Homeຂ່າວເຫດການນະຄອນຫລວງວຽງຈັນ ສະຫລອງວັນປະດິດສະຖານ ຮູບຫລໍ່ພະຍາຟ້າງຸ່ມ ຄົບຮອບ 13 ປີ

ນະຄອນຫລວງວຽງຈັນ ສະຫລອງວັນປະດິດສະຖານ ຮູບຫລໍ່ພະຍາຟ້າງຸ່ມ ຄົບຮອບ 13 ປີ

Published on

10b3fd40-e915-4f8e-8e3e-a08a9176777c

ຂປລ. ພະ​ແນ​ກຖະ​ແຫລງຂ່າວ​, ວັດທະນະທຳ ​ແລະ ທ່ອງ​ທ່ຽວ ນະຄອນຫລວງວຽງຈັນ ຮ່ວ​ມກັບ​ອຳ ນາດ​ການ​ປົກຄອງ​ເມືອງ​ສີ​​ໂຄດ​ຕະບອງ​ ຈັດ​ພິທີ​ສະ​ເຫລີມສະຫລອງວັນ​ປະດິດສະຖານ​ພະຍາ​ຟ້າ​ງຸ່ມ​ ມະຫາລາດຄົບຮອບ 13 ປີ ​ໃນ​ຕອນ​ເຊົ້າ​ວັນ​ທີ 5 ມັງກອນ 2016 ຢູ່​ທີ່ ອະນຸ​ສະຖານ​ພະຍາ​ເຈົ້າຟ້າ​ງຸ່ມ ​ເມືອງສີ​ໂຄດ​ຕະບອງນະຄອນຫລວງວຽງຈັນ, ໄດ້​ມີ​ພິທີ​ໃສ່​ບາດ​ຖວາຍ​ສັງຄະ​ທານ ອຸທິດ​ສ່ວນ​ບຸນ​ກຸສົນ​ເຖິງ​ດວງ​ວິນ​ຍານ​ຂອງ​ພະຍາ​ຟ້າ​ງຸ່ມ​ມະຫາລາດ ​ໂດຍ​ມີ​ພະສົງ 57 ອົງ ກອງ​ອັດຖະ 9 ກອງ ​ເຂົ້າຮ່ວມ​ໃນ​ພິທີ​ຕັກບາດ​ໃນ​ຄັ້ງນີ້​ ນຳ​ໂດຍ ທ່ານ ສາຍ ທອງ ​ແກ້ວ​ດວງ​ດີ ຮອງ​ເຈົ້າຄອງ​ນະຄອນຫລວງວຽງຈັນ  ພ້ອມ​ດ້ວຍການ​ນຳ​ນະຄອນຫລວງ, ຫົວໜ້າພະ​ແນ​ກ ອ້ອມ​ຂ້າງ​ນະຄອນຫລວງ ກໍຄືປະຊາຊົນ 9 ຕົວ​ເມືອງ ​ໃນນະ ຄອນຫລວງວຽງຈັນ ​ແລະ ປະຊາຊົນ​ມາ​ຈາກ​ແຂວງ​ຕ່າງໆຈຳນວນ​ຫລວງຫລາຍ.

ທ່ານ ຄຳ​ປະດິດ ​ເຂັມ​ມານິດ ຫົວໜ້າພະ​ແນ​ກຖະ​ແຫລງຂ່າວ, ​ວັດທະນະທຳ ​ແລະ ທ່ອງ​ທ່ຽວນະຄອນຫລວງວຽງຈັນ ​ໄດ້​ກ່າວ​ວ່າ: ຊາດລາວ ​ເປັນ​ຊາດ​ທີ່​ເກົ່າ​ແກ່​ມີ​ການ​ສືບ​ເຊື້ອ​ການປົກຄອງ​ມາ​ຫລາຍກະສັດ ​ເວົ້າສະ​ເພາະ​ໃນ​ໄລຍະ​ສະຕະ​ວັດ​ທີ 14 ພະຍາ​ຟ້າ​ງຸ່ມ ​ມະຫາລາດ ​ຖື​ວ່າ​ເປັນ​ກະສັດ​ອົງໜຶ່ງທີ່​ສະຫລຽວສະຫລາດ ນຳພາ​ປະຊາຊົນ​ບັນດາ​ເຜົ່າ​ ທ້ອນ​ໂຮມ​ອານາຈັກ​ລ້ານ​ຊ້າງ​ເປັນ​ອານາຈັກໜຶ່ງດຽວ ​ເປັນ​ອານາຈັກ​ທີ່​ເຂັ້ມ​ແຂງ​ທາງ​ດ້ານ​ການ​ປົກຄອງ, ການ​ປົກ​ປັກ​ຮັກສາ ​ແລະ ການພັດທະ ນາ​ເສດຖະກິດ ພາຍຫລັງສຳ​ເລັດ​ການ​ທ້ອນ​ໂຮມ​ອານາຈັກລາວ​ລ້ານ​ຊ້າງ​ແລ້ວ ​ມາ​ຮອດ​ທ້າຍ​ປີ 1357 ຫາຕົ້ນປີ 1358 ກໍໄດ້​ມີ​ການສະ​ເຫລີມສະຫລອງຢ່າງ​ຍິ່ງ​ໃຫຍ່​ຢູ່​ສະຖານ​ທີ່​ແຫ່ງ​ນີ້.

89177 fangum 1

ສະ​ເພາະ​ການຈັດ​ງານ​ສະ​ເຫລີມສະຫລອງ ວັນ​ປະດິດສະຖານ​ພະຍາ​ຟ້າ​ງຸ່ມ ​ມະຫາລາດ​ ປີ​ນີ້ ​ແມ່ນ​ໄດ້​ດຳ​ເນີນ​ມາ​ແຕ່​ວັນ​ທີ 3 ມັງກອນ 2016 ​ເປັນຕົ້ນມາ​ ໂດຍ​ພາຍຫລັງປະດັບ​ປະດາ​ສະຖານ​ທີ່ສຳ​ເລັດ​ແລ້ວ ​ເວລາ 15:00 ​ໂມງ​ໄດ້​ມີ​ການ​ແຫ່​ອຸປະ​ຄຸດ ​ເວລາ 16:00 ​ໂມງ ສູດ​​ອະພິທຳ​ ນອກ​ນີ້ ​ໃນ​ຕອນ​ກາງ​ຄືນ​ຍັງ​ໄດ້​ມີ​ການ​ຄົບງັນ​ຕາມ​ປະ​ເພນີ ​ແລະ ພິ​ເສດ ​ປີ​ນີ້​ໄດ້​ມີ​ຄົບງັນ​ມ່ວນ​ຊື່ນ​ ຈາກ​ສິລະ​ປະ​ດົນຕີ, ສາຍຮູບ​ເງົາ ​ແລະ ສຳລັບວັນ​ທີ 4 ມັງກອນ 2016 ສືບຕໍ່ຄົບງັນ​ຕາມ​ປະ​ເພນີ ສ່ວນ​ຕອນ​ເຊົ້າ ວັນ​ທີ 5 ມັງກອນ 2016 ​ແມ່ນ​ຕັກບາດ​ຖວາຍ​ສັງຄະ​ທານ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...