​ ສສ ຫວຽດນາມ, ສປ ຈີນ ​ແລະ ປະ​ເທດ​ໄທ ​ເພື່ອ​ສ້າງ​ຂໍ້​ຕົກລົງ ​ແລະ ສັນຍາ​ກ່ຽວ​ກັບ​ສຸ​ຂະ​ນາ​ໄມ​ພືດ ​ແລະ ສັດ ​ໃຫ້​ສຳ​ເລັດ​ໂດຍ​ໄວ ​ແລ້ວ​ຈຶ່ງ​ດຳ​ເນີນ​ການ​ເຮັດ​ສັນຍາ​ ກັບປະ​ເທດ​ອື່ນໆ​ ທີ່​ນອນ​ໃນ​ແຜນການ​ສົ່ງ ​ອອກ​ຜະລິດ​ຕະພັນ​ກະສິກຳ​ຂອງ​ປະ​ເທດ​ເຮົາ.

Untitled-3 thongsing 06. 2

​ໃນ​ກອງ​ປະຊຸມ​ວຽກ​ງານ​ກະສິກຳ ​ແລະ ປ່າ​ໄມ້ ທົ່ວ​ປະ​ເທດ ທີ່​ຈັດ​ຂຶ້ນ​ເມື່ອ​ບໍ່​ດົນ​ນີ້ ທີ່​ນະຄອນຫລວງ​ວຽງ​ຈັນ, ທ່ານ​ ຮອງ​ນາຍົກລັດຖະມົນຕີ ​ໄດ້​ຍົກ​ໃຫ້​ເຫັນ​ວ່າ: ການ​ເຮັດ​ສັນຍາ ຫລື ຂໍ້​ຕົກລົງ​ກ່ຽວ​ກັບ​ສຸ​ຂະ​ນາ​ໄມ​ພືດ ​ແລະ ສັດ ​ແມ່ນ​ມີ​ຄວາມ​ຈຳ​ເປັນ​ທີ່​ສຸດ ​ເພາະ​ຈະ​ເປັນ​ການ​ຢັ້ງຢືນ​ ​ແລະ ຮັບປະກັນເຖິງຄຸນ​ນະພາ​ບຂອງ​ຜະລິດ​ຕະພັນ​ກະສິກຳ​ຂອງ​ລາວ ​ໃນ​ເວລາ​ສົ່ງ​ອອກ​ໄປ​ຕ່າງປະ​ເທດ ຍັງ​ເປັນ​ການ​ສ້າງ​ສິ່ງ​ອຳນວຍ​ຄວາມ​ສະດວກ ​ດ້ານ​ການ​ຕະຫລາດ​ໃຫ້​ແກ່​ຜະລິດ​ຕະພັນ​ກະສິກຳ​. ການ​ເຮັດ​ສັນຍາ​ກ່ຽວ​ກັບ​ສຸ​ຂະ​ນາ​ໄມ​ພືດ ​ແລະ ສັດ ນີ້ທຸກ​ພາກສ່ວນ​ກ່ຽວຂ້ອງ​ຕ້ອງ​ຮ່ວມ​ກັນ​ຈັດຕັ້ງປະຕິບັດ​ໃຫ້​ສຳ​ເລັດ​ໂດຍ​ໄວ ​ໂດຍ​ເລີ່​ມຈາກ​ການ​ສ້າງ​ກົນ​ໄກ ​ແລະ ກຳນົດທິດ​ທາງ​ຂຶ້ນ​ມາ​ໃຫ້​ສຳ​ເລັດ​ ​ແລ້ວ​ຈຶ່ງ​ສະ​ເໜີ​ ໃຫ້​ຂະ​ແໜງ​ອຸດສາຫະກຳ ​ແລະ ການ​ຄ້າ​ດຳ​ເນີນ​ການ​ກຳນົດ​ດ້ານ​ການ​ຕະຫລາດ ​ແລະ ຄັດ​ເລືອກ​ເອົາ​ບໍລິສັດ​ມາ​ຮ່ວມ​ເຮັດ​ວຽກ​ທີ່​ປິ່ນ​ອ້ອມ​ໂຄງການ​ນີ້.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...